ຂ່າວສານ

ບົດບາດຂອງຊາວໜຸ່ມໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ - ລາວ

      ປະທານ ໂຮ່ຈີມິນ - ການນຳຜູ້ຍິ່ງໃຫຍ່ ແລະ ແສນເຄົາລົບຮັກຂອງພວກເຮົາ ເຄີຍຢັ້ງຢືນວ່າ “ຊາວໜຸ່ມແມ່ນອະນາຄົດຂອງປະເທດຊາດ”. ພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ ຍາມໃດກໍຖືຄະນະຊາວໜຸ່ມແມ່ນແຂນຂວາຂອງພັກ, ຊາວໜຸ່ມແມ່ນກະດູກສັນຫຼັງຂອງປະເທດຊາດ. ແມ່ນແທ້ນໍ້ ທ່ານຜູ້ຟັງ, ໃນໄລຍະຜ່ານມາ, ການເຄື່ອນໄຫວພົບປະແລກປ່ຽນ ແລະ ການຮ່ວມມືຂອງຊາວໜຸ່ມສອງປະເທດ ໄດ້ປະກອບສ່ວນສຳຄັນເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ, ພິເສດແມ່ນໃນການປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ລະຫວ່າງສອງປະເທດ ຫວຽດນາມ - ລາວ. ເມື່ອສະພາບການໂລກ ແລະ ພາກພື້ນມີການຜັນແປສັບສົນຫຼາຍຢ່າງຄືໃນປັດຈຸບັນ, ການປະກອບສ່ວນຂອງຊາວໜຸ່ມໃນການປົກປັກຮັກສາ ແລະ ພັດທະນາສາຍພົວພັນທີ່ຫາຍາກນີ້ ຍິ່ງຈຳເປັນກວ່າເວລາໃດໝົດ.
      ການພົວພັນລະຫວ່າງຊາວໜຸ່ມສອງປະເທດ ຫວຽດນາມ - ລາວ ໄດ້ເລີ່ມຕົ້ນ ແລະ ພັດທະນາຄຽງຄູ່ກັບການພົວພັນ ຫວຽດນາມ - ລາວ ນັບແຕ່ຊຸມເດີອນປີຕ້ານສັດຕູໂຕດຽວກັນ, ດ້ວຍເປົ້າໝາຍປົດປ່ອຍທົ່ວ ອິນດູຈີນ ແລະ ມຸ່ງໄປສູ່ສັງຄົມນິຍົມ.
ຊາວໜຸ່ມ ແຂວງ ຮວ່າບິ່ງ ແບ່ງປັນ ປະສົບການປູກຕົ້ນໝາກກ້ຽງ ໃຫ້ແກ່ຊາວໜຸ່ມລາວ
      ໃນໄລຍະຜ່ານມາ, ຄະນະຊາວໜຸ່ມສອງປະເທດ ໄດ້ມີການເຄື່ອນໄຫວແທດຈິງຫຼາຍຢ່າງ, ເປັນຕົ້ນແມ່ນ ລົງນາມໃນບົດບັກທຶກຊ່ວຍຈຳວ່າດ້ວຍການຮ່ວມມື; ຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ໄດ້ຈັດຕັ້ງຊຸດຝຶກອົບຮົມ, ບຳລຸງສ້າງໃຫ້ແກ່ພະນັກງານຊາວໜຸ່ມ, ເຍົາວະຊົນລວມທັງໝົດກວ່າ 900 ຄົນ; ສົມທົບກັນຈັດຕັ້ງ ງານພົບປະແລກປ່ຽນສະມາຊິກຊາວໜຸ່ມ, ຊາວໜຸ່ມສອງປະເທດ; ຈັດຕັ້ງກິດຈະກຳຊາວໜຸ່ມອາສາສະໝັກຢູ່ ລາວ; ແບ່ງປັນປະສົບການ ແລະ ຮູບແບບຊາວໜຸ່ມເຮັດທຸລະກິດເກັ່ງ; ຈັດຕັ້ງລາຍການເດີນຕາມຮອຍ ຕີນປະທານ ໂຮ່ຈີມິນ ແລະ ປະທານໄກສອນ ພົມວິຫານ… ບັນດາການເຄື່ອນໄຫວເຫຼົ່ານັ້ນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການອະນຸລັກຮັກສາ ແລະ ເຮັດໃຫ້ສາຍພົວພັນລະຫວ່າງສອງປະເທດພັດທະນາຢ່າງເລິກເຊິ່ງກວ້າງຂວາງກວ່າອີກ. 
      ເຖິງວ່າ ໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັນສົນ ແລະ ສົ່ງຜົນກະທົບຢ່າງໃຫຍ່ຫຼວງເຖິງການພົບປະແລກປ່ຽນ, ການຮ່ວມມືຂອງຄະນະຊາວໜຸ່ມສອງປະເທດກໍຕາມ, ແຕ່ດ້ວຍຄວາມມານະພະຍາຍາມຂອງແຕ່ລະຝ່າຍ, ໃນປີ 2020, ສູນກາງຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ໄດ້ໜູນຊ່ວຍ ສູນກາງຊາວໜຸ່ມປະຊາຊົນປະຕິວັດ ລາວ ສ້າງຕັ້ງສະຫະພັນຊາວໜຸ່ມ ລາວ; ສອງຝ່າຍຍັງສືບຕໍ່ຈັດຕັ້ງສຳເລັດລາຍການພົບປະແລກປ່ຽນຊາວໜຸ່ມ ຫວຽດນາມ - ລາວ ຢູ່ ແຂວງ ເງະອານ (ຫວຽດນາມ); ໂຄງການລົງທຶນກໍ່ສ້າງສູນຝຶກອົບຮົມ, ບຳລຸງສ້າງພະນັກງານຊາວໜຸ່ມ, ເຍົາວະຊົນ ລາວ - ຫວຽດ ຢູ່ ນະຄອນຫຼວງວຽງຈັນ ດ້ວຍຍອດເງິນລົງທຶນປະມານ 200 ຕື້ດົ່ງ ກໍໄດ້ຮັບການຮັບຮອງເອົາ ທີ່ກອງປະຊຸມຄະນະກຳມະການລະຫວ່າງ ລັດຖະບານ ຫວຽດນາມ - ລາວ, ລາວ - ຫວຽດນາມ ໃນວາລະປະຊຸມຄັ້ງທີ 43 ທີ່ຖືກຈັດຂຶ້ນຢູ່ ຮ່າໂນ້ຍ. ຫວ່າງມໍ່ໆມານີ້, ທ່ານເລຂາສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ທ່ານເລຂາສູນກາງຊາວໜຸ່ມປະຊາຊົນປະຕິວັດ ລາວ ໄດ້ມີການໂອ້ລົມທາງໂທລະສັບ ແລະ ເຫັນດີເປັນເອກະພາບຫຼາຍເນື້ອໃນສຳຄັນ ສຳລັບແຜນການພົບປະແລກປ່ຽນ ແລະ ການຮ່ວມມືໃນໄລຍະຈະມາເຖິງ.
ຊາວໜຸ່ມລາວ ໄປທັດສະນະຕົວຈິງ ຢູ່ແຂວງ ຫ໋າຍຟ່ອງ, ຫວຽດນາມ
      ບັນດາການເຄື່ອນໄຫວດັ່ງກ່າວ ຖືກດຳເນີນກໍ່ແມ່ນທັດສະນະຂອງທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ. ທ່ານ ຖືວ່າ: ໜຶ່ງໃນວຽກງານ ເຊິ່ງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຕ້ອງເພີ່ມທະວີໃນໄລຍະຈະມາເຖິງ ແມ່ນຕ້ອງສຶກສາໃຫ້ແກ່ຄົນລຸ້ນຫຼັງ, ເພື່ອໃຫ້ເຂົາເຈົ້າສາມາດເຂົ້າໃຈໄດ້ວ່າ ການພົວພັນແບບພິເສດນີ້ມີຄວາມເປັນມາຄືແນວໃດ.
ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ
      ໂດຍຮັບຮູ້ໄດ້ບົດບາດ, ໜ້າທີ່ຂອງຕົນ, ສະມາຊິກຊາວໜຸ່ມ, ຊາວໜຸ່ມແຕ່ລະຄົນ ກໍໄດ້ເປັນເຈົ້າການໃນການສະເໜີບັນດາວຽກງານ ເຊິ່ງຊາວໜຸ່ມ, ສະມາຊິກຄະນະຊາວໜຸ່ມສອງປະເທດຕ້ອງເຮັດ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາສາຍພົວພັນລະຫວ່າງ ຫວຽດນາມ - ລາວ ໃຫ້ນັບມື້ນັບເລິກເຊິ່ງກວ່າອີກ. 

ປັດຈຸບັນ, ມະຫາວິທະຍາໄລຫຼາຍແຫ່ງຢູ່ ຫວຽດນາມ ກໍໄດ້ເປີດກວ້າງຮູບແບບສອນພາສາຂອງບັນດາປະເທດໃນກຸ່ມ ອາຊຽນ ເປັນຕົ້ນແມ່ນ ພາສາລາວ, ພາສາໄທ… ນັກສຶກສາ ຫວຽດນາມ ຫຼາຍຄົນ ໄດ້ເລືອກຮຽນເພີ່ມພາສາລາວ ເພື່ອສາມາດພົບປະແລກປ່ຽນກັບໝູ່ເພື່ອນ ແລະ ມີຄວາມເຂົ້າໃຈກ່ຽວກັບປະຊາຊົນ ແລະ ປະເທດລາວ ລ້ານຊ້າງ.
            “ໂດຍເປັນພົນລະເມືອງ ຫວຽດນາມ ນ້ອງມີຄວາມເຄົາລົບນັບຖືສາຍພົວພັນນີ້ທີ່ສຸດ, ພາສາລາວ ແມ່ນລູກກຸນແຈເພື່ອໃຫ້ນ້ອງສາມາດພົວພັນແລກປ່ຽນກັບໝູ່ເພື່ອນລາວໄດ້ ແລະ ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນນີ້ ໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງ ແລະ ກວ້າງຂວາງກວ່າ”.
            “ນ້ອງຢາກໃຫ້ບັນດາເພື່ອນໜຸ່ມ ພິເສດແມ່ນ ຊາວໜຸ່ມ ຫວຽດນາມ ມີຄວາມເຂົ້າໃຈກ່ຽວກັບ ປະເທດລາວ ຫຼາຍກວ່າອີກ, ຢາກແນະນຳກັບເຂົາເຈົ້າກ່ຽວກັບປະເທດລາວ, ປະຊາຊົນ ລາວ ແລະ ປົກປັກຮັກສາໃຫ້ສາຍພົວພັນຖານອ້າຍນ້ອງທີ່ສະໜິດແໜ້ນ ເຊິ່ງລຸ້ນພໍ່ລຸ້ນອ້າຍຂອງພວກເຮົາ ໄດ້ທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງໃຫ້ໝັ້ນຄົງທະນົງແກ່ນ. ນ້ອງຢາກຮຽນພາສາລາວ ໃຫ້ເກັ່ງ ເພື່ອສາມາດທັກທາຍແລກປ່ຽນກັບບັນດາເພື່ອນລາວ ໄດ້ຫຼາຍກວ່າອີກ”.
    ດ້ວຍຄວາມເປັນເຈົ້າການ, ປະດິດຄິດສ້າງ, ຂະຫຍັນຂັນເຄື່ອນ, ສຸດຈິດສຸດໃຈ ແລະ ເຕັມໄປດ້ວຍຄວາມຮັບຜິດຊອບຂອງສະມາຊິກຄະນະຊາວໜຸ່ມ, ຊາວໜຸ່ມສອງປະເທດ ຫວຽດນາມ - ລາວ ແລະ ຍາມໃດກໍນຳໜ້າໃນການເຄື່ອນໄຫວຮ່ວມມືລະຫວ່າງຄະນະຊາວໜຸ່ມສອງປະເທດນັ້ນ ແມ່ນບັນດາສັນຍານທີ່ຕັ້ງໜ້າ, ປະກອບສ່ວນເຮັດໃຫ້ການພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ - ລາວ ພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະ ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ./.
(ແຫຼ່ງຄັດຈາກ VOV)
 
 


top