2 ປະເທດມີບັນດາ ຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງໃນການຮ່ວມມືດ້ານການຄ້າ ແລະ ການສຶກສາ, ທ່ອງທ່ຽວ, ກະສິກຳ, ໝາກໄມ້...
ທ່ານນາຍົກລັດຖະມົນຕີ Christopher Luxon (ພາບ: TTXVN)
ປະຈຸບັນແມ່ນຈຸດເວລາເໝາະສົມເພື່ອສ້າງບັນດາບາດກ້າວບຸກທະລຸໃນການພົວພັນ ຫວຽດນາມ - ນິວຊີແລນ. ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ເມື່ອຕອບສຳພາດຕໍ່ສື່ມວນຊົນໃນວັນທີ 28 ກຸມພາ, ກ່ຽວກັບການພົວພັນ 2 ຝ່າຍ ຫວຽດນາມ - ນິວຊີແລນ, ໃນສະພາບການທີ່ 2 ປະເທດຫາກໍ່ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
ຕາມທ່ານນາຍົກລັດຖະມົນຕີ Christopher Luxon ແລ້ວ, 2 ປະເທດມີບັນດາ ຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງໃນການຮ່ວມມືດ້ານການຄ້າ ແລະ ການສຶກສາ, ທ່ອງທ່ຽວ, ກະສິກຳ, ໝາກໄມ້ ແລະ ບັນດາຜະລິດຕະພັນທີ່ເປັນມູນເຊື້ອ. ພ້ອມກັນນັ້ນ, ນິວຊີແລນ ກໍ່ມີບັນດາເຕັກໂນໂລຊີ ແລະ ວິທະຍາສາດຫາກໍ່ພົ້ນເດັ່ນທີ່ດີ. ທ່ານເຊື່ອມໝັ້ນວ່າ, ຫວຽດນາມ ຈະແມ່ນປະເທດສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງທີ່ນັບມື້ນັບຫຼາຍ, ເປັນປະເທດນັບມື້ນັບມີຄວາມວັດທະນາຖາວອນຫຼາຍກວ່າ ແລະ ມີຄວາມສະໜິດຕິດພັນຢ່າງແໜ້ນແຟ້ນກວ່າເຂົ້າໃນລະບົບສະໜອງທົ່ວໂລກ.
ທ່ານນາຍົກລັດຖະມົນຕີ ນິວຊີແລນ ຖືວ່າ, ຫວຽດນາມ ແມ່ນພື້ນຖານເສດຖະກິດເຕີບໂຕຢ່າງໄວ ແລະ ແຮງແຖວໜ້າຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໃນຮອບເວລາ 25 ປີຜ່ານມາ, ທ່ານຢືນຢັນວ່າ ຫວຽດນາມ ພວມແມ່ນປະເທດພວມພົ້ນເດັ່ນຂຶ້ນຢູ່ພາກພື້ນ. ຕາມທ່ານແລ້ວ, ບັນດາການຄາດຄະເນຊີ້ໃຫ້ເຫັນວ່າ ພື້ນຖານເສດຖະກິດຂອງ ຫວຽດນາມ ຈະສືບຕໍ່ບັນລຸລະດັບເຕີບໂຕ 7% ໃນ 2 – 3 ປີຈະມາເຖິງ ແລະ ສິ່ງນີ້ແມ່ນມີພື້ນຖານເມື່ອ ຫວຽດນາມ ໄດ້ປະຕິບັດເລື່ອງສ້າງພື້ນຖານເສດຖະກິດເຕີບໂຕເປັນຢ່າງດີ, ຊ່ວຍໃຫ້ປະຊາຊົນນັບລ້ານຄົນຫຼຸດພົ້ນອອກຈາກຄວາມທຸກຍາກ, ລະດັບຄ່າຄອງຊີບຂອງປະຊາຊົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ.