ຂ່າວສານ

ບ້ານ ກອນຈາງລອງລອຍ ພັດທະນາການທ່ອງທ່ຽວຊຸມຊົນ

      ໂດຍໄດ້ຮັບການຊ່ວຍໜູນຈາກອຳນາດການປົກຄອງ ແລະ ຂະແໜງວັດທະນະທຳທ້ອງຖິ່ນ, ມີ 132 ຄອບຄົວ ຊາວເຜົ່າບານາ ກຸມຊົນ ເຣີງາວ ຢູບ້ານ ກອນຈາງລອງລອຍ ເທດສະບານເມືອງດັກຮ່າ ເມືອງ ດັກຮ່າ ແຂວງກອນຕູມ ໄດ້ກໍ່ສ້າງບ້ານທ່ອງທ່ຽວຊຸມຊົນຢ່າງສຳເລັດຜົນ ນີ້ແມ່ນຈຸດນັດພົບຂອງແຂກທ່ອງທ່ຽວທັງຢູ່ໃກ້ ແລະ ໄກ ເມື່ອມາຢາມ ກອນຕູມ. ດ້ວຍການເປີດຂະແໜງເສດຖະກິດໃໝ່, ທ່ອງທ່ຽວຊຸມຊົນ ພວມຊ່ວຍໃຫ້ຊາວບ້ານ ກອນຈາງລອງລອຍ ເພີ່ມລາຍຮັບ ເພື່ອປົວແປງຊີວິດການເປັນຢູ່. ນີ້ຍັງແມ່ນໂອກາດທີ່ດີ ເພື່ອໃຫ້ປະຊາຊົນອະນຸລັກເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳພື້ນເມືອງໃນການດຳລົງຊີວິດວັນນີ້
 
ບ້ານ ກອນຈາງລອງລອຍທີ່ສວຍງາມ
            ເມື່ອມີໂອກາດມາຢາມບ້ານ ກອນຈາງລອງລອຍ ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບບັນຍາກາດທີ່ປອດໂປ່ງ ພ້ອມກັບຈິດໃຈຮັກແພງແຂກຄົນຂອງປະຊາຊົນຢູ່ໝູ່ບ້ານ ແຄມແມ່ນ້ຳທີ່ສວຍງາມ. ນັບຕັ້ງແຕ່ເຂື່ອນໄຟຟ້ານ້ຳຕົກ ປໄລກຣົງ ໄດ້ຮັບການກໍ່ສ້າງການສົມທົບຂອງແມ່ນ້ຳ ໂປໂກ ເທບນິຍາຍ ກັບອ່າງເກັບນ້ຳ ໄດ້ເຮັດໃຫ້ບ້ານ ກອນຈາງລອງລອຍ ເພີ່ມຄວາມສວຍງາມຢ່າງຈັບອົກຈັບໃຈ.ລຸງ ຮວ່າງງອກແຢັງ ອາຍຸ 70 ປີແບ່ງປັນວ່າ ການປະສົມກົມກືນລະຫວ່າງພື້ນເມືອງ ແລະ ທັນສະໄໝ ລະຫວ່າງທຳມະຊາດ ແລະ ມະນຸດຢູ່ແຫ່ງນີ້ ໄດ້ເຮັດໃຫ້ລຸງມີຄວາມສຸກທີ່ສຸດ. ລຸງ ແຢັງ ເວົ້າວ່າ:
       “ເມື່ອກ່ອນນີ້ກໍ່ແຕກຕ່າງກັນ, ປັດຈຸບັນເຫັນວ່າໃຫຍ່ໂຕໂອ້ໂຖງ. ການເປີດເຂດທ່ອງທ່ຽວນີ້ ສວຍງາມທີ່ສຸດ, ໝາກກາເຟ, ທົ່ງໄຮ່ທົ່ງນາ, ຝຸງນົກບິນເຈີດ ພູຜາປ່າໄມ້ແມ່ນສວຍງາມທີ່ສຸດ ຂ້າພະເຈົ້າຮູ້ສຶກວ່າເຂດທ່ອງທ່ຽວນີ້ເຢັນສະບາຍ ເຮັດໃຫ້ຈິດໃຈຂອງຄົນເຮົາສະຫວາດສະເຫວີຍ”.
       ກອນຈາງລອງລອຍ ແມ່ນບ້ານທ່ອງທ່ຽວຊຸມຊົນແຫ່ງທຳອິດຢູ່ເມືອງ ດັກຮ່າ ແລະ ແຫ່ງທີສາມຂອງແຂວງ ກອນຕູມ. ເພື່ອໄດ້ຮັບການຮັບຮອງ ແມ່ນສະຖານທີ່ທ່ອງທ່ຽວຂອງແຂວງໃນກາງປີ 2020, ມີ 133 ຄອບຄົວ ດ້ວຍພົນລະເມືອງ 800 ຄົນໃນບ້ານ ໄດ້ພ້ອມກັນສາມັກຄີເສີມຂະຫຍາຍຄວາມຮັບຜິດຊອບໃນການສ້າງບ້ານທ່ອງທ່ຽວຊຸມຊົນ. ສິ່ງທີ່ເປັນໜ້າພູມໃຈແມ່ນບັນດາເພື່ອນໜຸ່ມຍາມໃດກໍ່ນຳໜ້າ ປະກອບສ່ວນທາງດ້ານເຫື່ອແຮງຫຼາຍທີ່ສຸດ ເພື່ອສ້າງຜະລິດຕະພັນທ່ອງທ່ຽວ ໃຫ້ເປັນຮູບປະທຳ. ນາງ ອີເລ ແຮງງານຢູ່ສະຖານທີ່ທ່ອງທ່ຽວ ສວນດອກໄມ້ແຄມແມ່ນ້ຳໃຫ້ຮູ້ວ່າ:
       “ນັບແຕ່ເມື່ອມີທ່ອງທ່ຽວຊຸມຊົນ, ພໍ່ແມ່ພີ່ນ້ອງໄດ້ມີວຽກເຮັດງານທຳ, ສະຕິຄວາມຮັບຜິດຊອບຂອງປະຊາຊົນ ແມ່ນດີທີ່ສຸດ. ພໍ່ແມ່ພີ່ນ້ອງໄດ້ຕັ້ງໜ້າຫ້າວຫັນເຂົ້າຮ່ວມການເຄື່ອນໄຫວຕ້ອນຮັບ ຮັບໃຊ້ແຂກທ່ອງທ່ຽວ. ໃນບັນດາງານບຸນກໍ່ມີຜູ້ເຖົ້າຜູ້ແກ່ ບ່າວສາວໄວໜຸ່ມເຂົ້າຮ່ວມຢ່າງຄົບຖ້ວນ. ກໍ່ຍ້ອນມີລາຍຮັບຈາກການທ່ອງທ່ຽວຊຸມຊົນ ດັ່ງນັ້ນພໍ່ແມ່ພີ່ນ້ອງກໍ່ມີຄວາມພູມໃຈ ການດຳລົງຊີວິດຂອງຄອບຄົວກໍ່ດີກວ່າຫຼາຍແລ້ວ”.
       ມາຢ້ຽມຢາມບ້ານ ກອນຈາງລອງລອຍ ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບບັນຍາກາດ ການດຳລົງຊີວິດຂອງຊາວເຜົ່າ ບານາ. ພ້ອມກັບການຊີມເຂົ້າຫຼາມ, ເຫຼົ້າທ້ອງຖິ່ນ, ປີ້ງໄກ່, ຊີ້ນຢ້າງ... ພ້ອມກັນເຂົ້າຮ່ວມຟ້ອນ ຊວາງ, ພ້ອມກັນນັ້ນກໍ່ມີບັນດາງານບຸນປະເພນີ ກໍ່ໄດ້ຮັບການຟື້ນຟູຈາກຊາວບ້ານ ເພື່ອຕ້ອນຮັບໃຊ້ແຂກທ່ອງທ່ຽວ. ນາງ ຫງວຽນທິຖຳ ຫົວໜ້າຂະແໜງວັດທະນະທຳ ຖະແຫຼງຂ່າວ ເມື່ອງ ດັກຮ່າ ໃຫ້ຮູ້ວ່າ:
      “ເພື່ອສ້າງບ້ານທ່ອງທ່ຽວຊຸມຊົນ ພ້ອມກັບມໍລະດົກພັດທະນາແບບຍືນຍົງ, ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ພວກຂ້າພະເຈົ້າໄດ້ໂຄສະນາຂົນຂວາຍປະຊາຊົນ ປະຕິບັດວຽກງານຮັກສາຫຼັກອະນາໄມສິ່ງແວດລ້ອມໃຫ້ສະອາດຂຽວສວຍງາມ.ສ້ອມແປງບູລະນະເຮືອນຊານຂອງຕົນເອງ ເພື່ອເຮັດບໍລິການໂຮມສະເຕ. ພ້ອມກັນນັ້ນ ກໍ່ປະຕິບັດວຽກງານອະນຸລັກ ເສີມຂະຫຍາຍມໍລະດົກ ເພື່ອຖ່າຍທອດໃຫ້ແກ່ລຸ້ນລູກລຸ້ນຫຼານ”.
       ແບ່ງປັນກ່ຽວກັບແຜນການຂອງອຳນາດການປົກຄອງໃນການ ພັດທະນາບ້ານທ່ອງທ່ຽວຊຸມຊົນ ກອນຈາງລອງລອຍ, ທ່ານ ຫງວຽນຈີ໊ແອັ໊ງ ປະທານຄະນະກຳມະການປະຊາຊົນເທດສະຍານເມືອງ ດັກຮ່າ ໃຫ້ຮູ້ວ່າ ທາງເມືອງພວມສືບຕໍ່ລົງທຶນ ກໍ່ສ້າງລະບົບທາງຄົມມະນາຄົມ ລະຫວ່າງບ້ານຕໍ່ບ້ານ ແລະພາຍໃນບ້ານ ພ້ອມກັບໂຄງການໄຟຟ້ານ້ຳປະປາ ສ້ອມແປງສາລາບ້ານ ແລະ ສູ້ຊົນຮອດທ້າຍປີ 2022 ຈະເຮັດສຳເລັດທຸກກິດຈະກຳຍ່ອຍ. ທ່ານ ຫງວຽນຈີ໊ແອັ໊ງ ເວົ້າວ່າ:
     “ໃນສະເພາະໜ້າຕ້ອງຮັບປະກັນ ການວາງແຜນຜັງຊຸມຊົນ, ແຜນຜັງເຮືອນຢູ່ທີ່ມີລັກສະນະວົງຄະນາຍາດ ທັງມີເງື່ອນໄຂສະດວກໃນການອອກ
ແຮງງານດຳເນີນຊີວິດ ແລະ ກໍ່ແມ່ນສະຖານທີ່ທ່ອງທ່ຽວ.  ກ່ຽວກັບການຮັກສາວັດທະນະທຳບັນດາເຜົ່າ ພວກຂ້າພະເຈົ້າມີແຜນການລົງທຶນ ບຳລຸງສ້າງວິຊາຊີບ ເພື່ອມີແຮງງານສະເພາະ ເປັນຕົ້ນແມ່ນຂະແໜງອາຊີບຫັດຖະກຳທີ່ມີລັກສະນະສີສັນບັນດາເຜົ່າ”.
      ດ້ວຍການຢັ້ງຢືນທິດກ້າວເດີນຢ່າງຖືກຕ້ອງໃນການເສີມຂະຫຍາຍທ່າແຮງບົ່ມຊ້ອນທີ່ມີຢູ່ແລ້ວ ພ້ອມກັບການສ້າງບັນດາຂັ້ນຕອນໃຫ້ສົມບູນແບບຍົກສູງ   ຄຸນນະພາບຮັບໃຊ້ດຶງດູດແຂກທ່ອງທ່ຽວນັ້ນ ຊາວບ້ານ ກອນຈາງລອງລອຍ  ພວມຝັກໃຝ່ຫຼາຍແຜນການໃຫຍ່ກ່ຽວກັບການພັດທະນາທ່ອງທ່ຽວຊຸມຊົນ. ບັນຍາກາດໃໝ່ ແລະ ພະລັງຊີວິດໃໝ່ພວມປາກົດຂຶ້ນ ໃນໝູ່ຊາວບ້ານ ແລະ ທັດຊະນີຍະພາບໃນບ້ານ ກອນຈາງລອງລອຍ.
(ແຫຼ່ງຄັດຈາກ VOV)


top