ຂ່າວສານ

ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຫຼາຍປະເທດຕ້ອນຮັບບຸນເຕັດ

      ຄ່ຳຄືນວັນທີ 31 ມັງກອນ (ກົງກັບວັນທີ 29 ເດືອນ 12 ໄລ່ຕາມຈັນທະປະຕິທິນ ປີສະຫລູ), ມີພໍ່ແມ່ປະຊາຊົນຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກຢູ່ ລາວ ເປັນຈຳນວນຫຼາຍ ໄດ້ໄປຍັງບັນດາວັດວາອາຮາມຂອງ ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ ໃນຈຸດເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່
(ພໍ່ແມ່ປະຊາຊົນຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກຢູ່ ລາວ ໄດ້ໄປຍັງບັນດາວັດວາອາຮາມຂອງ ຫວຽດນາມ
ຢູ່ນະຄອນຫຼວງ ວຽງຈັນ ໃນຈຸດເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່)
      ໂດຍຮ່ວມກັບບັນຍາກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ກັບພໍ່ແມ່ປະຊາຊົນທົ່ວປະເທດ, ຄ່ຳຄືນວັນທີ 31 ມັງກອນ (ກົງກັບວັນທີ 29 ເດືອນ 12 ໄລ່ຕາມຈັນທະປະຕິທິນ ປີສະຫລູ), ມີພໍ່ແມ່ປະຊາຊົນຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກຢູ່ ລາວ ເປັນຈຳນວນຫຼາຍ ໄດ້ໄປຍັງບັນດາວັດວາອາຮາມຂອງ ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ ໃນຈຸດເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ພາວະນາຂໍໃຫ້ປະເທດພັດທະນາ, ຊີວິດມີຄວາມສະຫງົບສຸກ, ທຸກຄອບຄົວມີຄວາມຜາສຸກ. ພໍ່ແມ່ປະຊາຊົນໄດ້ຈຸບທູບໃຕ້ທຽນບູຊາພຸດທະສາສະໜາ, ສວດມົນພາວະນາຂໍຄວາມຢູ່ເຢັນເປັນສຸກ, ສະແດງຄວາມປາດຖະໜາຢາກໃຫ້ປີໃໝ່ຈົ່ງມີຄວາມສະຫງົບສຸກ, ທຸກຄອບຄົວລ້ວນແຕ່ມີຄວາມຜາສຸກ, ພາຍໃຕ້ການນຳພາຂອງພັກ ປະເທດ ຫວຽດນາມ ສືບຕໍ່ຍາດໄດ້ໄຊຊະນະຫຼາຍຢ່າງໃນທຸກຂົງເຂດເສດຖະກິດ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍົກສູງອິດທິພົນຊື່ສຽງຂອງປະເທດຊາດບົນເວທີປາໄສສາກົນ.
      ໂດຍເສີມຂະຫຍາຍຈຸດຄວາມງາມທີ່ເປັນມູນເຊື້ອ, ຕອນຄ່ຳວັນທີ 31 ມັງກອນ, ສະຖານທູດ ຫວຽດນາມ ປະຈຳ ອີຢິບ ໄດ້ຈັດລາຍການພົບປະຊົມເຊີຍລະດູບານໃໝ່ປີຂານ 2022. ມີພໍ່ແມ່ປະຊາຊົນຊາວ ຫວຽດນາມ ພວມດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກຢູ່ ອີຢິບ ເປັນຈຳນວນຫຼວງຫຼາຍ ພ້ອມກັບເພື່ອນມິດສະໜິດສະໜົມຊາວຕ່າງປະເທດຈຳນວນໜຶ່ງໄດ້ເຂົ້າຮ່ວມ ແລະ ແບ່ງປັນຄວາມເບີກບານມ່ວນຊື່ນນຳ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢິບ ເຈິ່ນແທັງກົງ ໄດ້ຫວນຄືນບັນດາຜົນງານພົ້ນເດັ່ນທາງດ້ານເສດຖະກິດ, ສັງຄົມ, ການຕ່າງປະເທດພົ້ນເດັ່ນຂອງ ຫວຽດນາມ ໃນປີ 2021 ກໍ່ຄືການພົວພັນລະຫວ່າງ ຫວຽດນາມ - ອີຢິບ. ທ່ານເອກອັກຄະລັດຖະທູດ ເຈິ່ນແທັງກົງ ໄດ້ສົ່ງຄຳອວຍພອນປີໃໝ່ເຖິງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອີຢິບ ຈົ່ງມີສຸຂະພາບເຂັ້ມແຂງ, ສະຫງົບສຸກ ແລະ ດ້ວຍຄວາມປາດຖະໜາວ່າ ພໍ່ແມ່ປະຊາຊົນຢູ່ທີ່ນີ້ ຈະເສີມຂະຫຍາຍຈິດໃຈຮັກແພງ, ອຸ້ມຊູູຊ່ວຍເຫຼືອເຊິ່ງກັນແລະ ກັນໃນການດຳລົງຊີວິດ ແລະ ສວມບົດບາດເປັນຂົວເຊື່ອມຕໍ່ຢ່າງແທດຈິງເພື່ອຊຸກຍູ້ການພົວພັນລະຫວ່າງ 2 ປະເທດ.
(ແຫຼ່ງຄັດຈາກ VOV)


top