ຂ່າວສານ

ປະກາດຫົວໜ່ວຍໃຫ້ຄຳປຶກສາຕາງໜ້າໂຄສະນາການອຸປະຖຳໃຫ້ແກ່ Sea Games 31 ແລະ ASEAN Para Games 11

ຄາດວ່າ, Sea Games 31 ແລະ ASEAN Para Games 11 ຈະດຳເນີນ ນັບແຕ່ວັນທີ 21 ພະຈິກ ຫາວັນທີ 23 ທັນວາ 2021.
ພິທີເຊັນ ແລະ ປະກາດ. (ພາບ: hanoimoi.com.vn)

ຕອນບ່າຍວັນທີ 19 ເມສາ, ຄະນະຈັດຕັ້ງງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 31 (Sea Games 31) ແລະ ງານມະຫາກຳກິລາຄົນພິການອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 11 (ASEAN Para Games 11) ໄດ້ປະກາດຫົວໜ່ວຍໃຫ້ຄຳປຶກສາ, ຕາງໜ້າໂຄສະນາການອຸປະຖຳໃຫ້ແກ່ຄະນະຈັດຕັ້ງແມ່ນ ບໍລິສັດຫຸ້ນສ່ວນເນື້ອໃນດີຈີຕອນຫວຽດ (Vietcontent). ທ່ານ ເຈິ່ງດຶກເຟື໊ນ, ຮອງຫົວໜ້າກົມໃຫຍ່ຮັບຜິດຂອບກົມໃຫຍ່ກິລາກາຍຍະກຳຫວຽດນາມ, ໃຫ້ຮູ້ວ່າ:

        “ພິທີເຊັນ ແລະ ປະກາດຫົວໜ່ວຍເຄື່ອນໄຫວການໂຄສະໜາໃຫ້ແກ່ Sea Games 31 ແລະ ASEAN Para Games 11 ແມ່ນເຫດການສຳຄັນໃນວິວັດທະນາການກະກຽມ ແລະ ຈັດຕັ້ງ 2 ງານດັ່ງກ່າວ. ພວກຂ້າພະເຈົ້າໄດ້ຕີລາຄາສູງເລື່ອງ Vietcontent ໄດ້ມີແຜນການໂຄສະນາ, ຂົນຂວາຍການອຸປະຖຳທີ່ມີແບບແຜນ, ລະອຽດ, ມີຄວາມເປັນໄປໄດ້ສູງ ຮັບປະກັນເປົ້າໝາຍ ແລະ ປະສິດທິຜົນເຊິ່ງຄະນະຈັດຕັ້ງໄດ້ວາງອອກ”.

        ຄາດວ່າ, Sea Games 31 ແລະ ASEAN Para Games 11 ຈະດຳເນີນ ນັບແຕ່ວັນທີ 21 ພະຈິກ ຫາວັນທີ 23 ທັນວາ 2021, ໃນນັ້ນຮ່າໂນ້ຍ ແມ່ນສະຖານທີ່ຮັບຈັດຕັ້ງຕົ້ນຕໍ ພ້ອມກັບບັນດາທ້ອງຖິ່ນອື່ນຄື: ບັ໊ກນິງ, ຫາຍຟ່ອງ, ກວາງນິງ, ຟູ໊ທໍ້, ຮ່ານາມ…

(ແຫຼ່ງຄັດຈາກ VOV)


top