ຂ່າວສານ

ບົດບາດນຳພາຂອງພັກກອມມູນິດຫວຽດນາມ ໃນການສ້າງພື້ນຖານເສດຖະກິດຕະຫລາດ

      ເນື້ອໃນ ແລະ ວິທີການຄຸ້ມຄອງຂອງລັດ ຫວຽດນາມ ຄືດັ່ງກ່າວ ແມ່ນບໍ່ຂັດແຍ້ງກັນ, ບໍ່ກີດຂວາງການເຄື່ອນໄຫວຂອງບັນດາກົດເກນຂອງເສດຖະກິດຕະຫລາດ ແຕ່ໄດ້ສ້າງເງື່ອນໄຂເສີມຂະຫຍາຍດ້ານດີ, ຈຳກັດດ້ານອ່ອນຂອງບັນດາກົດເກນນີ້ິ້
            ສ້າງພື້ນຖານເສດຖະກິດຕະຫລາດຕາມກຳນົດທິດສັງຄົມນິຍົມໃຫ້ສຳເລັດແມ່ນແຜນນະໂຍບາຍໃຫຍ່ຂອງພັກ ແລະ ລັດຫວຽດນາມ. ແຜນນະໂຍບາຍນີ້ ແມ່ນໝາກຜົນຂອງວິວັດການສະຫລຸບພຶດຕິກຳຕົວຈິງ, ປ່ຽນແປງໃໝ່ຈິນຕະນາການ ແນໃສ່ຮັບເອົາບັນດາຄຸນຄ່າຕັ້ງໜ້າຂອງມວນມະນຸດໃນການພັດທະນາເສດຖະກິດ ເພື່ອໃຫ້ເໝາະສົມກັບເງື່ອນໄຂຕົວຈິງຂອງຫວຽດນາມ. ພຶດຕິກຳຕົວຈິງໄດ້ຢັ້ງຢືນບົດບາດນຳພາຂອງພັກ ໃນການສ້າງພື້ນຖານເສດຖະກິດຕະຫລາດຕາມກຳນົດທິດສັງຄົມນິຍົມຢູ່ຫວຽດນາມ.

ບົດບາດນຳພາຂອງພັກກອມມູນິດຫວຽດນາມ ໃນການສ້າງພື້ນຖານເສດຖະກິດຕະຫລາດ (ພາບປະກອບ)
      ພັກກອມມູນິດຫວຽດນາມ ຢັ້ງຢືນວ່າ ເພື່ອກ້າວຂຶ້ນສູ່ລັດທິສັງຄົມນິຍົມ ແມ່ນຕ້ອງພັດທະນາພື້ນຖານເສດຖະກິດຕະຫລາດຕາມກຳນົດທິດສັງຄົມນິຍົມ ເຊິ່ງທາດແທ້ແມ່ນພັດທະນາພື້ນຖານເສດຖະກິດຕະຫລາດຢ່າງຄົບຊຸດ, ຄົບຖ້ວນ, ທັນສະໄໝ ແລະ ເຊື່ອມໂຍງ, ພ້ອມທັງ ຮັກສາຫຼັກການ ແລະ ທາດແທ້ລັດທິສັງຄົມນິຍົມໄວ້ໃຫ້ໝັ້ນຄົງ.
        ດ້ວຍບົດບາດນຳພາຂອງພັກພັດທະນາພື້ນຖານເສດຖະກິດຕະຫລາດຕາມກຳນົດທິດສັງຄົມນິຍົມຢູ່ຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງລຸລ່ວງ ຜ່ານບັນດາກອງປະຊຸມໃຫຍ່ຂອງພັກຄັ້ງຕ່າງໆ ດ້ວຍການວາງອອກບັນດາທິດທາງ, ການກຳນົດທິດ, ເປົ້າໝາຍ ແລະ ບັນດາມາດຕະການພັດທະນາພື້ນຖານເສດຖະກິດຕະຫລາດຕາມກຳນົດທິດສັງຄົມນິຍົມ ໃນແຕ່ລະໄລຍະພັດທະນາຂອງປະເທດຊາດ. ຈິນຕະນາການກ່ຽວກັບເສດຖະກິດຂອງພັກ ໄດ້ຮັບການປ່ຽນແປງໃໝ່ ໂດຍເລີ່ມຈາກການຍອມຮັບການພັດທະນາພື້ນຖານເສດຖະກິດສິນຄ້າຫລາຍພາກສ່ວນ ເຄື່ອນເໜັງ ຕາມກົນໄກຕະຫລາດ, ມີການຄຸ້ມຄອງຂອງລັດ.
        ຄຳນິຍາມພື້ນຖານເສດຖະກິດຕະຫລາດຕາມກຳນົດທິດສັງຄົມນິຍົມ ໄດ້ຮັບການຢັ້ງຢືນທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 9 ຂອງພັກກອມມູນິດ ຫວຽດນາມ ປີ 2001 ວ່າ “ພັດທະນາພື້ນຖານເສດຖະກິດສິນຄ້າຫລາຍພາກສ່ວນທີ່ເຄື່ອນເໜັງຕາມກົນໄກຕະຫລາດ, ມີການຄຸ້ມຄອງຂອງລັດ ຕາມການກຳນົດທິດສັງຄົມນິຍົມ; ນັ້ນແມ່ນພື້ນຖານເສດຖະກິດຕະຫລາດຕາມກຳນົດທິດສັງຄົມນິຍົມ”. ນີ້ແມ່ນໝາກຜົນຂອງວິວັດການ 15 ປີແຫ່ງການປ່ຽນແປງໃໝ່ຈິນຕະນາການຂອງພັກ ແລະ ເຄື່ອນໄຫວພຶດຕິກຳຕົວຈິງຢູ່ ຫວຽດນາມ, ໄດ້ລວບລວມບົນພື້ນຖານການຕີລາຄາ ແລະ ຖອດຖອນບັນດາບົດຮຽນຜ່ານບັນດາກອງປະຊຸມໃຫຍ່ຄັ້ງທີ 7, 8 ຂອງພັກ. ເລີ່ມຈາກນີ້ໄປ, ການປ່ຽນແປງໃໝ່ຈິນຕະນາການກ່ຽວກັບພື້ນຖານເສດຖະກິດຕະຫລາດຕາມກຳນົດທິດສັງຄົມນິຍົມຢູ່ຫວຽດນາມ ຍິ່ງໄດ້ຮັບການຍູ້ແຮງກ່ວາ, ນັບມື້ນັບຮອບດ້ານກ່ວາ.
        ພາຍຫລັງປ່ຽນແປງໃໝ່ເກືອບ 35 ປີ ນັບແຕ່ປີ 1986 ເປັນຕົ້ນມາ, ພື້ຶ້ນຖານເສດຖະກິດຕະຫລາດຕາມກຳນົດທິດສັງຄົມນິຍົມຂອງຫວຽດນາມ ໂດຍພື້ນຖານແລ້ວ ແມ່ນສາມາດເຕົ້າໂຮມໄດ້ບັນດາປັດໄຈຂອງພື້ນຖານເສດຖະກິດຕະຫລາດທັນສະໄໝ ຕາມມາດຕະຖານສາກົນ. ນັ້ນແມ່ນມີຮູບການຖືກຳມະສິດ, ພາກສ່ວນເສດຖະກິດເປັນຫລາຍຮູບຫລາຍແບບ, ມີຄວາມເສລີໃນການດຳເນີນທຸລະກິດ, ມີຄວາມເສລີໃນການຈາລະຈອນສິນຄ້າ, ວິສາຫະກິດແກ່ງແຍ້ງຢ່າງສະເໝີພາບ, ລະບົບການຕະຫລາດພັດທະນານັບມື້ນັບມີຄວາມຄົບຊຸດ…; ຄຸ້ມຄອງເສດຖະກິດຂອງລັດໄດ້ມີການປ່ຽນແປງໃໝ່, ຄຸ້ມຄອງດ້ວຍກົດໝາຍ, ນະໂຍບາຍ, ຍຸດທະສາດ, ມີການກຳນົດ, ວາງແຜນ, ສ້າງແຜນການ ແລະ ນຳໃຊ້ແຫຼ່ງກຳລັງເສດຖະກິດຂອງລັດ, ບໍ່ແຊກແຊງເຂົ້າໃນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງວິສາຫະກິດ, ຮັກສາຄຸນຄ່າຂອງສະກຸນເງິນ, ເສດຖະກິດມະຫາພາກເປັນປົກກະຕິ, ຈຳກັດ, ແກ້ໄຂຈຸດອ່ອນຂອງກົນໄກຕະຫລາດ,…ໃນເງື່ອນໄຂນັ້ນ, ບັນດາກົດເກນຂອງເສດຖະກິດຕະຫລາດ ໄດ້ເຄື່ອນໄຫວຢ່າງຄົບຊຸດ: ບັນດາວິສາຫະກິດໄດ້ມານະພະຍາຍາມແກ່ງແຍ້ງ ເພື່ອຄວາມຄົງຕົວ ແລະ ພັດທະນາ; ຕະຫລາດຕັດສິນລາຄາສິນຄ້າໂດຍພື້ນຖານ…ບັນດາປັດໄຈຮັບປະກັນການກຳນົດທິດສັງຄົມນິຍົມຂອງພື້ນຖານເສດຖະກິດຕະຫລາດໄດ້ຕິດພັນກັບບົດບາດການຄຸ້ມຄອງຂອງລັດແຫ່ງອຳນາດແຫ່ງກົດໝາຍສັງຄົມນິຍົມ ໂດຍພັກກອມມູນິດຫວຽດນາມ ນຳພາເພື່ອຈຳກັດ, ແກ້ໄຂບັນດາຜົນກະທົບຫຍໍ້ທໍ້ຂອງກົນໄກຕະຫລາດ, ເພື່ອຮັກສາຄວາມສົມດຸນໃຫຍ່ຂອງພື້ນຖານເສດຖະກິດໃຫ້ໝັ້ນຄົງ, ສັງຄົມມີສະຖຽນລະພາບ, ຕິດພັນການພັດທະນາເສດຖະກິດກັບການພັດທະນາວັດທະນະທຳ, ປະຕິບັດຄວາມກ້າວໜ້າ ແລະ ຍຸຕິທຳໃນສັງຄົມ, ປົກປັກຮັກສາສິ່ງແວດລ້ອມ...ເນື້ອໃນ ແລະ ວິທີການຄຸ້ມຄອງຂອງລັດ ຫວຽດນາມ ຄືດັ່ງກ່າວ ແມ່ນບໍ່ຂັດແຍ້ງກັນ, ບໍ່ກີດຂວາງການເຄື່ອນໄຫວຂອງບັນດາກົດເກນຂອງເສດຖະກິດຕະຫລາດ ແຕ່ໄດ້ສ້າງເງື່ອນໄຂເສີມຂະຫຍາຍດ້ານດີ, ຈຳກັດດ້ານອ່ອນຂອງບັນດາກົດເກນນີ້ິ້, ເພື່ອໃຫ້ພື້ນຖານເສດຖະກິດພັດທະນາວ່ອງໄວ, ໝັ້ນຄົງ, ມຸ່ງໄປເຖິງເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ”.
        ສະຕິຄວາມຮັບຮູ້ກ່ຽວກັບພື້ນຖານເສດຖະກິດຕະຫລາດຕາມກຳນົດທິດສັງຄົມນິຍົມຢູ່ ຫວຽດນາມ ຂອງພັກກອມມູນິດຫວຽດນາມ ໄດ້ ແລະ ພວມເຮັດໃຫ້ຈະແຈ້ງຂຶ້ນເທື່ອລະກ້າວ. ຫລາຍກົນໄກ, ນະໂຍບາຍ, ລະບອບລະບຽບການຂອງພື້ນຖານເສດຖະກິດຕະຫລາດຕາມກຳນົດທິດສັງຄົມນິຍົມຢູ່ຫວຽດນາມ ພວມສ້າງໃຫ້ສຳເລັດເທື່ອລະກ້າວ. ບັນດາບັນຫາກ່ຽວກັບຕະຫລາດຢູ່ຫວຽດນາມ ໄດ້ ແລະ ພວມຫັນເປັນທັນສະໄໝ ແລະ ພວມເໝາະສົມກ່ວາກັບຕະຫລາດສາກົນເທື່ອລະກ້າວ.
        ບາດກ້າວໃຫຍ່ໃນຄວາມຮັບຮູ້ກ່ຽວກັບທິດສະດີ ແລະ ຈິນຕະນາການກ່ຽວກັບພື້ນຖານເສດຖະກິດຕະຫລາດຢູ່ຫວຽດນາມ ໄດ້ ແລະ ພວມສະແດງໃຫ້ເຫັນຜ່ານ ບັນດານະໂຍບາຍເສດຖະກິດ, ນະໂຍບາຍການພົວພັນຕ່າງປະເທດ ດ້ວຍເລື່ອງຫວຽດນາມ ນັບມື້ນັບເຊື່ອມໂຍງຢ່າງເລິກເຊິ່ງກ້ວາງຂວາງເຂົ້າໃນພື້ນຖານເສດຖະກິດສາກົນ. ໄປຄຽງຄູ່ກັນນັ້ນ ບັນດາຜົນສຳເລັດອັນໃຫຍ່ຫລວງກ່ຽວກັບການພັດທະນາເສດຖະກິດ - ສັງຄົມຢູ່ຫວຽດນາມ ນັບແຕ່ເມື່ອມີການປ່ຽນແປງໃໝ່ມາຮອດປະຈຸບັນ, ບັນດາຜົນງານໃນການຮ່ວມມືເສດຖະກິດ, ການເມືອງ, ການທູດ…ດ້ວຍເລື່ອງໂລກ ຍິ່ງຢັ້ງຢືນການເລືອກເຟັ້ນເອົາການພັດທະນາພື້ນຖານເສດຖະກິດຕະຫລາດຢູ່ຫວຽດນາມ  ແມ່ນການເລືອກເຟັ້ນທີ່ມີຄວາມສະຫລາດສ່ອງໃສ.  ແລະສາມາດຢັ້ງຢືນໄດ້ວ່າ ການພັດທະນາພື້ນຖານເສດຖະກິດຕະຫລາດຕາມກຳນົດທິດສັງຄົມນິຍົມຢູ່ ຫວຽດນາມ ໃນປະຈຸບັນ ແມ່ນການເລືອກເຟັ້ນທີ່ຈຳເປັນຢ່າງເດັດຂາດ ເພື່ອສ້າງສັງຄົມໃຫ້ມີປະຊາທິປະໄຕ, ຍຸຕິທຳ, ສີວິໄລ, ທັນສະໄໝ./.
(ແຫຼ່ງຄັດຈາກ VOV)


top