ຂ່າວສານ

ບົດຂຽນຂອງທ່ານເລຂາທິການໃຫຍ່ຫງວຽນຝູຈ້ອງຍົກສູງບົດບາດຂອງລັດໃນການຮັບປະກັນຄວາມຍຸຕິທຳໃນສັງຄົມ

      ຕາມທ່ານຮອງສາດສະດາຈານ Faisal Ahmed ແລ້ວ, ນີ້ແມ່ນບົດຂຽນທີ່ສົມບູນ ແລະ ບັນຈຸ, ເຊື່ອມເລິກບັນດາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການພົວພັນລະຫວ່າງລັດ ແລະ ປະຊາຊົນ
ທ່ານຮອງສາດສະດາຈານ, ປະລິນຍາເອກ Faisal Ahmed
(ພາບ: TTXVN)
      ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ  New Delhi, ທ່ານຮອງສາດສະດາຈານ, ປະລິນຍາເອກ Faisal Ahmed ສັງກັດພະແນກເສດຖະກິດສາກົນ ໂຮງຮຽນຄຸ້ມຄອງບໍລິຫານ FORE ຢູ່ New Delhi, ປະເທດ ອິນເດຍ ໄດ້ສະແດງຄວາມປະທັບໃຈກ່ຽວກັບບົດຂຽນຂອງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ”. ຕາມທ່ານຮອງສາດສະດາຈານ Faisal Ahmed ແລ້ວ, ນີ້ແມ່ນບົດຂຽນທີ່ສົມບູນ ແລະ ບັນຈຸ, ເຊື່ອມເລິກບັນດາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການພົວພັນລະຫວ່າງລັດ ແລະ ປະຊາຊົນ, ພ້ອມທັງຖືຍົກສູງບົດບາດຂອງລັດໃນການຮັບປະກັນຄວາມຍຸຕິທຳໃນສັງຄົມຢ່າງແທດຈິງ, ເຊິ່ງແມ່ນຄວາມຕ້ອງການຂອງຍຸກປະຈຸບັນ. ບົດຂຽນໄດ້ວາງອອກທິດທາງໃຫ້ແກ່ອະນາຄົດແມ່ນຖືມະນຸດເປັນໃຈກາງໃຫ້ແກ່ຫວຽດນາມ. ປະຊາຄົມສາກົນຄວນ ທະວີິຄູນທິດທາງດັ່ງກ່າວ, ໂດຍສະເພາະແມ່ນບັນດາປະເທດພວມພັດທະນາ. ນັກຊ່ຽວຊານທ່ານນີ້ໄດ້ເນັ້ນໜັກວ່າ, ບົດຂຽນໄດ້ຊີ້ບອກຢ່າງຖືກຕ້ອງວ່າ ພື້ນຖານເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມແມ່ນຮູບແບບເສດຖະກິດເໝາະສົມທີ່ສຸດ ເພື່ອສ້າງກຳລັງແກ່ງແຍ້ງທົ່ວໂລກຂອງຫວຽດນາມ ທາງດ້ານການຄ້າ ແລະ ການລົງທຶນ.
(ແຫຼ່ງຄັດຈາກ VOV)


top