ນັບຕັ້ງແຕ່ບັນດາໝູ່ບ້ານ ເຂດພູສູງ ບິ່ງລຽວ ຕະຫຼອດຮອດ ເກາະ ດ່ານໜ້າ ໂກໂຕ, ຂະແໜງສາທາລະນະສຸກ ແຂວງ ກວາງນິງ ພວມ ຄ່ອຍໆ ນຳເອົາການບໍລິການເບິ່ງແຍງດູແລສຸຂະພາບ ທີ່ມີ ຄຸນນະພາບສູງ ເຂົ້າເຖິງປະຊາຊົນ ຢ່າງໃກ້ຊິດກວ່າເກົ່າ. ເບື້ອງຫຼັງ ການປ່ຽນແປງເຫຼົ່າ ນັ້ນ ແມ່ນຈິດໃຈຂອງມະຕິ ສະບັບ ເລກທີ 72-NQ/TW, ລົງວັນທີ 09 ກັນຍາ 2025 ຂອງກົມການເມືອງ ທີ່ໄດ້ຮັບການຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ ດ້ວຍຄວາມທຸ້ມເທ ຂອງ ຖັນແຖວທ່ານໝໍ ພ້ອມກັບບັນດາຜົນສຳເລັດ ທາງດ້ານ ວິທະຍາສາດ, ເຕັກໂນໂລຊີ ແລະ ການຫັນເປັນ ດີຈີຕອນ.
ນັບຕັ້ງແຕ່ບັນດາໝູ່ບ້ານ ເຂດພູສູງ ບິ່ງລຽວ ຕະຫຼອດຮອດ ເກາະ ດ່ານໜ້າ ໂກໂຕ, ຂະແໜງສາທາລະນະສຸກ ແຂວງ ກວາງນິງ ພວມ ຄ່ອຍໆ ນຳເອົາການບໍລິການເບິ່ງແຍງດູແລສຸຂະພາບ ທີ່ມີ ຄຸນນະພາບສູງ ເຂົ້າເຖິງປະຊາຊົນ ຢ່າງໃກ້ຊິດກວ່າເກົ່າ. ເບື້ອງຫຼັງ ການປ່ຽນແປງເຫຼົ່າ ນັ້ນ ແມ່ນຈິດໃຈຂອງມະຕິ ສະບັບ ເລກທີ 72-NQ/TW, ລົງວັນທີ 09 ກັນຍາ 2025 ຂອງກົມການເມືອງ ທີ່ໄດ້ຮັບການຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ ດ້ວຍຄວາມທຸ້ມເທ ຂອງ ຖັນແຖວທ່ານໝໍ ພ້ອມກັບບັນດາຜົນສຳເລັດ ທາງດ້ານ ວິທະຍາສາດ, ເຕັກໂນໂລຊີ ແລະ ການຫັນເປັນ ດີຈີຕອນ.
ບັນດາພະນັກງານແພດໝໍ ຢູ່ພະແນກເດັກ ໂຮງໝໍ ຫວຽດນາມ - ສະວີເດັນ ອວງບີ ເບິ່ງແຍງດູແລ ເດັກເກີດໃໝ່. ພາບ: ກົງດາດ/VNP
ຜູ້ຮັກສາຊີວິດ ຢູ່ເຂດຊາຍແດນ ແລະ ເກາະທະເລ
ເວລາ 14 ໂມງຕອນບ່າຍ. ທ່າມກາງແສງແດດກ້າ ຂອງ ເຂດຊາຍແດນ ບິ່ງລຽວ, ທ່ານໝໍ ວີວັນຕ໋ຽນ ພ້ອມດ້ວຍ ເພື່ອນຮ່ວມງານ ຢູ່ສຸກສາລາ 2, ສະຖານີບໍລິການ
ສາທາລະນະສຸກ ຕາແສງ ບິ່ງລຽວ ໄດ້ພາກັນ ຍ່າງຜ່ານ ບັນດາທາງຄ້ອຍ ທີ່ນຳເຂົ້າສູ່ ບ້ານ ແຄງ່ານ.
ຈຸດໝາຍປາຍທາງ ທີ່ຄຸ້ນເຄີຍ ຂອງເຂົາເຈົ້າ ແມ່ນ ເຮືອນຫຼັງນ້ອຍ ຂອງອ້າຍ ລາອາເທົ່າ, ຊົນເຜົ່າ ຊານຈີ
ທີ່ເປັນອຳມະພາດມາແຕ່ກຳເນີດ, ເປັນເວລາຫຼາຍປີ ໄດ້ແຕ່ນອນ ຢູ່ເທິງຕຽງໄມ້ໄຜ່ເກົ່າໆ
ແລະ ຕ້ອງອາໄສການເບິ່ງແຍງ ຈາກແມ່ ທ່ີເຖ້ົາແກ່ ທັງໝົດ.
ບໍ່ພຽງແຕ່ມີຄວາມບົກຜ່ອງ ດ້ານການເຄື່ອນໄຫວເທົ່ານັ້ນ, ອ້າຍ ເທົ່າ ຍັງເປັນພະຍາດຊ້ຳເຮື້ອ ເຊັ່ນ: ຄວາມດັນເລືອດສູງ, ພະຍາດເບົາ
ຫວານ ແລະ ພະຍາດຜິວໜັງ. ໃນເມື່ອກ່ອນ, ແຕ່ລະຄັ້ງ ທີ່ພະຍາດກຳເລີບ, ຊາວບ້ານຕ້ອງໄດ້ຜັດປ່ຽນກັນ
ຫາມໃສ່ອູ່ ຂ້າມພູ, ແລ້ວສົ່ງຕໍ່ດ້ວຍລົດຈັກ, ລົດໃຫຍ່ ເພື່ອນຳລາວ
ລົງໄປໂຮງໝໍຂັ້ນລຸ່ມ. ນັ້ນແມ່ນການເດີນທາງ ທີ່ເຕັມໄປດ້ວຍຄວາມຍາກລຳບາກ ແລະ ຄວາມວິຕົກກັງວົນ.
ແພດໝໍ ຢູ່ສຸກສາລາ 2, ສະຖານີບໍລິການ ສາທາລະນະສຸກ ຕາແສງ ບິ່ງລຽວ ກວດ ແລະ ແຈກຢາ ຢູ່ເຮືອນ ໃຫ້ຄົນເຈັບ ທີ່ເປັນອຳມະພາດ ມາແຕ່ກຳເນີດ ລາອາເທົ່າ. ພາບ: ຈິ້ງໂບ້/VNP
ທ່ານນາງ ຫຼີ໋ທິລົກ, ແມ່ຂອງອ້າຍ ເທົ່າ ຍັງຈື່ ເຫດການເຫຼົ່ານັ້ນ ໄດ້ເປັນຢ່າງດີ. ເມື່ອເຫັນທ່ານໝໍ ຕ໋ຽນ ຍ່າງເຂົ້າມາໃນເຮືອນ
ພ້ອມກັບຖົງຢາ ທີ່ຄຸ້ນເຄີຍ, ເພິ່ນ ໄດ້ແບ່ງປັນ ດ້ວຍຄວາມຕື້ນຕັນໃຈວ່າ: “ໃນເມື່ອກ່ອນ, ແຕ່ລະຄັ້ງ ທີ່ລູກຊາຍ
ເຈັບປ່ວຍ, ຄອບຄົວມີແຕ່ຄວາມຢ້ານກົວ.
ປັດຈຸບັນ, ມີທ່ານໝໍ
ມາກວດພະຍາດ, ແຈກຢາ ແລະ ແນະນຳການປິ່ນປົວ
ເຖິງສະຖານທີ່, ເຮັດໃຫ້ແມ່ລູກພວກເຮົາມີຄວາມອຸ່ນໃຈຫຼາຍຂຶ້ນ”.
ທ່ານໝໍ ຕ໋ຽນເປີດຄອມພິວເຕີ, ສະແກນລະຫັດ ປະຫວັດສຸຂະພາບ ເອເລັກໂຕຣນິກ ຂອງ ຄົນເຈັບ. ພຽງແຕ່ບໍ່ເທົ່າໃດວິນາທີ, ປະຫວັດ ການປິ່ນປົວທັງໝົດ, ຜົນການກວດວິເຄາະ, ດັດຊະນີຄວາມດັນ
ເລືອດ ແລະ ນ້ຳຕານໃນເລືອດ ກໍ່ສະແດງຂຶ້ນຢ່າງຄົບຖ້ວນ ຢູ່ເທິງ ໜ້າຈໍ. ຫຼັງຈາກກວດສຸຂະພາບແລ້ວ, ທ່ານໝໍ ໄດ້ຍິ້ມ
ພ້ອມທັງ ແຈ້ງຂ່າວດີ ແລະ ປັບຫຼຸດປະລິມານ ຢາ ໃຫ້ເໝາະສົມ.
ສິ່ງທີ່ເຮັດໃຫ້ ຜູ້ເຮັດວຽກດ້ານການແພດຢູ່ທີ່ນີ້ ມີຄວາມພາກພູມໃຈທີ່ສຸດ ແມ່ນສຸຂະພາບ ຂອງ ອ້າຍ ເທົ່າ ໄດ້ມີການຫັນປ່ຽນດີຂຶ້ນ ຢ່າງຈະແຈ້ງ.
ຈາກບ່ອນທີ່ເກືອບວ່າ ບໍ່ສາມາດເຄື່ອນໄຫວໄດ້ເລີຍ, ປັດຈຸບັນ ລາວສາມາດນຳໃຊ້ສອງມື ທີ່ອ່ອນແຮງ ຂອງຕົນເອງ
ເພື່ອເຄື່ອນຍ້າຍໄປມາໃນຫ້ອງ ແລະ ຊ່ວຍເຫຼືອຕົນເອງ ໃນການດຳລົງຊີວິດປະຈຳວັນ ບາງຢ່າງໄດ້ແລ້ວ.
ການປ່ຽນແປງດັ່ງກ່າວ ແມ່ນມາຈາກຂະບວນການປິ່ນປົວ ຢ່າງອົດທົນ, ການຟື້ນຟູ ສຸຂະພາບ
ການເຄື່ອນເໜັງຢູ່ເຮືອນ ແລະ ການຮ່ວມເດີນທາງຢ່າງສະເໝີຕົ້ນສະເໝີປາຍ ຂອງຖັນແຖວແພດໝໍ ຂັ້ນຮາກຖານ.
ຫຼັງຈາກອອກຈາກເຮືອນຂອງອ້າຍ ເທົ່າ, ບັນດາທ່ານໝໍ ໄດ້ສືບຕໍ່ ໄປຢ້ຽມຢາມຜູ້ສູງອາຍຸຫຼາຍທ່ານ ຢູ່ໃນໝູ່ບ້ານ ເຊັ່ນ: ພໍ່ເຖົ້າ ຈາກອາທິ່ນ, ແມ່ເຖົ້າ ນິ່ງທິກ້ອມ, ແມ່ເຖົ້າ ເຈິ່ນທິເຝົ໋າ... ເພື່ອກວດ ສຸຂະພາບຕາມກຳນົດເວລາ, ແຈກຢາ ແລະ ໃຫ້ຄຳປຶກສາ
ດ້ານການ ປ້ອງກັນພະຍາດ. ຮອດຕອນແລງ, ເມື່ອກັບຄືນສູ່ສະຖານີບໍລິການ ສາທາລະນະສຸກ, ເຂົາເຈົ້າ ໄດ້ເລີ່ມຕົ້ນວຽກອີກຢ່າງໜຶ່ງ
ຄື: ໃຫ້ຄຳປຶກສາ ດ້ານການສັກຢາກັນພະຍາດ ແກ່ເດັກນ້ອຍ ພາຍໃນຕາແສງ.
ປະຊາຊົນ ເຜົ່າ ຊານຈີ ຢູ່ ຕາແສງ ບິ່ງລຽວ ຕິດຕາມ ຕາຕະລາງ ການສັກຢາກັນພະຍາດ ແບບເປີດກວ້າງ ຢູ່ ສຸກສາລາ 2, ສະຖານີ ບໍລິການ ສາທາລະນະສຸກ ຕາແສງ ບິ່ງລຽວ. ພາບ: ກົງດາດ/VNP
ທ່ານໝໍ ວີວັນຕ໋ຽນ ແລະ ເພື່ອນຮ່ວມງານ ຢູ່ສຸກສາລາ 2, ສະຖານີ ບໍລິການ ສາທາລະນະສຸກ ຕາແສງ ບິ່ງລຽວ ແລກປ່ຽນ ກ່ຽວກັບ ການສັກຢາ ປ້ອງກັນພະຍາດ ແບບເປີດກວ້າງ ກັບປະຊາຊົນ ເຜົ່າ ຊານຈີ ຢູ່ ບ້ານ ແຄງ່ານ. ພາບ:
ຈິ້ງໂບ້/VNP
ເອື້ອຍ ຫຼີ໋ອາຊາ໋ງ ໄດ້ຍື່ນບັດປະຈຳຕົວປະຊາຊົນ ແບບມີ ຈິບ ຂອງ ລູກຊາຍໃຫ້ທ່ານໝໍ. ພຽງແຕ່ສະແກນລະຫັດເທົ່ານັ້ນ, ປະຫວັດ ການສັກຢາກັນພະຍາດທັງໝົດ ຂອງເດັກ
ກໍ່ສະແດງຂຶ້ນ ຢູ່ເທິງ ລະບົບ. ທ່ານໝໍ ໄດ້ເຕືອນ ກ່ຽວກັບກຳນົດເວລາ ສັກຢາວັກຊີນ ເຂັມຕໍ່ໄປ
ດ້ວຍນ້ຳສຽງອ່ອນໂຍນ, ສ່ວນເອື້ອຍ ຊ໋າງ
ໄດ້ເວົ້າດ້ວຍ ຄວາມດີໃຈວ່າ: “ປັດຈຸບັນ ໄປກວດພະຍາດ ແມ່ນສະດວກແທ້ໆ ທ່ານໝໍເອີຍ! ບໍ່ຈຳເປັນຕ້ອງຮັກສາປຶ້ມຄືເກົ່າອີກແລ້ວ.
ຄອມພິວເຕີ ຂອງ ທ່ານໝໍ ໄດ້ຈື່ປະຫວັດຄົນເຈັບ ຊ່ວຍພວກເຮົາແລ້ວ”.
ຄຳເວົ້າອັນລຽບງ່າຍນັ້ນ ໄດ້ສະທ້ອນໃຫ້ເຫັນຢ່າງຈະແຈ້ງ ເຖິງປະສິດ ທິຜົນ ຂອງຂະບວນການຫັນເປັນ ດີຈີຕອນ ໃນຂະແໜງ ສາທາລະນະສຸກຂັ້ນຮາກຖານ. ຮອດກາງປີ
2026, ແຂວງ ກວາງນິງ ໄດ້ເກັບຮັກສາຂໍ້ມູນ ສຸຂະພາບ ຂອງ ປະຊາຊົນ 1,4 ລ້ານກວ່າຄົນ, ໃນນັ້ນ ຂໍ້ມູນສ່ວນຫຼາຍ
ໄດ້ຮັບການຫັນເປັນມາດຕະຖານ ແລະ ເຊື່ອມຕໍ່ກັບ ແອັບພລີເຄຊັນ VNeID. ບັນດາຕົວເລກເຫຼົ່ານັ້ນ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງ
ຂັ້ນຕອນການຂະຫຍາຍຕົວ ທາງດ້ານ ເຕັກໂນໂລຊີເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນ ວິທີການ ບໍລິການ ດ້ານການແພດ
ທີ່ພວມກ້າວເຂົ້າໃກ້ກັບປະຊາຊົນແຕ່ລະຄົນ, ນັບທັງ ຢູ່ບັນດາເຂດທີ່ຫ່າງໄກສອກຫຼີກທີ່ສຸດ.
ອອກຈາກ ບິ່ງລຽວ, ພວກຂ້າພະເຈົ້າ ໄດ້ສືບຕໍ່ມຸ່ງໜ້າສູ່ເກາະທະເລ ໂກໂຕ. ຫຼັງຈາກຜ່ານເສັ້ນທາງອັນຍາວໄກ ທີ່ຂ້າມຜ່ານພູຜາ, ຜ່ານ ແຜ່ນດິນໃຫຍ່
ແລ້ວຂຶ້ນກຳປັ່ນຄວາມໄວສູງ, ຈຸດຢຸດພັກແມ່ນສະຖາ
ນີ ບໍລິການສາທາລະນະສຸກ ເຂດພິເສດ ໂກໂຕ, ເຊິ່ງແມ່ນສະຖານທີ່ ທີ່ທ່ານໝໍ ສະເພາະຂະແໜງ 1 ຫງວຽນແທັງຢາງ
ໄດ້ຜູກພັນ ມາເປັນ ເວລາກວ່າ 2 ທົດສະວັດ.
ທ່ານໝໍ ສະເພາະຂະແໜງ 1 ຟ້າມຕ໋ຽນຢຸ໊ງ, ຮອງຜູ້ອຳນວຍການ ໂຮງໝໍຫຼາຍຂະແໜງ ເວິນໂດ່ນ ໄປກວດສຸຂະພາບ ໃຫ້ຄົນເຈັບ ຢູ່ ເຂດພິເສດ ໂກໂຕ. ພາບ: ກົງດາດ/VNP
ໂດຍໄດ້ຮັບການຂະໜານນາມ ຈາກເພື່ອນຮ່ວມງານ ຢ່າງສະໜິດສະໜົມວ່າ “ທ່ານໝໍ ຢູ່ຫົວຄື້ນ”, ທ່ານໝໍ ຢາງ ບໍ່ພຽງແຕ່
ເອົາໃຈໃສ່ ວຽກງານກວດ ແລະ ປິ່ນປົວພະຍາດເທົ່ານັ້ນ, ແຕ່ຍາມໃດ ກໍ່ມີຄວາມຄິດຂ້ອງຄາໃຈຢູ່ບໍ່ເຊົາ ເພື່ອຊອກຫາວິທີການ
ຍົກສູງ ຄຸນນະພາບການແພດ ຢູ່ເທິງເກາະ. ບັນດາຂໍ້ລິເລີ່ມ ກ່ຽວກັບ ການກູ້ໄພສຸກເສີນ ດ້ານຜະດຸງຄັນ, ການປິ່ນປົວເບື່ອອາຫານທະເລ
ຫຼື ການປິ່ນປົວພະຍາດທີ່ມັກພົບ ໄດ້ຊ່ວຍໃຫ້ຄົນເຈັບຫຼາຍຄົນ ໄດ້ຮັບການປິ່ນປົວ ຢູ່ທ້ອງຖິ່ນທັນທີ, ຫຼຸດຜ່ອນ
ຈຳນວນຜູ້ເຈັບປ່ວຍ ທີ່ຕ້ອງສົ່ງເຂົ້າແຜ່ນດິນໃຫຍ່ ຢ່າງຫຼວງຫຼາຍ.
ທ່ານໝໍ ສະເພາະຂະແໜງ 1 ຟ້າມຕ໋ຽນຢຸ໊ງ, ຮອງຜູ້ອຳນວຍການ ໂຮງໝໍຫຼາຍຂະແໜງ ເວິນໂດ່ນ ໄປກວດສຸຂະພາບ ໃຫ້ຄົນເຈັບ ຢູ່ ເຂດພິເສດ ໂກໂຕ. ພາບ: ກົງດາດ/VNP
ພະນັກງານແພດໝໍ ຂອງ ໂຮງໝໍຫຼາຍຂະແໜງ ເວິນໂດ່ນ ຮາກຖານ 2 ເຮັດວຽກ ຢູ່ ຫ້ອງວິເຄາະ. ພາບ: ກົງດາດ/VNP
ທ່ານໝໍ ຢາງ ໄດ້ແບ່ງປັນວ່າ: “ໄລຍະຫ່າງທາງພູມສາດ ບໍ່ຄວນ ໝາຍເຖິງ ໄລຍະຫ່າງ ໃນການເບິ່ງແຍງດູແລສຸຂະພາບ. ສະຖານີ ບໍລິການສາທາລະນະສຸກ ໂກໂຕ
ພວມເພີ່ມທະວີການເຊື່ອມຕໍ່ ດ້ານ ວິຊາສະເພາະ ກັບບັນດາໂຮງໝໍຂັ້ນສູນກາງ ເພື່ອໃຫ້ປະຊາຊົນ
ແລະ ນັກທ່ອງທ່ຽວ ຢູ່ເທິງເກາະສາມາດເຂົ້າເຖິງ ການບໍລິການ ດ້ານການແພດ ທີ່ມີຄຸນນະພາບ
ນັບມື້ນັບສູງຂຶ້ນ ຢູ່ສະຖານທີ່ ທີ່ຕົນເອງດຳລົງຊີວິດ”.
ຈາກທະນາຄານ ນ້ຳນົມແມ່ ສູ່ປະຕິຫານ ໃນການ ປູກຖ່າຍ ອະໄວຍະວະ
ອອກຈາກ ໂກໂຕ, ພວກຂ້າພະເຈົ້າໄດ້ສືບຕໍ່ເດີນທາງໄປຍັງ ໂຮງໝໍ ຜະດຸງຄັນ ແລະ ເດັກ ແຂວງ ກວາງນິງ. ສະພາບແວດລ້ອມທີ່ສະອາດ, ທັນສະໄໝ ພ້ອມກັບຄວາມເອົາໃຈໃສ່
ຂອງ ຖັນແຖວແພດໝໍ ໄດ້ນຳມາຊຶ່ງ ຄວາມຮູ້ສຶກທີ່ໃກ້ຊິດ ສະໜິດສະໜົມ ຫຼາຍກວ່າຄວາມວິຕົກກັງວົນ
ທີ່ມັກພົບ ເວລາເຂົ້າໂຮງໝໍ.
ຈຸດຢຸດພັກທີ່ພິເສດ ແມ່ນ ທະນາຄານນ້ຳນົມແມ່, ເຊິ່ງແມ່ນຮູບແບບ ທີ່ໂຮງໝໍ ໄດ້ຈັດຕັ້ງປະຕິບັດ ມາແຕ່ປີ 2020 ແລະ ຫຼັງຈາກນັ້ນ ໄດ້ຮັບການຕີລາຄາສູງ ຈາກກະຊວງສາທາລະນະສຸກ, ພ້ອມທັງຜັນຂະຫຍາຍ
ໄປທົ່ວປະເທດ. ທາງຫຼັງປະຕູຂ້າເຊື້ອ ແມ່ນ ບັນດາຕຸກນ້ຳນົມ
ທີ່ໄດ້ຮັບການບໍລິຈາກ ຈາກບັນດາຜູ້ເປັນແມ່, ເກັບຮັກສາ ບໍ່ພຽງແຕ່ແຫຼ່ງໂພຊະນາການ ທ່ີມີຄຸນຄ່າເທົ່ານັ້ນ,
ແຕ່ຍັງ ແມ່ນການແບ່ງປັນ ລະຫວ່າງຄົນ ທີ່ບໍ່ເຄີຍຮູ້ຈັກກັນມາກ່ອນ.
ພະນັກງານແພດໝໍ ໂຮງໝໍຜະດຸງຄັນ ແລະ ເດັກ ແຂວງ ກວາງນິງ ຮັບນ້ຳນົມແມ່ ຈາກຜູ້ບໍລິຈາກ. ພາບ: ກົງດາດ/VNP
ພະນັກງານແພດໝໍ ໂຮງໝໍຜະດຸງຄັນ ແລະ ເດັກ ແຂວງ ກວາງນິງ ຮັບນ້ຳນົມແມ່ ຈາກຜູ້ບໍລິຈາກ. ພາບ: ກົງດາດ/VNP
ປັດຈຸບັນ, ນ້ຳນົມແມ່ ຫຼາຍພັນລິດ ຫຼັງຈາກຜ່ານການຄັດກອງ, ຂ້າເຊື້ອ ຕາມຂັ້ນຕອນທີ່ເຂັ້ມງວດ ໄດ້ປະກອບສ່ວນລ້ຽງດູ ເດັກເກີດ ກ່ອນກຳນົດ ແລະ ເດັກທີ່ມີພະຍາດໃນໄລຍະເກີດໃໝ່ 22.000 ກວ່າຄົນ ຢູ່ໃນຂອບເຂດທົ່ວແຂວງ. ສຳລັບເດັກນ້ອຍຫຼາຍຄົນ
ທີ່ມີນ້ຳໜັກ ພຽງແຕ່ບໍ່ເທົ່າໃດຮ້ອຍກຣາມ ເວລາເກີດອອກມາ, ບັນດາຢອດນ້ຳນົມ
ເຫຼົ່ານັ້ນ ແມ່ນຂອງຕ້ອນທຳອິດແຫ່ງຊີວິດ.
ທ່ານໝໍ ຊ່ຽວຊານຂັ້ນ 2 ບຸ່ຍມິງເກື່ອງ, ຜູ້ອໍານວຍການ ໂຮງໝໍຜະດຸງ ຄັນ ແລະ ເດັກ ແຂວງ ກວາງນິງ ໃຫ້ຮູ້ວ່າ: “ການຜັນຂະຫຍາຍ ມະຕິ ສະບັບ
ເລກທີ 72-NQ/TW ຄຽງຄູ່ກັບ ທິດທາງການພັດທະນາ ວິທະ ຍາສາດ, ເຕັກໂນໂລຊີ ແລະ
ການຫັນເປັນ ດີຈີຕອນ ໄດ້ສ້າງ ກຳລັງດັນເພີ່ມໃຫ້ແກ່ໂຮງໝໍ ໃນການລົງທຶນຢ່າງເປັນລະບົບ ດ້ານບຸກຄະລາກອນ, ອຸປະກອນການແພດ
ແລະ ເຕັກນິກ ວິຊາສະເພາະຂັ້ນສູງ. ຍ້ອນແນວນັ້ນ, ຫຼາຍເຕັກນິກ ເຊິ່ງໃນເມື່ອກ່ອນ ສາມາດປະຕິບັດໄດ້
ຢູ່ແຕ່ບັນດາໂຮງໝໍຂັ້ນສູນກາງເທົ່ານັ້ນ, ແຕ່ ປັດຈຸບັນໄດ້ຮັບການຜັນຂະຫຍາຍ ຢ່າງສຳເລັດຜົນ
ຢູ່ທີ່ແຂວງ ກວາງນິງ”.
ບັນດາຜົນສຳເລັດເຫຼົ່ານັ້ນ ໄດ້ສະແດງອອກຢ່າງຈະແຈ້ງ ຜ່ານ ຫຼາຍ ກໍລະນີ ຄົນເຈັບໜັກ ທີ່ໄດ້ຮັບການປິ່ນປົວຢ່າງທັນການ.
ພຽງແຕ່ ໃນເຄິ່ງຕົ້ນປີ 2026, ໂຮງໝໍ ໄດ້ປະຕິບັດຢ່າງສຳເລັດຜົນ
ໃນກໍລະນີ ຜ່າຕັດແກ້ໄຂ ພະຍາດຫົວໃຈ ແຕ່ກຳເນີດ ໃຫ້ແກ່ເດັກນ້ອຍ, ຜ່າຕັດ ຫົວໃຈແບບເປີດ
ໃຫ້ແກ່ຄົນເຈັບເດັກ ທີ່ມີອາຍຸ 20 ກວ່າເດືອນ ແລະ ພິເສດ ແມ່ນການລ້ຽງລອດແກ້ວ ເດັກເກີດໃໝ່
ທີ່ເກີດກ່ອນກຳນົດ ເຊິ່ງມີອາຍຸພຽງແຕ່ 24 ສັບປະດາ ກັບ
5 ວັນ, ມີນ້ຳໜັກ 600 ກຣາມ ເວລາຄອດ
ອອກມາ. ເດັກນ້ອຍແຕ່ລະຄົນ ມີສຸຂະພາບແຂງແຮງ ເມື່ອອອກຈາກໂຮງໝໍ ແມ່ນຂໍ້ພິສູດ ໃຫ້ແກ່ຄວາມກ້າວໜ້າ
ຂອງ ການແພດ ແລະ ແມ່ນຄວາມສຸກ ຂອງ ຜູ້ທີ່ນຸ່ງເສື້ອ Blouse ຂາວ.
ໂຮງໝໍຜະດຸງຄັນ ແລະ ເດັກ ແຂວງ ກວາງນິງ ປະສົບ ຄວາມສໍາເລັດ ໃນການຜ່າຕັດ ເອົາລູກອອກ ແລະ ຜ່າຕັດຮັກສາ ມົດລູກ
ໃຫ້ຄົນເຈັບ ທີ່ມີພາວະ ຮົກເກາະຕ່ຳໃຈກາງ/ຮົກຝັງເລິກ/ຮອຍແຜເປັນ ຢ່າງສຳເລັດຜົນ. ພາບ:
ເອກະສານ
ເບິ່ງແຍງດູແລ ເດັກເກີດໃໝ່ ເກີດກ່ອນກຳນົດ ຢູ່ ພະແນກ ເດັກ ຂອງ ໂຮງໝໍ ຫວຽດນາມ - ສະວີເດັນ ອວງບີ. ພາບ:
ທົງທ້ຽນ/VNP
ເບິ່ງແຍງດູແລ ເດັກເກີດກ່ອນກຳນົດ, ທີ່ໄດ້ຮັບການລ້ຽງ ໃນຕູ້ອົບ ຢູ່ໂຮງໝໍຜະດຸງຄັນ ແລະ
ເດັກ ແຂວງ ກວາງນິງ. ພາບ: ກົງດາດ/VNP
ຈຸດຢຸດພັກສຸດທ້າຍ ຂອງການເດີນທາງ ແມ່ນ ໂຮງໝໍ ຫວຽດນາມ - ສະວີເດັນ ອວງບີ, ສິ່ງກໍ່ສ້າງ ທີ່ໄດ້ຮັບການຊ່ວຍເຫຼືອລ້າ ໃນການກໍ່ ສ້າງ ຈາກລັດຖະບານ ແລະ ປະຊາຊົນ ສະວີເດັນ ຕັ້ງແຕ່ຕົ້ນຊຸມປີ 1980. ເກືອບເຄິ່ງສະຕະວັດ ທີ່ຜ່ານພົ້ນໄປ, ໂຮງໝໍ ໄດ້ມີການຂະ ຫຍາຍຕົວ ຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ ກາຍເປັນໜຶ່ງໃນບັນດາ
ສູນກາງການແພດ ທີ່ໃຫຍ່ ຂອງ ເຂດຕາເວັນອອກສ່ຽງເໜືອ.
ປອ. ທ່ານໝໍ ເຈິ່ນແອງເກື່ອງ, ຜູ້ອໍານວຍການໂຮງໝໍ ທັງເປັນ ອະທິ ການບໍດີ ໂຮງຮຽນຊັ້ນສູງການແພດ ແຂວງ ກວາງນິງ ໄດ້ຕ້ອນຮັບ ພວກຂ້າພະເຈົ້າ ໃນຫ້ອງເຮັດວຽກ ທີ່ມີປຶ້ມການແພດ ແລະ ບັນດາ ໂຄງການຄົ້ນຄວ້າ ວາງຢູ່ຢ່າງຫຼວງຫຼາຍ.
ທ່ານໄດ້ໃຫ້ຮູ້ວ່າ: “ສິ່ງທີ່ ໜ້າພາກພູມໃຈທີ່ສຸດ ບໍ່ພຽງແຕ່ແມ່ນຂະໜາດ ຫຼື ຈຳນວນເຕັກນິກ
ທີ່ໄດ້ຮັບການຜັນຂະຫຍາຍເທົ່ານັ້ນ, ແຕ່ແມ່ນອັດຕາສ່ວນ ຄົນເຈັບ ທີ່ຕ້ອງສົ່ງຕໍ່ໄປຂັ້ນເທິງ ປັດຈຸບັນ ແມ່ນຍັງເຫຼືອບໍ່ຮອດ
1%. ສິ່ງດັ່ງກ່າວ ສະແດງໃຫ້ເຫັນວ່າ ປະຊາຊົນນັບມື້
ສາມາດເຂົ້າເຖິງ ການບໍລິການດ້ານການແພດ ທີ່ມີຄຸນນະພາບສູງ ຢູ່ທ້ອງຖິ່ນ”.
ພະນັກງານແພດໝໍ ໂຮງໝໍ ຫວຽດນາມ - ສະວີເດັນ ອວງບີ ຊ່ວຍເຫຼືອຄົນເຈັບ ເຂົ້າໂຮງໝໍ. ພາບ: ຈິ້ງໂບ້/VNP
ໂຮງໝໍ ຫວຽດນາມ - ສະວີເດັນ ອວງບີ ໄດ້ຮັບການຕິດຕັ້ງ ອຸປະກອນການແພດ ທີ່ທັນສະໄໝຫຼາຍຢ່າງ
ຄຽງຄູ່ກັບ ລະດັບ ຄວາມຮູ້ ວິຊາສະເພາະສູງ ຂອງ ຖັນແຖວແພດໝໍ, ຕອບສະໜອງ ການປິ່ນປົວ ບັນດາພະຍາດຍາກ, ພະຍາດໜັກ
ຂອງປະຊາຊົນ ຢູ່ພື້ນທີ່ແຂວງ. ພາບ: ກົງດາດ/VNP
ກວດສາຍຕາ ໃຫ້ຄົນເຈັບ ຢູ່ໂຮງໝໍ ຫວຽດນາມ - ສະວີເດັນ ອວງບີ. ພາບ: ກົງດາດ/VNP
ຈຸດຢຸດພັກສຸດທ້າຍ ຂອງການເດີນທາງ ແມ່ນ ໂຮງໝໍ ຫວຽດນາມ - ສະວີເດັນ ອວງບີ, ສິ່ງກໍ່ສ້າງ
ທີ່ໄດ້ຮັບການຊ່ວຍເຫຼືອລ້າ ໃນການກໍ່ ສ້າງ ຈາກລັດຖະບານ ແລະ ປະຊາຊົນ ສະວີເດັນ ຕັ້ງແຕ່ຕົ້ນຊຸມປີ
1980. ເກືອບເຄິ່ງສະຕະວັດ
ທີ່ຜ່ານພົ້ນໄປ, ໂຮງໝໍ ໄດ້ມີການຂະ
ຫຍາຍຕົວ ຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ ກາຍເປັນໜຶ່ງໃນບັນດາ ສູນກາງການແພດ ທີ່ໃຫຍ່ ຂອງ
ເຂດຕາເວັນອອກສ່ຽງເໜືອ.
ອ. ທ່ານໝໍ ເຈິ່ນແອງເກື່ອງ, ຜູ້ອໍານວຍການໂຮງໝໍ ທັງເປັນ ອະທິ ການບໍດີ ໂຮງຮຽນຊັ້ນສູງການແພດ ແຂວງ ກວາງນິງ ໄດ້ຕ້ອນຮັບ ພວກຂ້າພະເຈົ້າ
ໃນຫ້ອງເຮັດວຽກ ທີ່ມີປຶ້ມການແພດ ແລະ ບັນດາ ໂຄງການຄົ້ນຄວ້າ ວາງຢູ່ຢ່າງຫຼວງຫຼາຍ. ທ່ານໄດ້ໃຫ້ຮູ້ວ່າ:
“ສິ່ງທີ່ ໜ້າພາກພູມໃຈທີ່ສຸດ ບໍ່ພຽງແຕ່ແມ່ນຂະໜາດ ຫຼື ຈຳນວນເຕັກນິກ ທີ່ໄດ້ຮັບການຜັນຂະຫຍາຍເທົ່ານັ້ນ, ແຕ່ແມ່ນອັດຕາສ່ວນ
ຄົນເຈັບ ທີ່ຕ້ອງສົ່ງຕໍ່ໄປຂັ້ນເທິງ ປັດຈຸບັນ ແມ່ນຍັງເຫຼືອບໍ່ຮອດ 1%. ສິ່ງດັ່ງກ່າວ
ສະແດງໃຫ້ເຫັນວ່າ ປະຊາຊົນນັບມື້ ສາມາດເຂົ້າເຖິງ ການບໍລິການດ້ານການແພດ ທີ່ມີຄຸນນະພາບສູງ
ຢູ່ທ້ອງຖິ່ນ”.
ໃນຊຸມປີມໍ່ໆ ມານີ້, ໂຮງໝໍ ໄດ້ສ້າງຂີດໝາຍ ດ້ວຍເຕັກນິກວິຊາສະ ເພາະຂັ້ນສູງ ເປັນຈຳນວນຫຼວງຫຼາຍ ເຊັ່ນ: ການເກັບກູ້ເນື້ອເຍື່ອ
ແລະ ອະໄວຍະວະ ຈາກຜູ້ບໍລິຈາກທີ່ສະໝອງຕາຍ, ການຜ່າຕັດປ່ຽນຖ່າຍ ໝາກໄຂ່ຫຼັງ ແລະ ການຜ່າຕັດປ່ຽນຖ່າຍແກ້ວຕາ.
ແຕ່ລະກໍລະນີການ ຜ່າຕັດປ່ຽນຖ່າຍທີ່ສຳເລັດຜົນ ບໍ່ພຽງແຕ່ເປີດໂອກາດແຫ່ງຊີວິດໃໝ່ ໃຫ້ແກ່ຄົນເຈັບເທົ່ານັ້ນ, ແຕ່ຍັງເປັນການໝາຍເຖິງ
ບາດກ້າວ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງ ການແພດ ຫວຽດນາມ ໃນເສັ້ນທາງແຫ່ງການເປັນເຈົ້າການເຕັກນິກທີ່ທັນສະໄໝ.
ການຂະຫຍາຍຕົວດັ່ງກ່າວ ຍັງໄດ້ຮັບການເພີ່ມກຳລັງແຮງ ຈາກ ການຮ່ວມມືສາກົນ. ໃນເດືອນ ເມສາ 2026, ບັນດາຜູ້ຊ່ຽວຊານ ທີ່ມາຈາກ ໂຮງໝໍ ມະຫາວິທະຍາໄລ
Karolinska (ສະວີເດັນ) ໄດ້ມາເຮັດວຽກ, ກວດວິເຄາະພະຍາດຮ່ວມກັນ
ແລະ ຖ່າຍທອດ ບົດຮຽນ ປະສົບການໃນການປິ່ນປົວ ກໍລະນີຄົນເຈັບ ດ້ານຜະດຸງຄັນ ແລະ ເດັກເກີດໃໝ່
ທີ່ມີຄວາມຊັບຊ້ອນ ໃຫ້ແກ່ຖັນແຖວທ່ານໝໍ ຂອງ ໂຮງໝໍໂດຍກົງ. ບັນດາກອງປະຊຸມກວດວິເຄາະພະຍາດ
ຕະຫຼອດຄືນ ແລະ ບັນດາຫຼັກສູດການຝຶກອົບຮົມ ພາກ ປະຕິບັດຕົວຈິງ ໄດ້ປະກອບສ່ວນຍົກສູງສະມັດຖະພາບ
ດ້ານ ວິຊາສະເພາະ, ຊ່ວຍໃຫ້ຫຼາຍກໍລະນີຄົນເຈັບໜັກ
ໄດ້ຮັບການແກ້ໄຂ ຢູ່ທ້ອງຖິ່ນທັນທີ.
ພາບລວມຂອງ ໂຮງໝໍ ຫວຽດນາມ - ສະວີເດັນ ອວງບີ ຢູ່ ຖະໜົນ ເຕ້ວຕິ້ງ, ຕາແສງ
ອວງບີ, ແຂວງ ກວາງນິງ. ພາບ: ກົງດາດ/VNP
ຢູ່ຂະແໜງຜະດຸງຄັນ, ພວກຂ້າພະເຈົ້າໄດ້ພົບກັບ ເອື້ອຍ ຫງວຽນທິເລີຍ, ຜູ້ທີ່ຫາກໍຜ່ານວັນເວລາ
ທີ່ເຕັມໄປດ້ວຍ ຄວາມວິຕົກກັງວົນ ເມື່ອລູກຄອດກ່ອນກຳນົດ. ຫຼັງຈາກໄດ້ຮັບການ ເບິ່ງແຍງດູແລເປັນພິເສດ
ເປັນເວລາຫຼາຍສັບປະດາ, ຊ່ວງເວລາ ທີ່ເດັກນ້ອຍ
ໄດ້ຮັບການມອບຄືນສູ່ອ້ອມກອດຂອງແມ່ ຈາກບັນດາ ທ່ານໝໍ ໄດ້ເຮັດໃຫ້ທົ່ວທັງຫ້ອງ ຕົກຢູ່ໃນຄວາມມິດງຽບ.
ເມື່ອອູ້ມລູກ ເຂົ້າໃນອ້ອມກອດ, ລາວໄດ້ເວົ້າດ້ວຍຄວາມຕື້ນຕັນໃຈວ່າ: “ຂ້ອຍ ເຄີຍຄິດວ່າ
ຈະເສຍລູກໄປແລ້ວ. ມື້ນີ້ໄດ້ອູ້ມລູກ, ໄດ້ໃຫ້ລູກ ດູດນ້ຳນົມຢອດທຳອິດ, ນັ້ນແມ່ນຄວາມສຸກທີ່ຍິ່ງໃຫຍ່ທີ່ສຸດ
ໃນຊີວິດ ຂອງຂ້ອຍ”.
ຊ່ວງເວລານັ້ນ ໄດ້ປິດສາກ ການເດີນທາງຂອງພວກຂ້າພະເຈົ້າ ຜ່ານບັນດາເຂດຊາຍແດນ, ເກາະທະເລ ແລະ
ບັນດາໂຮງໝໍ ຂອງແຂວງ ກວາງນິງ. ນັບຕັ້ງແຕ່ ໝູ່ບ້ານເຂດພູສູງ ບິ່ງລຽວ ຕະຫຼອດຮອດເກາະດ່ານໜ້າ ໂກໂຕ, ນັບຕັ້ງແຕ່ ທະນາຄານ
ນໍ້ານົມແມ່ ຕະຫຼອດຮອດຫ້ອງຜ່າຕັດປ່ຽນຖ່າຍອະໄວຍະວະ, ພວກຂ້າພະເຈົ້າສາມາດຮັບຮູ້ໄດ້ ຢ່າງຈະແຈ້ງ ເຖິງຈຸດລວມ
ອັນດຽວກັນ ຄື: ຄວາມທຸ້ເທໃຈ ຂອງຖັນແຖວທ່ານໝໍ ພວມໄດ້ ຮັບການ ເພີ່ມກຳລັງແຮງ ຈາກວິທະຍາສາດ, ເຕັກໂນໂລຊີ ແລະ
ການຫັນເປັນ ດີຈີຕອນ ເພື່ອນຳເອົາການບໍລິການດ້ານການແພດ ທີ່ມີຄຸນນະພາບສູງ ເຂົ້າເຖິງປະຊາຊົນ
ແຕ່ລະຄົນ ຢ່າງໃກ້ຊິດກວ່າເກົ່າ.
ມະຕິ ສະບັບເລກທີ 72-NQ/TW ຈິ່ງບໍ່ພຽງແຕ່ແມ່ນ ທິດທາງການຂະ ຫຍາຍຕົວ ຂອງ ຂະແໜງສາທາລະນະສຸກ ເທົ່ານັ້ນ. ຢູ່ເທິງດິນແດນ ຕາເວັນອອກສ່ຽງເໜືອ, ຈິດວິນຍານຂອງມະຕິ
ພວມປະກົດຕົວຂຶ້ນ ຢ່າງຈະແຈ້ງ ໃນແຕ່ລະສຳເນົາປະຫວັດສຸຂະພາບ ເອເລັກໂຕຣນິກ, ແຕ່ລະກໍລະນີກູ້ໄພສຸກເສີນ
ທີ່ໄດ້ຮັບການຮັກສາໄວ້ ຢູ່ຂັ້ນຮາກຖານ, ເດັກນ້ອຍແຕ່ລະຄົນ ທີ່ໄດ້ຮັບການຊ່ວຍຊີວິດ ແລະ
ແຕ່ລະຮອຍຍິ້ມ ຂອງ ຄົນເຈັບ ຫຼັງຈາກວັນເວລາ ແຫ່ງການຟື້ນຟູສຸຂະພາບ. ນັ້ນກໍ່ແມ່ນເສັ້ນທາງແຫ່ງການຈັດຕັ້ງປະຕິບັດ
ເປົ້າໝາຍການເບິ່ງ ແຍງດູແລສຸຂະພາບ ຂອງ ທົ່ວປວງຊົນ ໃຫ້ປາກົດຜົນເປັນຈິງ ດ້ວຍທັງຫົວໃຈ
ຂອງຜູ້ເປັນທ່ານໝໍ ແລະ ກຳລັງແຮງ ຂອງ ວິທະຍາສາດ, ເຕັກໂນໂລຊີ.
ບົດ: ທົງທ້ຽນ - ພາບ: ຈິ້ງໂບ້, ກົງດາດ/VNP