ຂ່າວສານ

ບໍ​ລິ​ຈາກ​ເລືອດ​ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່ - ເພ​ີ່ມທະ​ວີ​ຄວາມ​ຜາ​ສຸກ

ດ້ວຍສານທີ່ວ່າ “ບໍລິຈາກເລືອດຕົ້ນລະດູບານໃໝ່ - ເພີ່ມທະວີຜາຄວາມສຸກ”, ວັນບຸນບໍລິຈາກເລືອດລະດູບານໃໝ່ ເປັນເຫດການບໍລິຈາກເລືອດໃຫຍ່ທີ່ສຸດໃນລະລະດູບານໃໝ່ແຕ່ລະປີ, ຖືກໄຂຂຶ້ນໃນວັນທີ 6 ກຸມພາ ຈົນຮອດວັນທີ 12 ກຸມພາ ຈຶ່ງອັດລົງ, ຄາດວ່າຈະໄດ້ຮັບເລືອດປະມານ 6.000 ຖົງ.
  ວັນບຸນບໍລິຈາກເລືອດລະດູບານໃໝ່ 2023   

ສະຖາບັນເລືອດສາດ - ສົ່ງເລືອດສູນກາງ ໄດ້ສົມທົບກັບ ສະມາຄົມຊາວໜຸ່ມຂົນຂວາຍ ການບໍລິຈາກເລືອດນະຄອນ ຮ່າໂນ້ຍ ຈັດເຫດການຢູ່ຫຼາຍສະຖານທີ່ ຢູ່ຮ່າໂນ້ຍ. ທ່ານ ຮສ. ປອ. ຫງວຽນຮ່າແທງ, ຫົວໜ້າສະຖາບັນໂລຫິດສາດ - ສົ່ງເລືອດສູນກາງ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າຖືວ່າ ປະຊາຊົນໄດ້ເລືອກການບໍລິຈາກເລືອດ ເໝືອນດັ່ງການເຄື່ອນໄຫວທີ່ນຳມາເຊິ່ງໂຊກລາບໃນຍາມຕົ້ນປີໃໝ່. ເມື່ອກ່ອນ, ອາດຈະມີຄວາມລັງເລໃຈບໍ່ຢາກເສຍເລືອດຍາມຕົ້ນປີ, ແຕ່ປັດຈຸບັນນີ້ ຫຼາຍຄົນຖືວ່າ ການບໍລິຈາກເລືອດໃນວັນທີ 1, ທີ 2, ທີ 3 ບຸນເຕັດແມ່ນການເຄື່ອນໄຫວເພື່ອການກຸສົນ, ນຳມາເຊິ່ງໂຊກ, ລາບໃຫ້ແກ່ຄອບຄົວ. ຫຼາຍຄົນພ້ອມກັບຄອບຄົວ ແລະ ຍາດພີ່ນ້ອງ ພາກັນໄປບໍລິຈາກເລືອດໃນຊຸມວັນຕົ້ນປີໃໝ່”.

 


top