ກ່າວຄຳເຫັນ ແລະ ປະກາດຂໍ້ຕົກລົງ ອະໄພຍະໂທດ ປີ 2021, ທ່ານ ຟ້າມແທັງຮ່າ, ຮອງຫົວໜ້າຫ້ອງວ່າການປະທານປະເທດ, ເນັ້ນໜັກວ່າ: ວຽກງານອະໄພຍະໂທດແມ່ນສະແດງໃຫ້ເຫັນນະໂຍບາຍອະໄພຍະໂທດ, ມະນຸດສະທຳຂອງ ພັກ, ລັດ ແລະ ມູນເຊື້ອອັນດີງາມຂອງ ຫວຽດນາມ ຕໍ່ຜູ້ຖືກລົງໂທດຈຳຄຸກ
ຕອນເຊົ້າວັນທີ 31 ສິງຫາ, ຢູ່ຮ່າໂນ້ຍ, ຫ້ອງວ່າການປະທານປະເທດ ໄດ້ຈັດການຖະແຫຼງຂ່າວປະກາດຂໍ້ຕົກລົງອະໄພຍະໂທດ ປີ 2021 ຂອງທ່ານປະທານປະເທດ ໃຫ້ແກ່ ນັກໂທດກ່ວາ 3.026 ຄົນ ທີ່ພວມປະຕິບັດຄຳຕັດສິນຂອງສານແມ່ນຈຳຄຸກ ທີ່ມີເງື່ອນໄຂຄົບຖ້ວນເພື່ອຮັບການອະໄພຍະໂທດ ປີ 2021. ກ່າວຄຳເຫັນ ແລະ ປະກາດຂໍ້ຕົກລົງ ອະໄພຍະໂທດ ປີ 2021, ທ່ານ ຟ້າມແທັງຮ່າ, ຮອງຫົວໜ້າຫ້ອງວ່າການປະທານປະເທດ, ເນັ້ນໜັກວ່າ: ວຽກງານອະໄພຍະໂທດແມ່ນສະແດງໃຫ້ເຫັນນະໂຍບາຍອະໄພຍະໂທດ, ມະນຸດສະທຳຂອງ ພັກ, ລັດ ແລະ ມູນເຊື້ອອັນດີງາມຂອງ ຫວຽດນາມ ຕໍ່ຜູ້ຖືກລົງໂທດຈຳຄຸກ, ທັງມີຄວາມເຂັ້ມງວດໃນການພິພາກສາ ສຳລັບຜູ້ມີໂທດ, ພ້ອມທັງສະແດງຄວາມມະນຸດສະທຳສຳລັບນັກໂທດທີ່ມີການດັດສ້າງທີ່ດີ, ມີບັນດາການປະກອບສ່ວນໃນວິວັດການດັດສ້າງ, ສົ່ງເສີມເຂົາເຈົ້າສູ້ຊົນຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ກ້າວໜ້າ ເພື່ອກາຍເປັນຜູ້ທີ່ມີຜົນປະໂຫຍດໃຫ້ແກ່ສັງຄົມ.
(ແຫຼ່ງຄັດຈາກ VOV)