ຂ່າວສານ

ບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຢືນຢັນວິໄສທັດຖືກຕ້ອງຂອງພັກກອມມູນິດຫວຽດນາມ

      ແບບຢ່າງໃນການຄຸ້ມຄອງໃນໄລຍະເກີດໂລກລະບາດໂຄວິດ-19 ໄດ້ພິສູດໃຫ້ເຫັນລັກສະນະຖືກຕ້ອງໃນວິໄສທັດ, ກໍ່ຄືບັນດາການຄັດເລືອກ ແລະ ການກຳນົດທິດເຊິ່ງພັກກອມມູນິດ ຫວຽດນາມ ໄດ້ຮັບຮອງເອົາ.
(ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ)
      ກ່ຽວກັບບົດຂຽນ “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນລັດທິສັງຄົມນິຍົມຢູ່ ຫວຽດນາມ” ຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ, ທ່ານ Mohamed Abdoun, ຫົວໜ້າຈຳໜ່າຍຂອງສື່ເອເລັກໂຕນິກ lapatrienews.com ຂອງ ອານເຊຣີ, ຕີລາຄາສູງ ເນື້ອໃນສ້າງພື້ນຖານເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມຢູ່ ຫວຽດນາມ. ທ່ານ Mohamed Abdoun ເນັ້ນໜັກວ່າ, ດ້ວຍຄວາມສາມາດປ່ຽນແປງໃໝ່ດ້ວຍຕົນເອງ, ຮັບມືກັບສະພາບການໃໝ່ ແລະ ປະເຊີນໜ້າກັບບັນດາສິ່ງທ້າທາຍທີ່ໃຫຍ່ຫຼວງ, ພັກກອມມູນິດຫວຽດນາມ ໄດ້ປ່ຽນແປງໃໝ່ອີກຄັ້ງໜຶ່ງ ດ້ວຍວິທີຊຸກຍູ້ນິຍາມຖືລັກສະນະປະຕິວັດກ່ຽວກັບພື້ນຖານເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ, ໃນຂະນະທີ່ຍັງຮັກສາບັນດາຫຼັກການພື້ນຖານຂອງລັດທິ Marx-Lenin.
        ຕາມນັກຊ່ຽວຊານທ່ານນີ້ແລ້ວ, ບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຊີ້ໃຫ້ເຫັນວ່າ, ຢູ່ ຫວຽດນາມ. ຄຳນິຍາມເສດຖະກິດການຕະຫຼາດມີລັກສະນະວັດທະນະທຳມະນຸດ. ແບບຢ່າງໃນການຄຸ້ມຄອງໃນໄລຍະເກີດໂລກລະບາດໂຄວິດ-19 ໄດ້ພິສູດໃຫ້ເຫັນລັກສະນະຖືກຕ້ອງໃນວິໄສທັດ, ກໍ່ຄືບັນດາການຄັດເລືອກ ແລະ ການກຳນົດທິດເຊິ່ງພັກກອມມູນິດ ຫວຽດນາມ ໄດ້ຮັບຮອງເອົາ.
 (ແຫຼ່ງຄັດຈາກ VOV)


top