ຂ່າວສານ

ບໍລິສັດທ່ອງທ່ຽວປັບຕົວໃຫ້ແທດເໝາະກັບທ່າອ່ຽງທ່ອງທ່ຽວແບບກຸ້ມຕົນເອງ

ການພັດທະນາຢ່າງແຮງຂອງບັນດາ ໂປຼເກມເຕັກໂນໂລຊີ ແລະ ຕົວແທນຈຳຫນ່າຍການທ່ອງທ່ຽວແບບທາງໄກ ໄດ້ເອື້ອອຳນວຍໃຫ້ຜູ້ຊົມໃຊ້ສາມາດຄົ້ນຫາຂໍ້ມູນ, ປຽບທຽບ, ຄັດເລືອກ ແລະ ຈ່ອງບ່ອນພັກເຊົາກໍ່ຄືການໄປມາຢ່າງສະດວກ. ທ່າອ່ຽງນີ້ນັບມື້ນັບພັດທະນາຢ່າງແຮງ ພາຍຫລັງໂລກລະບາດໂຄວິດ 19 ລະບາດຮອບທີ 4. ສິ່ງນີ້ຮຽກຮ້ອງໃຫ້ບັນດາບໍລິສັດທ່ອງທ່ຽວຕ້ອງມີການປ່ຽນແປງເພື່ອປັບຕົວໃຫ້ແທດເໝາະ.

ການພັດທະນາຂອງເຕັກໂນໂລຊີ, ບັນດາຕົວແທນຈຳຫນ່າຍທ່ອງທ່ຽວທາງໄກ OTA (Online Travel Agent) ຄື: booking, traveloka, agoda,... ແລະ ໂປຼເກມຈ່ອງປີ້ຍົນທາງໄກຂອງບັນດາບໍລິສັດການບິນ, ໂຮມແຮມ, ເຂດທ່ອງທ່ຽວ… ນັບມື້ນັບຫລາຍຂຶ້ນ ສະນັ້ນ ນັກທ່ອງທ່ຽວສາມາດປຽບທຽບລາຄາ, ການບໍລິການເພື່ອຄັດເລືອກ ແລະ ສັ່ງຊື້. ນອກນັ້ນ ນັກທ່ອງທ່ຽວກໍ່ສາມາດທາບທາມບົດຮຽນ ປະສົບການຜ່ານບົດຂຽນ, ເທບວີດີໂອການທ່ອງທ່ຽວຜ່ານສື່ສັງຄົມອອນລາຍເພື່ອສ້າງລາຍການທ່ອງທ່ຽວຂອງຕົນ.

        ເພື່ອປັບຕົວໃຫ້ແທດເໝາະກັບທ່າອ່ຽງທ່ອງທ່ຽວແບບໃຫມ່, ໃນຊຸມປີມໍ່ໆມານີ້ ບັນດາບໍລິສັດທ່ອງທ່ຽວໄດ້ເພີ່ມທະວີຜະລິດຕະພັນ tour “Free & Easy”, (ແມ່ນ combo ມີພຽງແຕ່ບັນດາບໍລິການທີ່ຈຳເປັນຂອງລາຍການທ່ອງທ່ຽວຄື: ປີ້ຍົນ, ລົດໂອໂຕ, ໂຮງແຮມ ແຕ່ບໍ່ຈຳເປັນຕ້ອງໄປຕາມລາຍການທ່ອງທ່ຽວ ກໍ່ຄືບໍ່ຕ້ອງມີການຄຸ້ມຄອງ, ບໍລິຫານຂອງຜູ້ນຳທ່ຽວອີກ). ທ່ານ ທິກວັກຢີ ຜູ້ອຳນວຍການສູນທ່ອງທ່ຽວຮັບໃຊ້ແຂກປີກຍ່ອຍ, ຂອງ BenThanh Tourist ໃຫ້ຮູ້ວ່າ: ວິສາຫະກິດພວມຍູ້ແຮງການພັດທະນາ tour Free & Easy.

 “ດ້ວຍການບໍລິການ Free & Easy ພວກຂ້າພະເຈົ້າໄດ້ເປີດບໍລິການຮັບໃຊ້ນັກທ່ອງທ່ຽວປະມານສິບປາຍກວ່າຄົນ ຕົວຢ່າງຄື: ນັກທ່ອງທ່ຽວສາມາດ ຈ່ອງປີ້ຍົນ, ຫ້ອງພັກ ແລ້ວພວກຂ້າພະເຈົ້າຈະໃຫ້ຄຳປຶກສາຕື່ມອີກກ່ຽວກັບສະຖານທີ່ທ່ອງທ່ຽວ ຊື່ງແຂກສາມາດໄປດ້ວຍຕົນເອງ.”

     ກໍ່ເຊັນດຽວກັນ, ຢູ່ ບໍລິສັດທ່ອງທ່ຽວ Saigontourist, ບັນດາ tour Free &Easy ແລະ ບໍລິການ

ທ່ອງທ່ຽວແບບປີກຍ່ອຍກໍ່ເພີ່ມຂຶ້ນ. ທ່ານນາງ ຮ່ວາງຖຸ່ຍລິງ ຮອງພະແນກ Marketing ແລະ ສື່ສານຂອງບໍລິສັດທ່ອງທ່ຽວດັ່ງກ່າວໃຫ້ຮູ້ວ່າ: ເພື່ອສ້າງກຳລັງແກ້ງແຍ້ງ, ທາງບໍລິສັດໄດ້ມີການເຮັດວຽກກັບບັນດາຄູ່ຮ່ວມມືເພື່ອສະຫນອງການບໍລິການດ້ວຍລາຄາທີ່ເໝາະສົມ.                                    ມີຫລາຍຄອບຄົວ ຫລືກຸ່ມໝູ່ເພື່ອນ ຈະຍົກອອກກ່ຽວກັບຄວາມຕ້ອງການທາງດ້ານສະຖານທີ່ທ່ອງທ່ຽວ, ເວລາເດີນທາງ ແລະ ບໍລິການ ເພື່ອໃຫ້ບັນດາບໍລິສັດທ່ອງທ່ຽວກະກຽມ. ດ້ວຍທ່າໄດ້ປຽບແມ່ນບໍລິສັດທ່ອງທ່ຽວແຖວຫນ້າ ສະນັ້ນລາຄາຂອງບັນດາ tour ກຸ້ມຕົນເອງ ຊື່ງ ບໍລິສັດທ່ອງທ່ຽວ Saigontourist ສ້າງຂຶ້ນ ມີລາຄາຕ່ຳກວ່າເມື່ອທຽບກັບລາຄາຊື່ງນັກທ່ອງທ່ຽວສັ່ງຊື້”

  ບັນດາ ໂປຼເກມເຕັກໂນໂລຊີ ຊ່ວຍໃຫ້ນັກທ່ອງທ່ຽວກໍ່ສາມາດທາບທາມບົດຮຽນ ປະສົບການຜ່ານບົດຂຽນ, ເທບວີດີໂອການທ່ອງທ່ຽວຜ່ານສື່ສັງຄົມອອນລາຍເພື່ອສ້າງລາຍການທ່ອງທ່ຽວຂອງຕົນ (ພາບ: VOV)  

 ບໍ່ພຽງແຕ່ສ້າງທ່າໄດ້ປຽບກ່ຽວກັບລາຄາເທົ່ານັ້ນ, ທາງບໍລິສັດທ່ອງທ່ຽວຍັງໃຫ້ຄຳໝັ້ນສັນຍາຫນູນຊ່ວຍນັກທ່ອງທ່ຽວໂຈະ ຫລືຖອນປີ້ຍົນຄືນ ໃນກໍລະນີທີ່ມີບັນຫາເກີດຂຶ້ນ ພິເສດແມ່ນກ່ຽວຂ້ອງເຖິງໂລກລະບາດ. ຄຽງຂ້າງເລື່ອງສ້າງບັນດາບໍລິການຮັບໃຊ້ນັກທ່ອງທ່ຽວປີກຍ່ອຍ ເພື່ອໃຫ້ແຂກເລືອກເຟັ້ນ, ເລື່ອງຍົກສູງຄຸນນະພາບການທ່ອງທ່ຽວກໍ່ໄດ້ເອົາໃຈໃສ່ຫຼາຍຂຶ້ນ. ເລື່ອງສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ໃຫມ່ອ່ຽມ, ເປັນເອກະລັກ, ພິເສດສະເພາະ ຫລື ສ້າງຖັນແຖວຜູ້ນຳທ່ຽວທີ່ເປັນມືອາຊີບ, ສຸດອົກສຸດໃຈ, ມີຄວາມຮູ້ດີ ເພື່ອສະຫນອງຂໍ້ມູນ, ປະສົບການດ້ານວັດທະນະທຳ, ປະຫວັດສາດອັນດູດດື່ມສຳລັບນັກທ່ອງທ່ຽວ ກໍ່ໄດ້ຮັບຖືວ່າແມ່ນບັນດາມາດຕະການເພື່ອເພີ່ມກຳລັງດູດດື່ມໃຫ້ແກ່ລາຍການທ່ອງທ່ຽວແບບດັ່ງເດີມ. ທ່ານ ຫງວຽນເຈີນຮ່ວາງເຟືອງ ປະທານຝ່າຍບໍລິຫານ ບໍລິສັດທ່ອງທ່ຽວ Golden Smile Travel ຖືວ່າ:

 “ເມື່ອ ພວກເຮົາໄປຖືກທ່າອ່ຽງນັ້ນ ຂະແຫນງທ່ອງທ່ຽວອາດຈະນັບມື້ນັບພັດທະນາ. ບັນດາບໍລິສັດທ່ອງທ່ຽວ ຖ້າກຳແຫນ້ນໄດ້ທ່າອ່ຽງແລ້ວ ກາລະໂອກາດພັດທະນາຈະສູງທີ່ສຸດ. ຕາມຂ້າພະເຈົ້າແລ້ວ ບໍລິສັດທ່ອງທ່ຽວຄວນກະກຽມຊັບພະຍາກອນມະນຸດ, ພື້ນຖານດ້ານວັດຖຸ, ສາຍພົວພັນ ແລະ ອິດທິພົນສື່ຊຽງກໍຄືການຕະຫຼາດ (marketing) ເຮັດວິທີໃດເພື່ອໃຫ້ນັກທ່ອງທ່ຽວມີຄວາມເຊື່ອໝັ້ນ ແລະ ເລືອກເຟັ້ນ”

  ບັນດາບໍລິສັດທ່ອງທ່ຽວ ສ້າງຫຼາຍຜະລິດຕະພັນທ່ອງທ່ຽວ (ພາບ: VOV)  

 ການທ່ອງທ່ຽວ ແລະ ຂະແຫນງບໍລິການມີການຜັນແປຫລາຍຢ່າງ ພິເສດແມ່ນ ພາຍຫລັງໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ 19. ເລື່ອງບໍລິສັດທ່ອງທ່ຽວປ່ຽນແປງເພື່ອສ້າງຄວາມໃຫມ່ອ່ຽມໃຫ້ແກ່ຕົນເອງນັ້ນ ໄດ້ຊ່ວຍໃຫ້ບໍລິສັດທ່ອງທ່ຽວຮັກສາແຂກໄວ້ໄດ້ໃນສະພາບການທ່ອງທ່ຽວແບບກຸ້ມຕົນເອງພວມມີທ່າອ່ຽງພັດທະນາຄືໃນປະຈຸບັນ.



top