ຂ່າວສານ

ປະກາດ ໂລໂກ້ແຫລ່ງທີ່ມາແຫ່ງຊາດ ຂອງຫວຽດນາມ

ໂລໂກ້ຮູບພາບນົກຮຸງໂດຍມີຕົວຫນັງສືວ່າ: "VIET NAM GI" ໃນພື້ນສີເຫລືອງ,ຂອບແດງເຂັ້ມແມ່ນສັນຍາລັກຂອງແຫລ່ງທີ່ມາແຫ່ງຊາດ ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ປະກາດໃນຕອນບ່າຍວັນທີ 28 ຕຸລາ.
  ໂລໂກ້ ແຫ່ລງທີ່ມາ. (ພາບ: VGP/Hoàng Giang)  

ກ່າວຄຳເຫັນທີ່ກອງປະຊຸມ ປະກາດ ໂລໂກ້ ແຫ່ລງທີ່ມາແຫ່ງຊາດຂອງຫວຽດນາມ ໂດຍກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະເຕັກໂນໂລຊີ ສົມທົບກັບອົງການຊັບສິນທາງປັນຍາ ສ. ເກົາຫລີ (KIPO) ຈັດຕັ້ງຕາມຮູບການເຊິ່ງຫນ້າ ຢູ່ ຮ່າໂນ້ຍ ແລະ ທາງໄກ, ທ່ານ ຫງວຽນຮ່ວາງຢາງ, ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະເຕັກໂນໂລຊີ ໃຫ້ຮູ້ວ່າ: ເລື່ອງສ້າງສຳເລັດ ໂລໂກ້ແຫລ່ງທີ່ມາແຫ່ງຊາດ ຫວຽດນາມ ຈະຊ່ວຍນັກນຳເຂົ້າສິນຄ້າ ແລະ ຜູ້ບໍລິໂພກ ຮູ້ແຈ້ງຜະລິດຕະພັນມີລັກສະນະຕາງຫນ້າໃຫ້ ຫວຽດນາມ, ເຮັດໃຫ້ເຂົາເຈົ້າມີຄວາມອຸ່ນອ່ຽນໃຈກ່ຽວກັບຕົ້ນກຳເນີດ, ຄຸນນະພາບຜະລິດຕະພັນ, ຊ່ວຍເພີ່ມທະວີຄວາມສາມາດແກ້ງແຍ້ງຂອງຜະລິດຕະພັນທີ່ມີແຫ່ລງທີ່ມາ.


top