ຂ່າວສານ

ປະກາດໃຊ້ບັນດານະໂຍບາຍພິເສດ ເພື່ອຊ່ວຍໜູນ ແລະ ລະດົມກຳລັງໃຈແກ່ກຳລັງເຂົ້າຮ່ວມການປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ-19

      ຕອນບ່າຍວັນທີ 4 ສິງຫາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດຫວຽດນາມເວືອງດິງເຫ້ວໄດ້ພົບປະກັບບັນດາພະນັກງານແພດໝໍຂອງໂຮງໝໍສູນກາງ 22 ແຫ່ງ ຕາງໜ້າໃຫ້ພາລະກອນການແພດເກືອບ 3000 ຄົນ ເພື່ອກະກຽມເພີ່ມທະວີກຳລັງປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ-19 ໃຫ້ແກ່ນະຄອນໂຮ່ຈິມິນ ແລະ ບັນດາແຂວງທາງພາກໃຕ້ຫວຽດນາມ.
ທ່ານປະທານສະພາແຫ່ງຊາດຫວຽດນາມເວືອງດິງເຫ້ວ ພ້ອມກັບບັນດາພະນັກງານແພດໝໍ
      ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດຫວຽດນາມເວືອງດິງເຫ້ວໄດ້ຮັບຮູ້ ແລະ ຂອບໃຈຕໍ່ການອຸທິດສ່ວນຂອງພະນັກງານແພດໝໍ, ບັນດາຜູ້ອອກແຮງງານ, ນັກອາສາສະໝັກໃນວຽກງານປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ-19 . ທ່ານປະທານສະພາແຫ່ງຊາດຫວຽດນາມເວືອງດິງເຫ້ວສະເໜີ ນະຄອນໂຮ່ຈິມິນ ແລະ ບັນດາແຂວງທາງພາກໃຕ້ ສືບຕໍ່ສຸມໃສ່ປະຕິບັດການແຍກຫ່າງສັງຄົມ, ພ້ອມກັນນັ້ນ, ຂະແໜງສາທາລະນະສຸກ ສືບຕໍ່ປັບປຸງລະບົບການປິ່ນປົວ, ເປັນຕົ້ນແມ່ນການປິ່ນປົວຟື້ນຟູຊີບ, ຮີບເຮັ່ງເພີ່ມເຕີມວັດຖຸ ພາຫະນະເຄຶ່ອງຈັກຮັບໃຊ້ການແພດ, ເອົາໃຈໃສ່ວຽກງານປິ່ນປົວສຸກເສີນເພື່ອຫຼຸດຜ່ອນຈຳນວນຄົນເຈັບຖືກເສຍຊີວິດໂດຍໄວ. ພ້ອມກັນນັ້ນ ກໍຕ້ອງປະຕິບັດການສັກວັກຊິນຢ່າງທົ່ວເຖິງໃນເວລາໄວເທົາທີ່ຈະໄວໄດ້.
(ແຫຼ່ງຄັດຈາກ VOV)


top