ຂ່າວສານ

ບໍລີສັດຮ່ວມທຸລະກິດໂທລະຄົມມະນາຄົມ ຫວຽດນາມ ປະຈຳ ລາວ ໜູນຊ່ວຍໂຮງຮຽນສອງພາສາ ຫງວຽນຢູ ຍົກສູງຄຸນນະພາບໃນການສິດສອນ

      ບ້ວງໜູນຊ່ວຍລວມມີ ຫ້ອງຮຽນເຕັກໂນໂລຢີຂໍ້ມູນຂ່າວສານ 1 ຫ້ອງ ດ້ວຍ ຄອບພິວເຕີ 30 ຊຸດ ພ້ອມກັບຊຸດໂຕະຕັ່ງ, ເວັບໄຊໃຫ້ແກ່ໂຮງຮຽນ ແລະ ໂປແກຼມການເສັງອອນລາຍຜ່ານ Mocha...
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ ຕີລາຄາສູງການຊ່ວຍເຫຼືອຂອງ ບໍລິສັດ Star Telecom
ໃຫ້ແກ່ໂຮງຮຽນ ຫງວຽນຢູ
      ຕອນບ່າຍວັນທີ 18 ສິງຫາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ບໍລິສັດ Star Telecom (Unitel), ຊື່ງແມ່ນບໍລິສັດຮ່ວມທຸລະກິດຂອງ Viettel ຢູ່ລາວ, ໄດ້ມອບບ້ວງໜູນຊ່ວຍທີ່ມີມູນຄ່າ 460 ລ້ານກີບ (ປະມານກ່ວາ 48.000 USD) ໃຫ້ແກ່ໂຮງຮຽນ ສອງພາສາ ລາວ - ຫວຽດນາມ ຫງວຽນຢູ.
      ບ້ວງໜູນຊ່ວຍລວມມີ ຫ້ອງຮຽນເຕັກໂນໂລຢີຂໍ້ມູນຂ່າວສານ 1 ຫ້ອງ ດ້ວຍ ຄອບພິວເຕີ 30 ຊຸດ ພ້ອມກັບຊຸດໂຕະຕັ່ງ, ເວັບໄຊໃຫ້ແກ່ໂຮງຮຽນ ແລະ ໂປແກຼມການເສັງອອນລາຍຜ່ານ Mocha... ນີ້ຈະແມ່ນຮູບແບບທົດລອງທຳອິດ ເພື່ອແນໃສ່ຍົກສູງຄຸນນະພາບການສິດສອນໃນຍຸກສະໄໝ 4.0 ແລະ ຖ້າຫາກວ່າ ການຜັນຂະຫຍາຍປະສົບຜົນສຳເລັດ, ຈະເປີດກ້ວາງໄປຍັງໂຮງຮຽນຕ່າງໆ.
 (ແຫຼ່ງຄັດຈາກ VOV)


top