ຂ່າວສານ

ປະກາດ 10 ເຫດການ ວັດທະນະທຳ , ກິລາ ແລະ ທ່ອງທ່ຽວທີ່ພົ້ນເດັ່ນປີ 2018

      ວັນທີ 12 ມັງກອນ, ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມໄດ້ປະກາດ 10 ເຫດການ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວທີ່ພົ້ນເດັ່ນປີ 2018.

ທີມຊາດບານເຕະຊາຍ ຫວຽດນາມ ໄດ້ຮັບລາງວັນຊະນະເລີດກິລາບານເຕະ ອາຊີຕາເວັນອອກສ່ຽງໃຕ້ (AFF Suzuki Cup)
      ຕາມການປະກາດ, ໃນຂົງເຂດວັດທະນະທຳມີ 5 ເຫດການໄດ້ຮັບການຄັດເລືອກເຊັ່ນ: ງານບຸນຍິງບັ້ງໄຟດອກສາກົນ ດາໜັງ ປີ 2018; ສວນສາທາລະນະ ທໍລະນີພູຜາແມ່ນ້ຳລຳເຊ ກາວບັງ ຊຶ່ງຖືກອົງການ UNESCO ຮັບຮອງແມ່ນ ສວນສາທາລະນະ ທໍລະນີທົ່ວໂລກ UNESCO; ສິລະປະຍຸກປະຈຸບັນທີ່ເປັນເອກະລັກໃນຫໍສະພາແຫ່ງຊາດ; ເປັນຄັ້ງທຳອິດທີ່ພິຈາລະນາມອບນາມມະຍົດ “ ນັກສິລະປະການປະຊາຊົນ ” ໃນຂົງເຂດມໍລະດົກວັດທະນະທຳບໍ່ເປັນວັດຖຸ; ຄວາມງາມຫວຽດນາມໄດ້ຮັບການຢັ້ງຢືນໃນແຜນທີ່ຄວາມງາມໂລກ.
      ໃນຂົງເຂດກິລາ ມີ 3 ເຫດການທີພົ້ນເດັ່ນຄື : ເອຊຽນເກມ18; ທີມຊາດບານເຕະ ຊາຍ ຫວຽດນາມ ໄດ້ຮັບລາງວັນຊະນະເລີດກິລາບານເຕະ ອາຊີຕາເວັນອອກສ່ຽງໃຕ້ (AFF Suzuki Cup) ພາຍຫຼັງ 10 ປີທີ່ລໍຄອຍ;  ເປັນຄັ້ງທຳອິດທີ່ກິລາບານເຕະຫວຽດນາມ ຍາດໄດ້ລາງວັນຊະນະເລີດໃນງານແຂ່ງຂັນ ຊິງ ຊະນະເລີດກີລາບານເຕະ U23 ອາຊີ    
     ໃນຂົງເຂດທ່ອງທ່ຽວມີ 2 ເຫດການເຊັ່ນ ຂະແໜງທ່ອງທ່ຽວຫວຽດນາມ ຕ້ອນຮັບແຂກ ທ່ອງທ່ຽວສາກົນ 15 ລ້ານເທື່ອຄົນໃນປີ 2018 ; ເປັນຄັ້ງທຳອິດທີ່ຫວຽດນາມໄດ້ຮັບລາງວັນ ສະຖານທີ່ທ່ອງທ່ຽວແຖວໜ້າອາຊີປີ 2018 ໂດຍອົງການລາງວັນທ່ອງທ່ຽວໂລກມອບໃຫ້.
 (ແຫຼ່ງຄັດຈາກ VOV)


top