ຂ່າວສານ

ປະກາດຜູ້ດີເດັ່ນໜຸ່ມ ຫວຽດນາມ 10 ຄົນປີ 2022

ລາງວັນຜູ້ດີເດັ່ນໜຸ່ມ ຫວຽດນາມ ແມ່ນລາງວັນອັນສູງສົ່ງຂອງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ເພື່ອຮັບຮູ້, ເຊີດຊູບັນດາແບບຢ່າງຊາວໜຸ່ມດີເດັ່ນ ອາຍຸຕ່ຳກວ່າ 35 ປີ, ມີຜົນງານພົ້ນເດັ່ນ, ດີເລີດໃນ 10 ຂົງເຂດ.
  ຜູ້ດີເດັ່ນໜຸ່ມ ຫວຽດນາມ 10 ຄົນປີ 2022  

ຕອນເຊົ້າວັນທີ 06 ມີນາ, ຢູ່ຮ່າໂນ້ຍ, ສະພາມອບລາງວັນໄດ້ປະກາດລາງວັນຜູ້ດີເດັ່ນໜຸ່ມ ຫວຽດນາມ 10 ຄົນປີ 2022.

ຕາມນັ້ນແລ້ວ, ຜູ້ດີເດັ່ນໜຸ່ມ ຫວຽດນາມ 10 ຄົນປີ 2022 ລວມມີ: ໂງກຸຍດັງ, ຫວໍ້ຮ່ວາງຫາຍ (ຂົງເຂດ ຮ່ຳຮຽນ); ສາດສະດາຈານ ເຈືອງແທັງຕຸງ (ຂົງເຂດ ຄົ້ນຄວ້າວິທະຍາສາດ - ປະດິດຄິດສ້າງ); ຫງວຽນຍືແທັງ (ຂົງເຂດອອກແຮງງານທຳການຜະລິດ); ຫງວຽນວັນທຽນຫວູ (ຂົງເຂດດຳເນີນທຸລະກິດ startup); ຮ້ອຍໂທ ເລຫາວ (ຂົງເຂດປ້ອງກັນຊາດ); ຮ້ອຍຕີ ທ່າວອາຄື (ຂົງເຂດປ້ອງກັນຄວາມໝັ້ນຄົງຄວາມເປັນລະບຽບຮຽບຮ້ອຍ); ຮີນຍື (ຂົງເຂດກິລາກາຍຍະກຳ); ຫງວຽນທິງອັກຮ່າ (ຂົງເຂດວັດທະນະທຳສິລະປະ); ຮ້ອຍໂທ ເຢືອງຫາຍແອັງ (ຂົງເຂດເຄື່ອນໄຫວສັງຄົມ). ຄາດວ່າ, ພິທີຍ້ອງຍໍຊົມເຊີຍຜູ້ດີເດັ່ນໜຸ່ມ ຫວຽດນາມ 10 ຄົນປີ 2022 ຈະຈັດຂຶ້ນໃນຕອນຄ່ຳວັນທີ 23 ມີນາ ຈະມາເຖິງຢູ່ ຮ່າໂນ້ຍ.

ລາງວັນຜູ້ດີເດັ່ນໜຸ່ມ ຫວຽດນາມ ແມ່ນລາງວັນອັນສູງສົ່ງຂອງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ເພື່ອຮັບຮູ້, ເຊີດຊູບັນດາແບບຢ່າງຊາວໜຸ່ມດີເດັ່ນ ອາຍຸຕ່ຳກວ່າ 35 ປີ, ມີຜົນງານພົ້ນເດັ່ນ, ດີເລີດໃນ 10 ຂົງເຂດ.

 


top