ເສດຖະກິດ

ບໍລິສັດຮ່ວມທຸລະກິດ ນຳ້ມັນອາຍແກັສ ຫວຽດນາມ-ລັດເຊຍ

ກວ່າ 30 ປິກ່ອນນີ້, ວັນທີ 6 ກັນຍາ 1988, Vietsovpetro ໄດ້ຂຸດຄົ້ນ ນຳ້ມັນອາຍແກັສ ການຄ້າ ຊຸດທຳອິດ ຈາກບໍ່ ແບກໂຫ, ວາງຮາກຖານໃຫ້ແກ່ ຂະແໜງການອຸດສາຫະກຳ ນຳ້ມັນອາຍແກັສທະເລ ຫວຽດນາມ, ເປັນຄວາມເອກອ້າງ ທະນົງໃຈ ຂອງສາຍພົວພັນຮ່ວມມື ລະຫວ່າງ ຫວຽດນາມ- ໂຊວ໋ຽດ ໃນເມື່ອກ່ອນ (ປັດຈຸບັນແມ່ນ ສະຫະພັນ ລັດເຊຍ). 
30 ປີກ່ອນນີ້, ຄວາມໄຝຝັນທີ່ງ່າຍໆວ່າຂຸດຄົ້ນໄດ້ “1 ລ້ານໂຕນ ນຳ້ມັນອາຍແກັສ ຕໍ່ປີໜຶ່ງ” ຈາກບໍ່ ແບກໂຫ ຂອງ ທ່ານອະດີດນາຍົກລັດຖະມົນຕີ ຟ້າມວັນດົ່ງ ໄດ້ກາຍເປັນຈິງ ເມື່ອ ນຳ້ມັນເຊື້ອເພີງ ໄດ້ພົບເຫັນ ຢູ່ພື້ນຊັ້ນຫີນ, ນຳ ຫວຽດນາມ ກາຍເປັນໜຶ່ງ ໃນບັນດາ ປະເທດ ສົ່ງອອກ ນຳ້ມັນ ຢູ່ອາຊີ ຕາເວັນອອກສ່ຽງໃຕ້. 


ແປວໄຟແຫ່ງນຳ້ໃຈຮ່ວມມື Vietsopetro ກວ່າ 30 ປີຜ່ານມາ ຍັງແຈ້ງສະຫວ່າງ ຢູ່ເທິງ ໄຫຼ່ທະວີບ ຫວຽດນາມ. ພາບ: ເອກະສານ VNP


ບັນດານັກຊ່ຽວຊານ ລັດເຊຍ ຊ່ວຍໜູນ ດ້ານເຕັກນິກ ທີ່ ຖານເຈາະນຳ້ມັນແຫ່ງໜຶ່ງ ຂອງ Vietsopetro.  ພາບ: ເອກະສານ VNP


Vietsopetro ຂຸດຄົ້ນ ບໍ່ແບກໂຫ ກັບປະລິມານ ນຳ້ມັນ ກວ່າ 1000 ໂຕນ/ຈຸດໜຶ່ງ/ວັນຄືນ. ນີ້ແມ່ນບໍ່ທີ່ມີປະລິມານ
ນຳ້ມັນອາຍແກັສໃຫຍ່ທີສຸດ ອາຊີຕາເວັນອອກສ່ຽງໃຕ້. ພາບ: ເອກະສານ VNP



ການນຳ Vietsopetro ກັບຮູບຈຳລອງ ເຂດບໍ່ ນຳ້ມັນ ເຊື້ອເພີງ ແບກໂຫ ແລະ ບໍ່ຣົ່ງ ຢູ່ເຂດໄຫຼ່ທະວີບ ຫວຽດນາມ. ພາບ: ເອກະສານ VNP

ທ່ານ ໂງເທື່ອງຊານ, ປະທານສະມາຄົມນຳ້ມັນອາຍແກັສ ຫວຽດນາມ, ອະດີດຜູ້ອຳນວຍການໃຫຍ່ ສະຫະບໍລິສັດ ນຳ້ມັນອາຍແກັສ (ປັດຈຸບັນ ແມ່ນກຸ່ມບໍລິສັດ ນຳ້ມັນ ອາຍແກັສ ຫວຽດນາມ) ໃຫ້ຮູ້ວ່າ: ເລື່ອງ Vietsovpetro ພົບເຫັນ ນຳ້ມັນທາດເພີງ ໃນ ຊັ້ນພື້ນຫີນ ທີ່ແຕກແຫງ ຊຶ່ງບໍ່ເຄີຍມີມາກ່ອນໃນ ຂະແໜງການ ວິທະຍາສາດ ນຳ້ມັນອາຍແກັສໂລກ. 

ບໍລິສັດຮ່ວມທຸລະກິດ Vietsovpetro, Rusvietpetro, Gazpromviet, Vietgazprom...ເປັນສັັນຍາລັກ ຂອງ ການຮ່ວມມື ລະຫວ່າງ ສອງປະເທດ ຫວຽດນາມ-ລັດເຊຍ ໃນໄລຍະໃໝ່ ນຳມາປະສິດທິຜົນດ້ານເສດຖະກິດ ທີ່ຕັ້ງໜ້າ ໃຫ້ແກ່ທັງ ຫວຽດນາມ ແລະ ສະຫະພັນລັດເຊຍອີກດ້ວຍ. 
ທ່ານໂງເທື່ອງຊານ ໄດ້ຕີລາຄາວ່າ: “ຜົນສຳເລັດ ຂອງ ການຄົ້ນພົບ, ຈັດຕັ້ງການຂຸດຄົ້ນ ກະແສນຳ້ມັນ ໃນຊັ້ນຫີນ ແຕກແຫງ ຊຶ່ງໃຫ້ປະສິດທິຜົນຢ່າງໃຫຍ່ຫຼວງ ຢູ່ ບໍ່ແບກໂຫ ເປັນຜົນຫຼາກຫຼາຍ ຈາກການຕັດສິນໃຈ ອັນສະຫຼາດສ່ອງໃສ ຂອງກົມການເມືອງ ແລະ ລັດ, ຄວາມມັດມະຍັດ ແຫຼ່ງ ກຳລັງແຮງອັນປະເສີດ ກັບການ ຕັດສິນໃຈ ກໍ່ສ້າງ ຂະແໜງການ ອຸດສາຫະກຳ ນຳ້ມັນອາຍແກັສ ເປັນພະລັງແຮງ ໃຫ້ແກ່ການພັດທະນາ ພື້ນຖານເສດຖະກິດ, ເປັນຜົນສຳເລັດ ຂອງຄວາມໄມຕີຈິດ ມິດຕະພາບ ລະຫວ່າງ ຫວຽດນາມ-ໂຊວ໋ຽດ (ປັດຈຸບັນແມ່ນ ສະຫະພັນ ລັດເຊຍ) ທີ່ເພື່ອມມິດ ສະຫາຍຫຼາຍຄົນ ຍັງຖືວ່າ ນັ້ນແມ່ນ “ຄຳສັ່ງຈາກໝາກຫົວໃຈ”, ເປັນຜົນສຳເລັດ ຂອງ ການອອກແຮງງານ ດ້ານພູມປັນຍາ, ຂອງການ ປະດິດ ຄິດສ້າງ ແລະ ຄວາມສຸດອົກສຸດໃຈ ຂອງ ບັນດາ ລຸ້ນຄົນ ທີ່ໄປຊອກຫາໄຟ”.

ເວົ້າກ່ຽວກັບຄວາມໝາຍປະຫວັດສາດ ຂອງ ເລື່ອງ Vietsovpetro ໄດ້ຊອກເຫັນ ແລະ ຂຸດຄົ້ນນຳ້ມັນ ໃນຊັ້ນ ພື້ນຫີນ ໃນຊຸມປີ 80, ທ່ານອະດີດເລຂາທິການໃຫຍ່ ໂດ໊ເມືອຍ ໄດ້ໃຫ້ການສັງເກດ ຢ່າງຖືກຕ້ອງຊັດເຈນວ່າ: “ຂະແໜງການ ນຳ້ມັນອາຍແກັສ ຫວຽດນາມ ໄດ້ ປະກອບສ່ວນ ນຳປະເທດ ພວກເຮົາຫຼຸດພົ້ນຈາກ ສະພາບວິກິດການ ເສດຖະກິດ-ສັງຄົມ ແລະ ຍູ້ແຮງຂະບວນວິວັດແຫ່ງການ ຫັນເປັນອຸດສາຫະກຳ ທັນສະໄໝປະເທດຊາດ”.

ມາຮອດປັດຈຸບັນ, Vietsovpetro ໄດ້ຂຸດຄົ້ນຈາກ ຊັ້ນ ພື້ນຫີນ ນຳ້ມັນເຊື້ອໄຟ ກວ່າ 220 ລ້ານໂຕນ, LPG ແລະ condensat ກວ່າ 15 ລ້ານໂຕນ ກັບຍອດລາຍຮັບ ຂອງ ວິສາຫະກິດ ແມ່ນເກືອບ 75 ຕື້ ໂດລາສະຫະລັດ, ປະກອບສ່ວນອັນສຳຄັນ ໃຫ້ແກ່ງົບປະມານແຫ່ງລັດ, ເກັບທ້ອນ ແລະ ນຳເຂົ້າຝັ່ງ ສະໜອງໃຫ້ບັນດາໂຮງງານ ຜະລິດ ໄຟຟ້າ ບ່າເຣ້ຍ, ຝູ໋ໝີ໊, ເຍີນແຈກ ທາດອາຍ ກວ່າ 30 ຕື້ ແມັດກ້ອນ, ປະກອບສ່ວນ ໃນການ ຄອບງຳຈຳກັດ ຄວາມຂາດແຄນ ດ້ານພະລັງງານ, ທາດເພີງ ແລະ ຝຸ່ນ ໃນຊ່ວງເວລາປະເທດຊາດ ກຳລັງ ປະສົບກັບ ຄວາມຫຍຸ້ງຍາກ.

ປັດຈຸບັນ, ປະລິມານນຳ້ມັນ ທີ່ ບໍ່ ແບກໂຫ, ບໍ່ຣົ່ງ ໂດຍ Vietsovpetro ເປັນໜ່ວຍສືບຢັ່ງ ແລະ ຂຸດຄົ້ນ ໄດ້ດຳເນີນໄປ ກວ່າ 30 ປີ ແລະ ໄດ້ຢູ່ໄລຍະສຸດທ້າຍແລ້ວ. ທ່ານ ໂງເທື່ອງຊານ ໃຫ້ຮູ້ວ່າ, ເຖິງວ່າ ປະລິມານນຳ້ມັນ ທີ່ຂຸດຄົ້ນຈາກ ບໍ່ສອງແຫ່ງນີ້ ຈະຖືກຫຼຸດຜ່ອນຕາມວັນເວລາ, ບັນດາ ບໍ່ແຫ່ງໃຫຍ່ທີ່ສາມາດພົບເຫັນໃໝ່ ອາດຈະ ໜ້ອຍກວ່າ, ແຕ່ບັນດາຜູ້ທີ່ເຮັດວຽກ ໃນຂະແໜງການ ນຳ້ມັນອາຍແກັສ ຍັງມີຄວາມເຊື່ອໝັ້ນ ຢ່າງມີ ວິທະຍາສາດວ່າ, ຄວາມສາມາດ ບົ່ມຊ້ອນຢູ່ ໄຫຼ່ທະວີບ ຫວຽດນາມ ຍັງມີຄວາມອຸດົມສົມບູນ ແລະ ວຽກງານ ຜັນຂະຫຍາຍ ພ້ອມກັບບັນດາກຸ່ມບໍລິສັດ ນຳ້ມັນອາຍແກັສ ແຫ່ງໃຫຍ່ ຂອງ ລັດເຊຍ ໃນການສືບຢັ່ງ ແລະ ຂຸດຄົ້ນນຳ້ມັນອາຍແກັສ ຈະມີຜົນດີຢ່າງແນ່ນອນ.

 
ບົດ: VNP ສັງລວມ - ພາບ: VNP

top