ພາບຊີວິດ

ປອ ຫງວຽນຖຸ້ຍແອງ: “ທູດ ແຫ່ງຄວາມຮູ້ສຶກ”

ພາຍຫຼັງ 12ປີ​ແຫ່ງ​ຄວາມ​ມານະ​ພະຍາຍາມ​ ເພື່ອ​ຊ່ວຍ​ໃຫ້​ເດັກນ້ອຍ​ ຖື​ການ​ອ່ານ​ ເປັນ​ຄວາມ​ມັກ​ຂອງ​ຕົນ ດ້ວຍຄວາມສະໝັກໃຈ ແລະ ​ເປັນ​ນິດໄສ ​ຕະຫຼອດ​ຊີວິດ, ເມື່ອ​ບໍ່​ດົນ​ມາ​ນີ້ 
ພາຍຫຼັງ 17 ປີ​ແຫ່ງ​ການ​ດຳລົງ​ຊີວິດ ​ແລະ ​ຮ່ຳຮຽນ​ຢູ່ ສ ​ລັດ​ເຊຍ, ປອ ຖຸ້ຍແອງ ​ໄດ້​ກັບ​ຄືນ​ ຫວຽດນາມ ດ້ວຍ​ຄວາມ​ແປກ​ໃຈ​ຫຼາຍ​ຢ່າງ ​ຕໍ່ໜ້າ ການ​ປ່ຽນ ຂອງ ​ບ້ານ​ເກີດ​ເມືອງ​ນອນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ສິ່ງ​ທີ່​ເຮັດ​ໃຫ້​ ປອ ຖຸ້ຍແອງ ​ແປກ​ໃຈ ​ແລະ ​ເປັນ​ຫ່ວງ​ກວ່າ​​ແມ່ນ​ຄວາມ​ຂ້ອງຄາໃຈ ​ແລະ ຄວາມ​ຄິດ​ຂອງ​ພໍ່​ແມ່​ຜູ້ປົກຄອງ ນັກຮຽນ ​ໃນ​ເສັ້ນທາງ ການ​ສຶກ ສາ​ອົບຮົມ​ລູກ​ຫຼານ.

ດ້ວຍ​ຄວາມ​ຮັບຜິດຊອບ ​ແລະ ຫົວໃຈ ທ່ີອົບອຸ່ນ ໃນ​ບົດບາດ​ຂອງ​ນັກ​ສຶກສາຜູ້ໜຶ່ງ ​ທີ່​ໄດ້​ຮັບ​ການ​ຝຶກ​ອົບຮົມ​ຢູ່​ຕ່າງປະເທດ, ປອ ຖຸ້ຍແອງ ຄິດ​ວ່າ​ ຕົວເອງ​ຕ້ອງ​ເຮັດ​ສິ່ງໃດສິ່່ງໜຶ່ງ ​ເພື່ອ​​ສະໜັບສະໜູນ ສາຍທາງ​ເດີນເປັນ​ພໍ່​ແມ່ ​ຂອງ ​ໝູ່​ເພື່ອນ ຂອງທ່ານນາງ.

ໃນປີ 2010, ສະໂມສອນ “ອ່ານປຶ້ມ ພ້ອມກັບ ລູກ”  ໄດ້ກຳເນີດຂຶ້ນ  ຫຼັງຈາກຄວາມຄິດກັງວົນ. ຄໍາຂວັນ ຂອງ ສະໂມສອນ ໄດ້ສະແດງ ໃຫ້ ເຫັນຢ່າງຈະແຈ້ງ ກ່ຽວກັບ ພາລະກິດ ແລະ ຄວາມປາດຖະໜາ ຂອງ ຜູ້ກໍ່ຕັ້ງຄື: "ອ່ານປຶ້ມພ້ອມກັບລູກ - ເຕີບໂຕພ້ອມກັບລູກ”.

ໃນການດຳເນີນຊີວິດ ຄັ້ງທໍາອິດ, ສະໂມສອນ ໄດ້ຮັບການລົງທະບຽນ ຈາກ 200 ຄອບຄົວ. ຕັ້ງ​ແຕ່​ນັ້ນ​ມາ, ສະ​ໂມ​ສອນ​ອ່ານ​ປຶ້ມພ້ອມ​ກັບ​ລູກ​ໄດ້​ກາຍ​ເປັນ “ຊາຍຄາລວມ” ຂອງ​ເດັກ​ນ້ອຍ.

ເມື່ອ​ບໍ່​ດົນ​ມາ​ນີ້ ​ທ່ານນາງ ປອ ດ້ານການ ສຶກສາ ຫງວຽນ​ຖຸ້ຍແອງ ໄດ້​ວາລະສານ Forbes ເລືອກ ໃຫ້ເປັນ ໜຶ່ງ ໃນຜູ້ຍິງ 20 ຄົນ ຜູ້ຖ່າຍທອດແຮງບັນດານໃຈ ໃນປີ 2021. ພາບ: ກົງດາດ

ສະໂມສອນ ອ່ານປຶ້ມ ພ້ອມກັບລູກ  ໃນປັດຈຸບັນ ໄດ້ກາຍເປັນ ບ້ານທີ່ໜ້າຮັກ ສໍາລັບເດັກນ້ອຍ. ພາບ: ກົງດາດ

ລາຍ​ລະ​ອຽດ​ການ​ອອກ​ແບບ​ທີ່ ສະໂມສອນອ່ານປຶ້ມພ້ອມກັບລູກ ແມ່ນເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ​ ແລະ ​ເຫມາະ​ສົມ​ສໍາ​ລັບ​ອາ​ຍຸ​ຂອງ​ເດັກ​ນ້ອຍ​. ພາບ: ກົງດາດ

ຢູ່​ທີ່​ສະ​ໂມ​ສອນ​ ມີ​ປຶ້ມ​ອັນ​ລ້ຳ​ຄ່າ ​ທຸກປະເພດ ສຳລັບ​ເດັກ​ນ້ອຍ. ພາບ: ກົງດາດ

 


ມູນໜຶ່ງໃນສະໂມສອນ ອ່ານປຶ້ມພ້ອມກັບລູກ. ພາບ: ກົງດາດ
ທ່ານນາງ ປອ ຫງວຽນຖຸ້ຍແອງ  ພ້ອມກັບພວກນ້ອງນ້ອຍຢູ່ສະໂມສອນ. ພາບ: ກົງດາດ
 ດ້ວຍຄວາມຮູ້ດ້ານການສຶກສາ ຂອງຕົນ, ທ່ານນາງ ປອ  ຫງວຽນຖຸ້ຍແອງ ໄດ້ແບ່ງປັນ, ອະທິບາຍ ຄວາມຄ້ອງຄາໃຈ, ຄວາມຄິດ ຂອງ ພໍ່ແມ່ຜູ້ປົກຄອງນັກຮຽນ ໃນເສັ້ນທາງ ການສຶກສາ ອົບຮົມລູກຫຼານ. ພາບ: ກົງດາດ/VNP

ໃນ​​ເວລາອ່ານປຶ້ມ​ແຕ່ລະຄາບ​ນັ້ນ, ລະ​ດັບ​ການ​ອ່ານປຶ້ມ​ ປອ ຖຸ້ຍແອງ​ ໄດ້ວາງ​ແຜນ​ຢ່າງ​ລະ​ອຽດ. ຈາກ​ການ​ອ່ານ​ປຶ້ມ​ຕາມ​ຫົວ​ຂໍ້ ໄປຈົນເຖິງ ການ​ອ່ານປຶ້ມ​ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ ​ຂອງ​ແຂກຜູ້ຮັບເຊີນ, ນັກຂຽນ, ນັກ​ກະວີ... ອັນໄດ້ສ້າງແຮງກະຕຸ້ນ ເຮັດໃຫ້​​ເດັກນ້ອຍ​ເຂົ້າໃກ້ກັບປຶ້ມ ທັງເຈາະຈີ້ມຄວາມຮູ້ສຶກ, ກະຕຸ້ນຄວາມຄິດ ມະໂນພາບ ໃຫ້ເດັກນ້ອຍ ມີຄວາມກ້າ  ແລະ ​ໝັ້ນ​ໃຈ​ຕົນເອງ ໃນ​ການ​ປະດິດສ້າງ.

ໃນປີ 2014, ສະໂມສອນ ອ່ານປຶ້ມພ້ອມກັບເດັກນ້ອຍ ໄດ້ຖືກ ຄັດ ເລືອກ ໂດຍສະພາກຳມະການສາກົນ ເປັນຕົວແບບ ໃນການເຄື່ອນ ໄຫວ ທີ່ມີປະສິດທິຜົນ ໃນຂອບລາງວັນ ຕົວແບບ ການເຄື່ອນໄຫວທີ່ມີ ປະສິດທິຜົນ ຄັ້ງທີ 10, ລາງວັນສາກົນ Dubai.

ປອ ຖຸ້ຍແອງ ​ໄດ້​ອອກ​ແບບ, ຄົ້ນ​ຄວ້າ ​ແລະ ທົດ​ສອບ ​ເພື່ອ​ສ້າງ​​ຂະ​ບວນການ​ດຳ​ເນີນ​ງານ ສະໂມສອນ ແລະ ນໍາ​ໂຄງການດັ່ງກ່າວ ເຂົ້າ​ຝຶກ​ອົບຮົມ​ໃຫ້ຄູ​ສອນ, ພໍ່​ແມ່​ຜູ້ປົກຄອງນັກຮຽນ ​ຢູ່​ບັນດາ​ໂຮງຮຽນ, ​ຜູ້ ແນະນຳ​ສະ​ໂມ​ສອນ ​ຢູ່​ບັນດາ​ເມືອງ​ ຂອງ​ບາງ​ແຂວງ​ຄື: ດ້ຽນບຽນ, ແທງ​ຮ໋ວາ, ກວ໊າງ​ຈີ້, ກວ໊າງ​ງ໊າຍ, ຖ໋າຍບິ່ງ, ຮ່າຢາງ... ບັນດາໂຄງ​ການ​ທີ່ໄດ້ດຳເນີນປະ​ຕິ​ບັດ​ ໂດຍ ປອ ຖຸ້ຍແອງ ທີ່ ສາ​ມາດກ່າວເຖິງ​ຄື: ວິໄສທັດໂລກ, ພື້ນທີ່ອ່ານປຶ້ມ, ເຂົ້າ ກັບຊີ້້ນ, ຄວາມ​ຮູ້ ​ແລະ ​ຄວາມ​ຝັນ, ປຶ້ມ​ສໍາ​ລັບ​ເດັກໆ ເປັນຕົ້ນ.


ແຕ່​ເດືອນ ຕຸລາ 2014 ຮອດ ເດືອນ ຕຸລາ 2015, ປອ ຖຸ້ຍແອງ ​ໄດ້​ຝຶກ​ອົບຮົມໃຫ້​ຄູ​ສອນ ຈໍານວນ 368 ຄົນ ​ຢູ່ບັນດາ​ເມືອງ ວິຊວຽນ, ດົ່ງວັນ, ແມ່ວວາກ, ກວ໊າງບ້າ ແລະ ອຽນມິງ (ແຂວງ ຮ່າຢາງ), ພ້ອມ​ທັງ​ຮ່ວມ​ມື ​ແລະ ​ແບ່ງປັນ ​ຕົວ​ແບບນີ້ ​ກັບ​ໂຮງຮຽນ​ອະນຸບານ, ໂຮງຮຽນປະຖົມ ​ແລະ ​ໂຮງຮຽນ​ມັດທະຍົມ​ຕອນ​ຕົ້ນ ​ຫຼາຍ​ແຫ່ງ ຢູ່ ຮ່າໂນ້ຍ ອີກດ້ວຍ.

ທ່ານນາງ ປອ ຫງວຽນຖຸ້ຍແອງ​ ໄດ້​ໂອ້​ລົມ​ກັບ ​ພໍ່​ແມ່ຜູ້ປົກ ຄອງນັກຮຽນ ​ໃນ​ວັນ​ກະວີ​ ຫວຽດນາມ 2018. ພາບ: ເອກະສານ ໂດຍຜູ້ກ່ຽວສະໜອງໃຫ້

ທ່ານນາງ ປອ ຫງວຽນຖຸ້ຍແອງ ກຳລັງສອນໃຫ້ແກ່ ນັກຮຽນ ຫວຽດນາມ ຢູ່ ເຢຍລະມັນ. ຮູບພາບ: ເອກະສານ NVCC

ທ່ານນາງ ປອ ຫງວຽນຖຸ້ຍແອງ ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ ກ່ຽວກັບ​ພາ​ສາ​ໂປ​ໂລຍຢູ່​ສະ​ຖາ​ບັນ Goethe. ໂດຍຜູ້ກ່ຽວສະໜອງໃຫ້. ພາບ: ເອກະສານ ໂດຍຜູ້ກ່ຽວສະໜອງໃຫ້

ທ່ານນາງ ປອ ຫງວຽນຖຸ້ຍແອງ ທີ່​ພິທີ​ເປີດ​ຊຸດ​ປຶ້ມ Andersen ຢູ່ Lespace. ພາບ: ເອກະສານ ໂດຍຜູ້ກ່ຽວສະໜອງໃຫ້

​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ ທີ່ ປອ ຖຸຍແອງ ​ໄດ້​ດຳເນີນປະຕິບັດ​ປະສົບ ສຳ​ເລັດຜົນ ນັ້ນ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ຊ່ວຍ​ໃຫ້​ເດັກນ້ອຍສຳຜັດ ກັບ​ສິລະ​ປະ​ພື້ນ​ເມືອງ​ຄື: ຂັບຕ່ວງ, ຂັບແຈ່ວ, ລະຄອນ ແລະ ອື່ນໆ. ນີ້ ແມ່ນບັນດາການເຄື່ອນໄຫວ ຊຶ່ງທ່ານນາງ ໃຫ້ຮູ້ວ່າ: “ບຳລຸງສ້າງ ຄວາມຮັກ ຕໍ່ບັນດາຮູບແບບ ສິລະປະ ພື້ນເມືອງ ຊ່ວຍໃຫ້ໄວໜຸ່ມ ຫວຽດນາມ ມີພື້ນຖານ ວັດທະນະທຳ ທີ່ໝັ້ນຄົງ ເພື່ອກາຍເປັນພົນ ລະເມືອງໂລກ”. ຄ້າຍພັກແລ້ງ ເຍົາວະຊົນ  EcoCamp-ຄ້າຍພັກແລ້ງ ເພື່ອແນະນຳ ປະກອບອາຊີບ ໄດ້ກາຍເປັນ ກິດຈະກໍາ ທີ່ບັນດາເດັກໆ ລໍຄອຍໃນທຸກໆ ປີ.
ປອ ຖຸ້ຍແອງ ຍັງເປັນທີ່ຮູ້ຈັກ ໃນຖານະເປັນນັກຂຽນ, ນັກກະວີ, ນັກ ແປ. ຊຸດປຶ້ມ “ຍິມຫຍິ໊ມຫຍິ່ມຍິມ-ມ່ວນກັບພາສາ ຫວຽດ - ແມ່ເສືອ ອ່ອນໂຍນ- ແຕ່ກ່ອນ, ມື້ນີ້, ມື້ໜ້າ” ໄດ້ກາຍເປັນເພື່ອນ ທີ່ຂາດບໍ່ໄດ້ ຂອງເດັກໆ ທີ່ຢາກຄົ້ນຫາ ແລະ ຮູ້ຈັກ ກັບໂລກ ອ້ອມຕົວເຂົາເຈົ້າ. ໃນເວລາດຽວກັນ ຊ່ວຍໃຫ້ພວກເຂົາ ຝຶກທັກສະສໍາລັບຕົນເອງ, ນັບຖື ຮັກແພງ ຄົນທີ່ຢູ່ອ້ອມຂ້າງ ພວກເຂົາ. ບັນດາຜົນງານ ການປະດິດ ແຕ່ງ ຂອງ ທ່ານນາງ ແມ່ນບ່ອນເກັບຮັກສາ ບັນດາຫົວເລື່ອງ ກ່ຽວກັບ ເດັກໆ.

ນອກຈາກ​ການ​ເຄື່ອນ​ໄຫວ​ຢູ່​ພາຍ​ໃນ​ປະ​ເທດ, ປອ ຖຸ້ຍແອງ ຍັງ​ເຂົ້າ​ຮ່ວມ​ການ​ສອນ​ພາສາ​ ​ແລະ ​ແນະນຳ​ວັດທະນະທຳ ຫວຽດນາມ ​ໃຫ້ວົງ ຄະນະຍາດ ​ຊາວ ຫວຽດນາມ ຢູ່ Warsaw, ​ໂປ​ໂລຍ ​ແລະ ວົງຄະນາ ຍາດ​ຊາວ ຫວຽດນາມ ຢູ່ Stuttgart, ​ເຢຍລະ​ມັນ ຫຼື ເຂົ້າ​ຮ່ວມ​ງານ ມະໂຫລານ ປະດິດແຕ່ງ​ວັນ​ນະ​ຄະ​ດີ ​ໂດຍ​ສະ​ມາ​ຄົມ​ນັກ​ປະ​ພັນ ລັດ​ເຊຍ ຈັດ​ຂຶ້ນ ​ເພື່ອ​ຊ່ວຍ​ໃຫ້​ໄວ​ໜຸ່ມ ​ຫວຽດ​ນາມ ທີ່​ຢູ່​ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ ​ສາ​ມາດ​ເຂົ້າ​ໃຈ ແລະ ຮັກພາ​ສາ​ ຫວຽດ​ ຍິ່ງຂຶ້ນ.

ໃນທຸກ​ການ​ເຄື່ອນ​ໄຫວ ​ຫຼື​ ໂຄງການ​ໃດ ທີ່ໄດ້ຈັດຂຶ້ນ​ກໍ່​ຕາມ, ຜູ້​ຄົນ  ຈະເຫັນ​ ຢູ່ ​ປອ ຖຸ້ຍແອງ ນັ້ນແມ່ນຜູ້ມີ​ຈິດ​ໃຈປອດໃສ, ມີ​ຄວາມ​ຮັກ​ຕໍ່​ວຽກ​ງານ- ຮັກ​ເດັກນ້ອຍ, ມີ​ພະລັງ​ຊີວິດ ​ໃນ​ແງ່​ດີ ​ພ້ອມກັບສານທີ່ມີ​ຄຸນຄ່າ ​ກ່ຽວ​ກັບ​ອາຊີບເປັນຄູສອນ. ນັ້ນແມ່ນ ຂໍ້ອ້າງທີ່ຫຼາຍຍ​ຄົນໄດ້​ເອີ້ນ​ ປອ ຖຸ້ຍແອງ​ ວ່າ “ທູດແຫ່ງຄວາມຮູ້ສຶກ”. 

top