ຂ່າວສານ

ບໍລິສັດທີ່ປຶກສາ McKinsey ຕີລາຄາຕໍ່ຄວາມສາມາດຟື້ນຟູເສດຖະກິດຂອງຫວຽດນາມ

      ການເຕີບໂຕ GDP ໃນໄຕມາດທໍາອິດ ບັນລຸລະດັບເປັນໜ້າຊື່ນຊົມຄື 3,8%.

 (ພາບປະກອບ: TTXVN)
      ຜ່ານສອງເດືອນປາຍຢ່າງລຽນຕິດແລ້ວ ຫວຽດນາມ ບໍ່ກວດພົບກໍລະນີຕິດເຊື້ອໃໝ່ຕື່ມອີກໃນຊຸມຊົນ, ຜົນງານດັ່ງກ່າວໄດ້ຊ່ວຍຫວຽດນາມ ໄດ້ຮັບການຕີລາຄາວ່່າ ແມ່ນໜຶ່ງໃນບັນດາປະເທດປະສົບຜົນສໍາເລັດໃນການຄວບຄຸມໂລກລະບາດໂຄວິດ - 19 ແລະ ແມ່ນໜຶ່ງໃນບັນດາປະເທດທໍາອິດເປີດປະຕູພື້ນຖານເສດຖະກິດທັງໝົດ. ນີ້ແມ່ນຂໍ້ສັງເກດຂອງບົດໜັງສືພິມທີ່ໄດ້ເອົາລົງໃນເວັບໄຊ McKinsey.com ຂອງ ອາເມລິກາ ຫວ່າງມໍ່ໆມານີ້ ກ່ຽວກັບຄວາມສາມາດຟື້ນຟູເສດຖະກິດຂອງຫວຽດນາມ ພາຍຫຼັງຄວບຄຸມໂລກລະບາດຢ່າງສໍາເລັດຜົນ.
        ຕາມບົດໜັງສືພິມດັ່ງກ່າວແລ້ວ, ຫວຽດນາມ ໄດ້ພັດທະນາເສດຖະກິດດີກວ່າຫຼາຍປະເທດ, ເຖິງວ່າຍັງບໍ່ຫຼຸດພົ້ນອອກຈາກຄວາມຫຍຸ້ງຍາກຢ່າງສິ້ນເຊີງກໍຕາມ. ການເຕີບໂຕ GDP ໃນໄຕມາດທໍາອິດ ບັນລຸລະດັບເປັນໜ້າຊື່ນຊົມຄື 3,8%. ບົດຂຽນ ກໍໃຫ້ຂໍ້ສັງເກດວ່າ ປີນີ້ ຈະສືບຕໍ່ແມ່ນປີທີ່ເຕັມໄປດ້ວຍສິ່ງທ້າທາຍ, ແຕ່ຫວຽດນາມ ອາດສາມາດຕັ້ງຄວາມຫວັງວ່າ ການເຕີບໂຕຢ່າງແຮງຄືໃນຊຸມປີມໍ່ໆມານີ້ ກໍຈະກັບຕ່າວຄືນມາໃນປີໜ້າ ແລະ ອາດຈະເຫັນປະຈັກຕາ ຫວຽດນາມ ກັບສູ່ຄືນທີ່ຕັ້ງເປັນສະຖານທີ່ອັນດູດດື່ມ ໃນຂະນະທີ່ພື້ນຖານເສດຖະກິດທົ່ວໂລກເລີ່ມຟື້ນຟູຄືນໃໝ່.
 (ແຫຼ່ງຄັດຈາກ VOV)


top