ຂ່າວສານ

ປະກາດລາຍການເວທີປາໄສ “ທ່ອງທ່ຽວ ກອນຕູມ- ຄວາມສາມາດບົ່ມຊ້ອນ ແລະ ແງ່ຫວັງ”

ເນື້ອໃນລາຍການລວມມີ: ປະກາດແຜນການພັດທະນາທ່ອງທ່ຽວເຂດ 3 ລ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ໄລຍະ 2021 – 2025, ວິໄສທັດຮອດປີ 2030.

ເນື້ອໃນລາຍການລວມມີ: ປະກາດແຜນການພັດທະນາທ່ອງທ່ຽວເຂດ 3 ລ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ໄລຍະ 2021 – 2025, ວິໄສທັດຮອດປີ 2030.

    

ການປະຊຸມຖະແຫຼງຂ່າວ. (ພາບ: kontum.gov.vn)

ຕອນບ່າຍວັນທີ 18 ເມສາ, ຢູ່ຮ່າໂນ້ຍ, ກົມໃຫຍ່ທ່ອງທ່ຽວ ຫວຽດນາມ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກອນຕູມ ໄດ້ຈັດການປະຊຸມຖະແຫຼງຂ່າວແນະນຳລາຍການຂອງເວທີປາໄສ “ທ່ອງທ່ຽວ ກອນຕູມ- ຄວາມສາມາດບົ່ມຊ້ອນ ແລະ ແງ່ຫວັງ” ເຊິ່ງຈະດຳເນີນໃນວັນທີ 24 ເມສາ, ຢູ່ນະຄອນ ກອນຕູມ.

        ເນື້ອໃນລາຍການລວມມີ: ປະກາດແຜນການພັດທະນາທ່ອງທ່ຽວເຂດ 3 ລ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ໄລຍະ 2021 – 2025, ວິໄສທັດຮອດປີ 2030. ປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອນ ແລະ ແງ່ຫວັງພັດທະນາການທ່ອງທ່ຽວແຂວງ ກອນຕູມ; ບັນດາມາດຕະການແກ້ໄຂເພື່ອສ້າງຜະລິດຕະພັນ, ກະຕຸນການທ່ອງທ່ຽວ, ຍູ້ແຮງການດຶງດູກນັກທ່ອງທ່ຽວມາ ກອນຕູມ; ເຊັນບັນດາຂໍ້ຕົກລົງຮ່ວມມື, ລົງທຶນ.

        ບັນດາການເຄື່ອນໄຫວກ່ອນຈັດເວທີປາໄສລວມມີ: ຈັດລາຍການ Famtrip ສຳຫຼວດ, ແນະນຳການລົງທຶນ, ສ້າງລາຍການທ່ອງທ່ຽວ; ຈັດເຂດວາງສະແດງ, ແນະນຳບັນດາຜະລິດຕະພັນວັດທະນະທຳ, ທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງແຂວງ… ການເຄື່ອນໄຫວພາຍຫຼັງເວທີປາໄສລວມມີ: ຈັດງານຕະຫຼາດນັດໂສມ ງອກລິງ ແລະ ບັນດາການເຄື່ອນໄຫວໂຄສະນາການທ່ອງທ່ຽວ ແລະ ຜະລິດຕະພັນສະເພາະເມືອງ ຕູເມີຣົງ ປີ 2022…

(ແຫຼ່ງຄັດຈາກ VOV)


top