ຂ່າວສານ

ບໍ່ອາດເສກສັນປັ້ນແຕ່ງຄວາມຈິງສິດເສລີໃນການເຊື່ອຖື, ການເຄື່ອນໄຫວດ້ານສາສະຫນາ ຢູ່ ຫວຽດນາມ

ມີບາງອົງການຂາດເຈດຕະນາດີ, ພິເສດ ແມ່ນ “ຄະນະກຳມະການຂອງ ອາເມລິກາ ກ່ຽວກັບສິດເສລີພາບດ້ານສາສະຫນາສາກົນ” (USCIRF) ຫວ່າງແລ້ວນີ້ ໄດ້ມີການຕີລາຄາ ບິດເບືອນຄວາມຈິງກ່ຽວກັບສະພາບການສິດເສລີພາບດ້ານສາສະຫນາຢູ່ ຫວຽດນາມ, ໂດຍບໍ່ຫົວຊາຕໍ່ຄວາມຈິງທີ່ວ່າ ລັດແຫ່ງອຳນາດກົດໝາຍ ສັງຄົມນິຍົມ ຫວຽດນາມ ຍາມໃດກໍ່ປະຕິບັດນະໂຍບາຍຮັບປະກັນສິດເສລີໃນການເຊື່ອຖື, ການເຄື່ອນໄຫວດ້ານສາສະຫນາ ໃຫ້ພົນລະເມືອງທຸກຄົນຢ່າງສະເຫມີຕົ້ນສະເຫມີປາຍ.

ມີບາງອົງການຂາດເຈດຕະນາດີ, ພິເສດ ແມ່ນ “ຄະນະກຳມະການຂອງ ອາເມລິກາ ກ່ຽວກັບສິດເສລີພາບດ້ານສາສະຫນາສາກົນ” (USCIRF) ຫວ່າງແລ້ວນີ້ ໄດ້ມີການຕີລາຄາ ບິດເບືອນຄວາມຈິງກ່ຽວກັບສະພາບການສິດເສລີພາບດ້ານສາສະຫນາຢູ່ ຫວຽດນາມ, ໂດຍບໍ່ຫົວຊາຕໍ່ຄວາມຈິງທີ່ວ່າ ລັດແຫ່ງອຳນາດກົດໝາຍ ສັງຄົມນິຍົມ ຫວຽດນາມ ຍາມໃດກໍ່ປະຕິບັດນະໂຍບາຍຮັບປະກັນສິດເສລີໃນການເຊື່ອຖື, ການເຄື່ອນໄຫວດ້ານສາສະຫນາ ໃຫ້ພົນລະເມືອງທຸກຄົນຢ່າງສະເຫມີຕົ້ນສະເຫມີປາຍ.

    

ທ່ານປະທານປະເທດ ຫງວຽນຊວນຟຸກ ພົບປະກັບຜູ້ຕາງຫນ້າອົງການສາສະຫນາຢູ່ ເມືອງ ຮອກມົນ ເມື່ອເດືອນ 5/2021. ພາບ: TTXVN

ສິດເສລີໃນການເຊື່ອຖື, ການເຄື່ອນໄຫວດ້ານສາສະຫນາ ໂດຍລັດຖະທຳມະນູນປີ 2013 ຂອງຫວຽດນາມ ໄດ້ກຳນົດຢ່າງລະອຽດໃນມາດຕາ 24 ວ່າ: “1. ທຸກຄົນມີ ສິດເສລີໃນການເຊື່ອຖື, ການເຄື່ອນໄຫວດ້ານສາສະຫນາ, ເຊື່ອຖື ຫລືບໍ່ເຊື່ອຖືສາສະຫນາໃດຫນຶ່ງ. ບັນດາສາສະຫນາລ້ວນແຕ່ມີຄວາມສະເໝີພາບຕໍ່ກົດໝາຍ.2. ລັດເຄົາລົບ ແລະ ປົກປ້ອງ ສິດເສລີໃນການເຊື່ອຖື, ການເຄື່ອນໄຫວດ້ານສາສະຫນາ”. ດ້ວຍຈິດໃຈນັ້ນ ລັດຫວຽດນາມ ຍາມໃດກໍ່ສະເຫມີຕົ້ນສະເຫມີປາຍຕໍ່ນະໂຍບາຍເຄົາລົບ ແລະສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຊົນທຸກຄົນປະຕິບັດ ສິດເສລີໃນການເຊື່ອຖື, ການເຄື່ອນໄຫວດ້ານສາສະຫນາ ແລະ ພວມມານະພະຍາຍາມຮັບປະກັນສິດເສລີໃນການເຊື່ອຖື, ການເຄື່ອນໄຫວດ້ານສາສະຫນາ ແລະ ຄວາມສະເຫມີພາບລະຫວ່າງບັນດາສາສະຫນາໃຫ້ດີສຸດ”

ດ້ວຍຄວາມມານະພະຍາຍາມອັນໃຫຍ່ຫລວງ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການເຊື່ອຖື, ການເຄື່ອນໄຫວດ້ານສາສະຫນາ ເມື່ອວັນທີ 18 ພະຈິກ ປີ 2016. ຕໍ່ຈາກນັ້ນ ລັດຖະບານ ໄດ້ປະກາດໃຊ້ດຳລັດເລກທີ 162/2017 ໂດຍກຳນົດລະອຽດບາງມາດຕາ ແລະ ມາດຕະການປະຕິບັດກົດໝາຍວ່າດ້ວຍການເຊື່ອຖື, ການເຄື່ອນໄຫວສາສະຫນາ. ນອກນັ້ນ ບັນດາຂົງເຂດເຄື່ອນໄຫວອື່ນທີ່ກ່ຽວຂ້ອງເຖິງສາສະຫນາກໍ່ໄດ້ປັບປຸງໃນກົດໝາຍບາງສະບັບທີ່ກ່ຽວຂ້ອງຄື: ກົດໝາຍແພ່ງ, ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍມໍລະດົກ, ກົດໝາຍວ່າດ້ວຍການສຶກສາ.. ໃຫ້ສອດຄ່ອງກັບບັນດາຂໍ້ກຳນົດກ່ຽວກັບ ສິດເສລີໃນການເຊື່ອຖື, ການເຄື່ອນໄຫວດ້ານສາສະຫນາ.

ໃນຂອບເຂດນິຕິກຳດັ່ງກ່າວ, ສິດເສລີໃນການເຊື່ອຖື, ການເຄື່ອນໄຫວດ້ານສາສະຫນາ ຢູ່ ຫວຽດນາມ ນັບມື້ນັບໄດ້ຮັບປະກັນໃນພຶດຕິກຳຕົວຈິງ. ຄາດວ່າ  95% ຈຳນວນພົນລະເມືອງຫວຽດນາມແມ່ນເຊື່ອຖື ແລະເຂົ້າຮ່ວມການເຄື່ອນໄຫວທາງສາສະຫນາ. ມີ 16 ສາສະຫນາ ດ້ວຍ 43 ອົງການສາສະຫນາໄດ້ຮັບການຮັບຮອງຈາກລັດ. ມີກວ່າ 26,5 ລ້ານຄົນເຊື່ອຖືສາສະຫນາ, ກວມເອົາ 28% ຈຳນວນພົນລະເມືອງທົ່ວປະເທດ ພ້ອມກັບສະຖານທີ່ເຊື່ອຖື, ບູຊາ ນັບໝື່ນໆແຫ່ງ.

ພ້ອມກັບເລື່ອງສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຊົນປະຕິບັດ ສິດເສລີໃນການເຊື່ອຖື, ການເຄື່ອນໄຫວດ້ານສາສະຫນາ. ລັດ ຫວຽດນາມ ຍັງສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ບັນດາອົງການສາສະຫນາ ເພີ່ມທະວີການພົວພັນແລກປ່ຽນ ຮ່ວມມືສາກົນ. ຫວຽດນາມ ຍັງມີຄວາມເອົາໃຈໃສ່, ສ້າງເງື່ອນໄຂສະດວກເພື່ອໃຫ້ການເຄື່ອນໄຫວພົວພັນສາກົນຂອງບັນດາອົງການສາສະໜານັບມື້ນັບໄດ້ຮັບການເປີດກວ້າງ. ທຸກປີ, ມີອົງການສາສະຫນາ, ບຸກຄົນເຊື່ອຖືສາສະຫນາຢູ່ພາຍໃນປະເທດເຂົ້າຮ່ວມການເຄື່ອນໄຫວສາສະຫນາຢູ່ຕ່າງປະເທດ; ຜູ້ມີຍົດສັກຕຳແຫນ່ງທາງສາສະຫນາຫລາຍໆຄົນກໍ່ໄດ້ເຂົ້າມາເຄື່ອນໄຫວສາສະຫນາຢູ່ຫວຽດນາມ. ຫວຽດນາມ ກໍ່ມີຄວາມເປັນເຈົ້າການໃນການຖະແຫລງຂ່າວການຕ່າງປະເທດກ່ຽວກັບສະພາບການ ສິດເສລີໃນການເຊື່ອຖື, ການເຄື່ອນໄຫວດ້ານສາສະຫນາ ຂອງຫວຽດນາມ ຜ່ານການເຮັດວຽກ, ເວທີປາໄສສອງຝ່າຍ, ຫລາຍຝ່າຍຄັ້ງຕ່າງໆ ແລະ ຊ່ອງທາງໂອ້ລົມສົນທະນາສິດທິມະນຸດປະຈຳປີກັບບັນດາປະເທດຄື: ອາເມລິກາ, ອົດສະຕາລີ, ນອກແວ ແລະ ເອີລົບ..

ໂດຍບໍ່ຫົວຊາຕໍ່ຄວາມຈິງກ່ຽວກັບການເຄື່ອນໄຫວດ້ານສາສະຫນາ, ການເຊື່ອຖືສາສະຫນາຢູ່ ຫວຽດນາມ ຢ່າງມີຊີວິດຊີວາ, ມີບາງອົງການຂາດເຈດຕະນາດີ, ພົ້ນເດັ່ນແມ່ນ ອົງການ “ຄະນະກຳມະການຂອງ ອາເມລິກາ ກ່ຽວກັບສິດເສລີພາບດ້ານສາສະຫນາສາກົນ” (USCIRF)ໄດ້ມີການຕີລາຄາເປັນປະຈຳກ່ຽວກັບຄວາມຫຍໍ້ທໍ້ຕໍ່ຫວຽດນາມ. ຫວ່າງແລ້ວນີ້ ອົງການ ນີ້ ໄດ້ປະກາດ “ບົດລາຍງານອັບເດດສະພາບການສິດເສລີພາບດ້ານສາສະຫນາຂອງຫວຽດນາມປີ 2021” ດ້ວຍຂໍ້ມູນຂ່າວສານທີ່ຜິດເຂວ, ຖືວ່າ ເລື່ອງຜັນຂະຫຍາຍການປະຕິບັດກົດໝາຍວ່າດ້ວຍການເຊື່ອຖື, ການເຄື່ອນໄຫວດ້ານສາສະຫນາ ຢູ່ ຫລາຍທ້ອງຖິ່ນຂອງຫວຽດນາມ ຍັງຂາດຕົກບົກຜ່ອງ, ບໍ່ຄົບຊຸດ; ກຳລັງມີຫນ້າທີ່ຂອງຫວຽດນາມ “ສືບຕໍ່ປາບປາມ, ກໍ່ຄວາມຫຍຸ້ງຍາກຕໍ່ສາສະນີກະຊົນ, ອົງການສາສະຫນາທີ່ຍັງບໍ່ທັນໄດ້ຮັບຮອງ; ກັກຂັງ, ສັ່ງຟ້ອງ, ພິພາກສາ ບັນດາ “ນັກເຄື່ອນໄຫວດ້ານສາສະຫນາ”. “ນັກໂທດມະໂນທຳ”, ໃນນັ້ນ ມີ ຫງວຽນບັກຈວຽນ, ຜູ້ລະເມີດກົດໝາຍໄດ້ນຳມາພິພາກສາ, ຕັດສິນລົງໂທດ.

USCIRF ໄດ້ມີຄຳສະເຫນີແນະ ກະຊວງການຕ່າງປະເທດ ອາເມລິກາ ນຳຫວຽດນາມ ເຂົ້າບັນຊີລາຍຊື່ “ປະເທດຕ້ອງເອົາໃຈໃສ່ເປັນພິເສດ” (CPC). ຂໍ້ມູນຂ່າວສານ ຊື່ງ USCIRF ນຳໃຊ້ໃນບົດລາຍງານ ແມ່ນໄດ້ເກັບກຳມາຈາກບັນດາອົງການປະຕິການຢູ່ພາຍນອກ ຮ່ວມສຳພັນກັບບາງເປົ້າໝາຍຫົວຮຸນແຮງຕ້ານທຳລາຍຢູ່ພາຍໃນປະເທດ. ການຕີລາຄາຢ່າງຫຍໍ້ທໍ້, ບໍ່ຖືກກັບຄວາມຈິງ ຂອງ USCIRF ແມ່ນໄດ້ປະຕິເສດຄວາມມານະພະຍາຍາມຂອງຫວຽດນາມ ທີ່ໄດ້ສ້າງກົດໝາຍໃຫ້ສົມບູນແບບກໍ່ຄືປະຕິບັດບັນດານະໂຍບາຍຮັບປະກັນ, ຊຸກຍູ້ສິດເສລີພາບດ້ານສາສະຫນາໃຫ້ທຸກຄົນ.

ຫວຽດນາມ ຍາມໃດກໍ່ສະແດງເຈດຕະນາດີ, ເປີດອົກເປີດໃຈໃນການແລກປ່ຽນ, ສະຫນອງຂໍ້ມູນຂ່າວສານໃຫ້ບັນດາປະເທດ, ອົງການຈັດຕັ້ງທີ່ມີຄວາມສົນໃຈຕໍ່ບັນຫາສິດທິມະນຸດ, ໃນນັ້ນ ສິດເສລີໃນການເຊື່ອຖື, ການເຄື່ອນໄຫວດ້ານສາສະຫນາ, ຍິ່ງໄປກວ່ານັ້ນ ຍັງໄດ້ເຊີນບັນດາຄະນະ (ໃນນັ້ນມີ USCIRF) ເຂົ້າມາ ຫວຽດນາມ ເພື່ອເຫັນປະຈັກຕາຄວາມຈິງຂອງຄວາມມານະພະຍາຍາມກໍ່ຄືການຫັນປ່ຽນຕັ້ງຫນ້າກ່ຽວກັບການຮັບປະກັນ ສິດເສລີໃນການເຊື່ອຖື, ສາສະຫນາ ຢູ່ ຫວຽດນາມ. ສະເພາະ USCIRF, ຫວຽດນາມ ສະເຫນີແນະອົງການນີ້ ຈຳເປັນຕ້ອງຮັບຂໍ້ມູນຂ່າວສານຊັດເຈນ ແລະ ມີວິທີເຂົ້າເຖິງຢ່າງພາວະວິໄສ, ມີລັກສະນະສ້າງສັນເມື່ອປະກາດບົດລາຍງານປະຈຳປີກ່ຽວກັບສິດເສລີພາບດ້ານສາສະຫນາ, ບໍ່ພຽງແຕ່ສຳລັບຫວຽດນາມ ແລະ ຫາກນັບທັງບັນດາປະເທດອື່ນໃນໂລກ. ນັ້ນແມ່ນ ຄະຕິທຳ, ເປົ້າໝາຍຕົ້ນຕໍຂອງອົງການຫນຶ່ງຢາກມຸ່ງໄປເຖິງການຊຸກຍູ້ສິດເສລີພາບດ້ານສາສະຫນາໃນທົ່ວໂລກ.

(ແຫຼ່ງຄັດຈາກ VOV)


top