ຂ່າວສານ

ປະກາດປຶ້ມປົກຂາວປ້ອງກັນຊາດ ຫວຽດນາມ ຢູ່ ໄທ

      ຕອນຄ່ຳວັນທີ 11 ທັນວາ, ສະຖານທູດ ຫວຽດນາມ ປະຈຳລາຊະອານາຈັກ ໄທ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (1944 - 2019), 30 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາດ (1989 - 2019) ແລະ ປະກາດປຶ້ມປົກຂາວປ້ອງກັນຊາດ ຫວຽດນາມ.

ທ່ານພັນໂທ ຟານຫຶວທັ໊ງ - ທູດທະຫານ ຫວຽດນາມ ປະຈຳ ໄທ
      ທີ່ພິທີ, ທ່ານພັນໂທ ຟານຫຶວທັ໊ງ - ທູດທະຫານ ຫວຽດນາມ ປະຈຳ ໄທ ໄດ້ແນະນຳກ່ຽວກັບປຶ້ມປົກຂາວປ້ອງກັນຊາດ ຫວຽດນາມ 2019, ຊີ້ແຈ້ງບັນດາການດັດປັບໃນນະໂຍບາຍປ້ອງກັນຊາດໃນໄລຍະໃໝ່ ແລະ ເນັ້ນໜັກເຖິງຄວາມໝາຍຂອງປຶ້ມປົກຂາວປ້ອງກັນຊາດ ແນໃສ່ເຮັດໃຫ້ໂປ່ງໃສ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈໃນການພົວພັນຂອງ ຫວຽດນາມ ກັບປະຊາຄົມສາກົນ.
 (ແຫຼ່ງຄັດຈາກ VOV)


top