ເລື່ອງບົດປະກາດໄດ້ຮັບການຮັບຮອງເອົາຈາກ 10 ປະເທດ ອາຊຽນ ໄດ້ສ້າງປະຖົມປັດໄຈຢ່າງໝັ້ນຄົງໜັກແໜ້ນໃຫ້ແກ່ການຮັບຮູ້ໃບປະກາດຊື່ງກັນ ແລະ ກັນໃນພາກພື້ນ.
ພິທີປະກາດບົດລາຍງານອ້າງອີງຂອບວຸດທິລະດັບຊາດ ຫວຽດນາມ ກັບຂອບອ້າງອີງວຸດທິຂອງ ອາຊຽນ ໂດຍກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຈັດຂຶ້ນໃນຕອນເຊົ້າວັນທີ 19 ທັນວາ ຢູ່ ຮ່າໂນ້ຍ ແມ່ນເຫດການທີ່ມີຄວາມໝາຍຍຸດທະສາດ, ເປັນຂີດໝາຍແຫ່ງບາດກ້າວເດີນສຳຄັນຂອງ ຫວຽດນາມ ໃນການເຊື່ອມໂຍງການສຶກສາ, ສ້າງປະຖົມປັດໄຈຢ່າງໝັ້ນຄົງໜັກແໜ້ນ ໃຫ້ແກ່ການຮັບຮູ້ໃບປະກາດ ແລະ ຊຸກຍູ້ການຫັນປ່ຽນຜູ້ອອກແຮງງານທີ່ມີທັກສະໃນພາກພື້ນ ອາຊຽນ ແລະ ໄກກ່ວາອີກ.
ທີ່ພິທີ, ທ່ານ ຫງວຽນວັນຟຸກ, ຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຢືນຢັນວ່າ:
ເລື່ອງບົດປະກາດໄດ້ຮັບການຮັບຮອງເອົາຈາກ 10 ປະເທດ ອາຊຽນ ໄດ້ສ້າງປະຖົມປັດໄຈຢ່າງໝັ້ນຄົງໜັກແໜ້ນໃຫ້ແກ່ການຮັບຮູ້ໃບປະກາດຊື່ງກັນ ແລະ ກັນໃນພາກພື້ນ. ນັບແຕ່ປະຈຸບັນ, ບັນດາປະເທດສະມາຊິກຈະມີພື້ນຖານ ເພື່ອເຂົ້າໃຈແຈ້ງ ແລະ ຮັບຮູ້ຄຸນຄ່າຂອງບັນດາໃບປະກາດ, ໃບຢັ້ງຢືນຜົນງານ ໂດຍບັນດາຮາກຖານການສຶກສາຂອງ ຫວຽດນາມ ສະໜອງ. ສິ່ງນີ້ຈະເປີດໂອກາດວຽກເຮັດງານທຳຫຼາຍກ່ວາໃຫ້ແກ່ຜູ້ອອກແຮງງານ, ໜູນຊ່ວຍນັກສຶກສາໃນການຮຽນຕໍ່ ແລະ ຍົກສູງຄວາມສາມາດແກ້ງແຍ້ງຂອງຂັບພະຍາກອນມະນຸດ ຫວຽດນາມ ແລະ ຍົກຍ້າຍຜູ້ອອກແຮງງານໃນພາກພື້ນ.