ຂ່າວສານ

ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເຊັກໂກ ສະແດງຄວາມສາມັກຄີກັບປະເທດປະຈຳຖິ່ນສະກັດກັ້ນ Covid-19

      ວັນທີ 19 ມີນາ, ບັນດາສຳນັກສື່ມວນຊົນ ເຊັກໂກ ຄື lidovky-cz, romea.cz…ໄດ້ໃຫ້ຂ່າວກ່ຽວກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເຊັກໂກ ໄດ້ຈັດຕັ້ງການເຄື່ອນໄຫວ ກຸສົນ ແລະ ການໜູນຊ່ວຍ ເຊິ່ງໄດ້ສະແດງໃຫ້ເຫັນຄວາມສາມັກຄີກັບພົນລະເມືອງປະເທດປະຈຳຖິ່ນໃນວິວັດການສະກັດກັ້ນໂລກລະບາດ Covid-19.

ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເຊັກໂກ ສະແດງຄວາມສາມັກຄີກັບປະເທດປະຈຳຖິ່ນສະກັດກັ້ນ Covid-19 (ພາບ: baoquocte.vn)
      ໃນສະພາບການໂລກລະບາດ Covid-19 ພວມນັບມື້ນັບແຜ່ລະບາດອອກສູ່ວົງກ້ວາງ ແລະ ເລື່ອງຜ້າອັດປາກ-ດັງ, ອຸປະກອນວິໄຈໄວ ລ້ວນແຕ່ບໍ່ໄດ້ຮັບການກຽມພ້ອມ ແລະ ຮັບມືຢ່າງທັນການ, ສຳນັກງານ, ຫົວໜ່ວຍຫລາຍແຫ່ງຂອງ ເຊັກໂກ ທີ່ຮັບໃຊ້ໃຫ້ແກ່ວຽກງານສະກັດກັ້ນໂລກ ຕິດແປດຄື ໂຮງໝໍ, ຕຳຫລວດ, ກູ້ໄພກູ້ຊີບ ຍັງບໍ່ທັນໄດ້ຮັບອຸປະກອນການແພດທີ່ຈຳເປັນຢ່າງຄົບຖ້ວນ ເທື່ອ. ຕໍ່ໜ້າສະພາບການຮີບເຮັ່ງຄືດັ່ງກ່າວນີ້, ຊາວ ຫວຽດນາມ ອາໄສຢູ່ ເຊັກໂກ ຫລາຍຄົນພ້ອມກັບປະຊາຊົນປະເທດ ປະຈຳຖິ່ນ ໄດ້ນຳໃຊ້ຈັກ ຫຍິບ, ຊື້ຜ້າແພ ມາຫຍິບຜ້າອັດປາກ-ດັງ ມອບໃຫ້ບ່ອນທີ່ມີຄວາມຕ້ອງການ.
        ໄລ່ມາຮອດຈຸດເວລານີ້, ຊາວ ຫວຽດນາມ ອາໄສຢູ່ຫລາຍເຂດໃນ ສ.ເຊັກໂກ ໄດ້ເຂົ້າຮ່ວມການໜູນຊ່ວຍປະເທດປະຈຳຖິ່ນ ໃນການຕ້ານຄືນ Covid-19, ຄືມອບຜ້າອັດປາກ-ດັງ 6.000 ອັນ ແລະ ຖົງມືການແພດໃຫ້ອຳນາດການປົກຄອງເຂດ Vyssi Brod ແລະ Cesky Krumlov.
 (ແຫຼ່ງຄັດຈາກ VOV)


top