ຂ່າວສານ

ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ຊ່ວຍປະຊາຊົນເຂດຖືກໄພທຳມະຊາດ

      ແນໃສ່ຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫລັງຈາກໄພນ້ຳຖ້ວມເພື່ອກັບຄືນສູ່ຊີວິດເປັນປົກກະຕິໂດຍໄວ

ທີ່ພິທີຮັບເອົາເງິນ - ວັດຖຸສິ່ງຂອງ (ພາບ: TTXVN)
      ຕອນບ່າຍວັນທີ 19 ກັນຍາ, ທີ່ນະຄອນຫລວງ ວຽງຈັນ, ກະຊວງແຮງງານ ແລະ ສະຫວັດດີສັງຄົມ ລາວ ຈັດຕັ້ງພິທີຮັບເອົາເງິນ - ວັດຖຸສິ່ງຂອງໂດຍປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ ບໍລິຈາກແນໃສ່ໜູນຊ່ວຍປະຊາຊົນບັນດາແຂວງພາກໃຕ້ ແລະ ພາກກາງລາວ ແກ້ໄຂຜົນຮ້າຍຢ້ອນຫລັງຈາກໄພນ້ຳຖ້ວມທີ່ເກີດຂຶ້ນໃນຕົ້ນເດືອນ ກັນຍາ ນີ້, ດ້ວຍຈຳນວນເງິນກ່ວາ 25 ພັນ USD ແລະ ວັດຖຸສິ່ງຂອງ.
        ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີສັງຄົມລາວ ໃຫ້ຄຳໝັ້ນສັນຍາວ່າ ຈະສົ່ງຈຳນວນເງິນ ແລະ ວັດຖຸສິ່ງຂອງທັງໝົດທີ່ໄດ້ຮັບເອົາໃນມື້ນີ້ໃຫ້ປະຊາຊົນຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ລາວ ແນໃສ່ຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫລັງຈາກໄພນ້ຳຖ້ວມເພື່ອກັບຄືນສູ່ຊີວິດເປັນປົກກະຕິໂດຍໄວ.
 (ແຫຼ່ງຄັດຈາກ VOV)
 

      


top