ຂ່າວສານ

ປະກາດໝາກຜົນສັບປະດາຂັ້ນສູງ APEC 2017

      ບັນດາໝາກຜົນທີ່ພົ້ນເດັ່ນຂອງສັບປະດາຂັ້ນສູງ APEC 2017 ຢູ່ ດ່າໜັງ ນັ້ນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນ 11.000 ຄົນ ນີ້ແມ່ນໜຶ່ງໃນບັນດາສັບປະດາຂັ້ນສູງ APEC ທີ່ດຶງດູດໄດ້ການເຂົ້າຮ່ວມຂອງເຈົ້າໜ້າທີ່ພື້ນຖານເສດຖະກິດ APEC, ວິສາຫະກິດ, ນັກຂ່າວເປັນຈຳນວນຫລວງຫລາຍ.

ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ບູຍແທງເຊີນ (ພາບ: TTXVN)
      ຕອນເຊົ້າວັນທີ 17 ພະຈິກ ທີ່ເຮືອນຮັບແຂກລັດຖະບານ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ບູຍແທງເຊີນ, ປະທານກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງ APEC 2017, ເປັນປະທານການປະກາດໝາກຜົນສັບປະດາຂັ້ນສູງ APEC 2017 ທີ່ສະຫງວນໃຫ້ບັນດາອົງການຕາງໜ້າການທູດ ແລະ ບັນດາອົງການຈັດຕັ້ງສາກົນຢູ່ ຮ່າໂນ້ຍ.
        ກ່າວຄຳເຫັນທີ່ການປະກາດ, ທ່ານຮອງລັດຖະມົນຕີຜູ້ປະຈຳການ ບູຍແທງເຊີນ ເນັ້ນໜັກວ່າ: ດ້ວຍບັນດາໝາກຜົນທີ່ພົ້ນເດັ່ນຂອງສັບປະດາຂັ້ນສູງ APEC 2017 ຢູ່ ດ່າໜັງ ນັ້ນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນ 11.000 ຄົນ ນີ້ແມ່ນໜຶ່ງໃນບັນດາສັບປະດາຂັ້ນສູງ APEC ທີ່ດຶງດູດໄດ້ການເຂົ້າຮ່ວມຂອງເຈົ້າໜ້າທີ່ພື້ນຖານເສດຖະກິດ APEC, ວິສາຫະກິດ, ນັກຂ່າວເປັນຈຳນວນຫລວງຫລາຍ. ພິເສດ ບັນດາການນຳເສດຖະກິດ APEC ທັງໝົດລ້ວນແຕ່ເຂົ້າຮ່ວມ.
        ທ່ານຮອງລັດຖະມົນຕີຜູ້ປະຈຳການ ບູຍແທງເຊີນ ຢືນຢັນວ່າ: ດ້ວຍຫົວຂໍ້ “ສ້າງກຳລັງໜູນໃໝ່ ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ”, ເອກະສານຮ່ວມ 8 ສະບັບໄດ້ຮັບຮອງເອົາຢູ່ສັບປະດາຂັ້ນສູງ, ພົ້ນເດັ່ນທີ່ສຸດ ແມ່ນຖະແຫຼງການຂັ້ນສູງ ດ່າໜັງ ແລະ ຖະແຫຼງການຮ່ວມກອງປະຊຸມລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດ - ເສດຖະກິດ APEC, ສິ່ງດັ່ງກ່າວໄດ້ພິສູດໃຫ້ເຫັນ ຄຳໝັ້ນສັນຍາຢ່າງແຮງຂອງບັນດາສະມາຊິກສຳລັບບັນດາເປົ້າໝາຍ ແລະ ຄຸນຄ່າຫຼັກແຫຼ່ງຂອງ APEC ແມ່ນຊຸກຍູ້ການຫັນການຄ້າ ແລະ ການລົງທຶນເປັນເສລີ, ສະໜັບສະໜູນລະບົບການຄ້າຫລາຍຝ່າຍ.
        ທ່ານຮອງລັດຖະມົນຕີຜູ້ປະຈຳການ ບູຍແທງເຊີນ ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈສຳລັບການສະໜັບສະໜູນ, ການສົມທົບກັນຢ່າງແໜ້ນແຟ້ນຂອງບັນດາພື້ນຖານເສດຖະກິດສະມາຊິກ ແລະ ການຊ່ວຍເຫຼືອຢ່າງແທດຈິງຂອງບັນດາອົງການຕາງໜ້າບັນດາພື້ນຖານເສດຖະກິດສະມາຊິກຢູ່ ຮ່າໂນ້ຍ, ກໍ່ຄືບັນດາອົງການຈັດຕັ້ງສາກົນໃນຕະຫລອດວິວັດການກະກຽມມຸ່ງໄປເຖິງສັບປະດາຂັ້ນສູງ, ປະກອບສ່ວນເພື່ອໃຫ້ ຫວຽດນາມ ບັນລຸໄດ້ບັນດາໝາກຜົນສຳຄັນຄືດັ່ງກ່າວ.
        ຜູ້ຕາງໜ້າບັນດາອົງການຕາງໜ້າທຸຕານຸທູດ ແລະ ບັນດາອົງການຈັດຕັ້ງສາກົນ ຕີລາຄາສູງບັນດາໝາກຜົນສຳຄັນຂອງສັບປະດາຂັ້ນສູງ ແລະ ທັງປີ APEC 2017, ບົດບາດປະສານງານ, ນຳພາຂອງ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)
 
 

top