ຂ່າວສານ

ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ມາເລເຊຍ: ຂົວເຊື່ອມຕໍ່ເພີ່ມທະວີການພົວພັນ 2 ປະເທດ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ສະເໜີໃຫ້ສະຖານທູດສືບຕໍ່ເສີມຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍຂອງ ຫວຽດນາມ.
(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ທີ່ການພົບປະ)

ພາຍຫຼັງໄປຮອດ ກົວລາລຳເປີ, ປະເທດ ມາເລເຊຍ ເລີ່ມຕົ້ນການໄປປະຕິບັດງານເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 46 (AIPA 46)  ແລະ ຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ, ຕອນບ່າຍວັນທີ 16 ກັນຍາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ໄດ້ພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ມາເລເຊຍ.

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ສະເໜີໃຫ້ສະຖານທູດສືບຕໍ່ເສີມຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍຂອງ ຫວຽດນາມ ເພື່ອເປີດກວ້າງການພົວພັນຕ່າງປະເທດ, ປະກອບສ່ວນສຳຄັນເພື່ອຊຸກຍູ້ການພົວພັນ 2 ປະເທດໃນໄລຍະຈະມາເຖິງ. ສຳລັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ມາເລເຊຍ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ເນັ້ນໜັກວ່າ:

“ຂ້າພະເຈົ້າຫວັງວ່າ ປະຊາຄົມຂອງພວກເຮົາຈະແມ່ນກຸ່ມກ້ອນສາມັກຄີໝັ້ນຂົງເຂັ້ມແຂງຢູ່ປະເທດປະຈຳຖິ່ນ. ພວກເຮົາຕັ້ງໜ້າຜະລິດດຳເນີນທຸລະກິດ, ຕັ້ງໜ້າຄົ້ນຄວ້າບັນດາຂົງເຂດວິທະຍາສາດເຕັກນິກ ເພື່ອນຳໃຊ້ໃຫ້ແກ່ ຫວຽດນາມ. ມາເລເຊຍ ນຳໜ້າໃນຂົງເຂດ: ການຫັນເປັນດີຈີຕອນ, ຊິບເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ AI. ປະຊາຄົມຊາວ ຫວຽດນາມ ຈົ່ງຄົ້ນຄວ້າ, ຮ່ຳຮຽນເພື່ອສາມາດສ້າງວິສາຫະກິດລົງທຶນຢູ່ທີ່ນີ້, ແລ້ວພວກເຮົາຈະກັບມາລົງທຶນຢູ່ປະເທດຂອງພວກເຮົາ”.


top