ຂ່າວສານ

ບ້ວງເງິນກະຕຸ້ນເສດຖະກິດທີ່ມີຂອບຂະໜາດໃຫຍ່ ສຸມໃສ່ໜູນຊ່ວຍການຜະລິດ, ຊຸກຍູ້ການລົງທຶນ

      ໃນຂອບເຂດກອງປະຊຸມວິສາມັນຄັ້ງທີ I, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ຕອນບ່າຍວັນທີ 4 ມັງກອນ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງມະຕິວ່າດ້ວຍນະໂຍບາຍປີການເງິນ, ເງິນຕາເພື່ອໜູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ.
(ພາບປະກອບ: chinhphu.vn)
      ໃນໜັງສືຍື່ນສະເໜີຕໍ່ສະພາແຫ່ງຊາດກ່ຽວກັບເນື້ອໃນນີ້, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໊ຢຸງ ໃຫ້ຮູ້ວ່າ ເປົ້າໝາຍຂອງໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ແມ່ນແນໃສ່ຟື້ນຟູລະບົບຜະລິດ, ລະບົບສະໜອງ, ແຮງງານໂດຍໄວ ແລະ ຊຸກຍູ້ບັນດາກຳລັງໜູນເຕີບໂຕ, ສູ້ຊົນບັນລຸເປົ້າໝາຍເຕີບໂຕສະເລ່ຍແຕ່ 6,5 – 7% ຕໍ່ປີ ໃນໄລຍະ 2021 – 2025, ຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ຮັບປະກັນບັນດາດຸ່ນດ່ຽງໃຫຍ່ໃນໄລຍະກາງ ແລະ ໄລຍະຍາວ.
        ເພື່ອຮັບປະກັນປະຕິບັດບັນດາເປົ້າໝາຍ, ໜ້າທີ່, ມາດຕະການທີ່ໄດ້ວາງອອກໃນໂຄງການນີ້ໃຫ້ມີປະສິດທິຜົນ ແລະ ສຳເລັດ, ລັດຖະບານໄດ້ສະເໜີຕໍ່ສະພາແຫ່ງຊາດ ໃຫ້ອະນຸຍາດປະຕິບັດທົດລອງ 03 ນະໂຍບາຍສະເພາະຕໍ່ບັນດາໂຄງການລົງທຶນສາທາລະນະທີ່ນອນໃນຂອບເຂດຂອງໂຄງການ. ນອກຈາກນັ້ນ, ລັດຖະບານໄດ້ສະເໜີໃຫ້ສະພາແຫ່ງຊາດ ພິຈາລະນາ, ປະກອບຄຳເຫັນເພີ່ມລາຍຈ່າຍງົບປະມານເກີນດຸ່ນເພື່ອມີເງິນທຶນປະຕິບັດໂຄງການດັ່ງກ່າວ ດ້ວຍຍອດຈຳນວນເງິນແມ່ນ 240.000 ຕື້ດົ່ງ ໃນໄລຍະ 02 ປີ 2022 - 2023; ສືບຕໍ່ຍົກເວັ້ນ, ຫຼຸດຜ່ອນພາສີ ປະມານ 64.000 ຕື້ດົ່ງ ໃນປີ 2022 ແລະ ຄິດໄລ່ໃສ່ລາຍຈ່າຍງົບປະມານເກີນດຸ່ນ.
(ແຫຼ່ງຄັດຈາກ VOV)

top