ຂ່າວສານ

ບໍລິສັດ​ ຫວຽດນາມ ມອບ​ຊຸດ​ວິ​ໄຈ​​ໃຫ້​ອໍານາດ​ການ​ປົກຄອງ Moldova ຈໍານວນ 600 ຊຸດ

ບໍລິສັດ Farmacia Orient ໂດຍຄົນ ຫວຽດນາມ ເປັນເຈົ້າຂອງ ແລະ ບໍລິຫານ ໄດ້ມອບຊຸດວິໄຈກວດຫາເຊື້ອໄວຣັດ SARS – CoV- 2 ໂດຍເຢຍລະມັນຜະລິດ ຈໍານວນ 600 ຊຸດ ໃຫ້ແກ່ ອົງການການແພດປ້ອງກັນໂລກລະບາດແຫ່ງຊາດ Moldova.

ບໍລິສັດ Farmacia Orient ມອບຊຸດວິໄຈກວດຫາເຊື້ອໄວຣັດ SARS – CoV- 2 ໂດຍເຢຍລະມັນຜະລິດ ຈໍານວນ 600 ຊຸດ ໃຫ້ແກ່ ອົງການການແພດປ້ອງກັນໂລກລະບາດແຫ່ງຊາດ Moldova (ພາບ: VOV)

ເພື່ອແນໃສ່ຮ່ວມແຮງຮ່ວມໃຈປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ Moldova, ຫວ່າງມໍ່ໆມານີ້, ບໍລິສັດ Farmacia Orient ໂດຍຄົນຫວຽດນາມ ເປັນເຈົ້າຂອງ ແລະ ບໍລິຫານ ໄດ້ມອບຊຸດວິໄຈກວດຫາເຊື້ອໄວຣັດ SARS – CoV- 2 ໂດຍເຢຍລະມັນຜະລິດ ຈໍານວນ 600 ຊຸດ ໃຫ້ແກ່ ອົງການການແພດປ້ອງກັນໂລກລະບາດແຫ່ງຊາດ Moldova.

        ເຈົ້າໜ້າທີ່ ແລະ ຜູ້ຕາງໜ້າອົງການການແພດປ້ອງກັນໂລກລະບາດແຫ່ງຊາດ Moldova ຕີລາຄາສູງການຊ່ວຍເຫຼືອຢ່າງທັນການຂອງທາງບໍລິສັດ Farmacia Orient, ພ້ອມທັງເນັ້ນໜັກວ່າ ການກະທໍາແທດຈິງຂອງບໍລິສັດ Farmacia Orient ໄດ້ສ້າງຄວາມເຊື່ອໝັ້ນທີ່ວ່າ ມີພຽງຄວາມສະໜິດຕິດພັນ, ນໍ້າໃຈແບ່ງປັນ, ຮ່ວມແຮງຮ່ວມໃຈ ຈຶ່ງສາມາດສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ຢ່າງສໍາເລັດ. ນອກຈາກນັ້ນ, ຜ່ານສື່ສັງຄົມອອນລາຍ, ປະຊາຊົນ Moldova ກໍໄດ້ສົ່ງຄໍາຂອບອົກຂອບໃຈຕໍ່ການນໍາບໍລິສັດ Farmacia Orient ເຊັ່ນດຽວກັນ. 

 (ແຫຼ່ງຄັດຈາກ VOV)


top