ຂ່າວສານ

ບົ່ງຕົວບັນດາອົງການຮັບຜິດຊອບການຜັນຂະຫຍາຍ ສັນຍາ EVFTA

      ທ່ານນາຍົກລັດຖະມົນຕີ ຫາກໍ່ປະກາດໃຊ້ຂໍ້ຕົກລົງວ່າດ້ວຍການບົ່ງຕົວບັນດາອົງການຮັບຜິດຊອບການຜັນຂະຫຍາຍປະຕິບັດສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີລົບ (EVFTA).

ພາບປະກອບ: TTXVN 
      ໃນບັນຊີລາຍຊື່ບົ່ງຕົວດັ່ງກ່າວລວມມີ: ກະຊວງອຸດສາຫະກຳ ແລະ ການຄ້າ ຮັບຜິດຊອບວຽກງານຮັບຜິດຊອບການຈຳກັດນຳເຂົ້າສິນຄ້າການຄ້າ, ບັນດາຮົ້ວກີດຂວາງປອດພາສີສຳລັບການຄ້າ ແລະ ການລົງທຶນໃນການຜະລິດພະລັງງານຜະລິດຄືນໃໝ່…
            ກະຊວງການເງິນຮັບຜິດຊອບ ບັນດາເນື້ອໃນກ່ຽວກັບພາສີ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຮັບຜິດຊອບເນື້ອໃນທີ່ກ່ຽວຂ້ອງເຖິງຜະລິດຕະພັນກະເສດ, ບັນດາມາດຕະການສຸຂະອະນາໄມດ້ານສະບຽງອາຫານ ແລະ ກັກກັນພະຍາດສັດ ແລະ ພືດ…ກະຊວງການເງິນ (ກົມໃຫຍ່ພາສີ)ຮັບຜິດຊອບວຽກງານ ພາສີ ແລະ ສ້າງຄວາມສະດວກໃຫ້ການຄ້າ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີຮັບຜິດຊອບແກ້ໄຂຮົ້ວກີດຂວາງທາງເຕັກນິກສຳລັບການຄ້າ…
(ແຫຼ່ງຄັດຈາກ VOV)


top