ບົດກ່າວຄຳເຫັນທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ອີງໃສ່ຜົນປະໂຫຍດລວມຂອງ ອາຂຽນ, ໄດ້ສ່ອງແສງວິໄສທັດຄວາມໝັ້ນຄົງແບບຍືນຍົງເຊິ່ງບັນດາປະເທດໃນພາກພື້ນພວມພ້ອມກັນເດີນຕາມ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ກ່າວຄຳເຫັນທີ່ການສົນທະນາ Shangri-La (ພາບ: TTXVN)
ເມື່ອແລກປ່ຽນກັບນັກຂ່າວຢູ່ ຈີນ, ທ່ານສາດສະດາຈານ ຮວາງຢຸຍຊວຽນ, ມະຫາວິທະຍາໄລ ຮວາຊຽວ, ແຂວງ ຟຸຈຽນ, ຢືນຢັນວ່າ ບົດກ່າວປາໄສຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ທີ່ການສົນທະນາ Shangri-La ປີ 2026 ໄດ້ສ່ອງແສງແນວທາງການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບສັນຕິພາບ, ການຮ່ວມມື, ສົນທະນາ ແລະ ທາບທາມຄວາມເຫັນ.
ນັກຮຽນຮູ້ ຈີນ ໃຫ້ຂໍ້ສັງເກດວ່າ ບົດກ່າວຄຳເຫັນທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ອີງໃສ່ຜົນປະໂຫຍດລວມຂອງ ອາຂຽນ, ໄດ້ສ່ອງແສງວິໄສທັດຄວາມໝັ້ນຄົງແບບຍືນຍົງເຊິ່ງບັນດາປະເທດໃນພາກພື້ນພວມພ້ອມກັນເດີນຕາມ, ເນັ້ນໜັກເຖິງເລື່ອງເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງທຸກໆປະເທດ. ໃນສະພາບບັນດາການດັດປັບຢ່າງເລິກເຊິ່ງໃນທົ່ວໂລກ ແລະ ຄວາມສ່ຽງດ້ານຄວາມໝັ້ນຄົງຢູ່ພາກພື້ນທີ່ນັບມື້ນັບເພີ່ມຂຶ້ນ, ເລື່ອງ ຫວຽດນາມ ມີແຜນນະໂຍບາຍເດີນຕາມນະໂຍບາຍບໍ່ຮ່ວມສຳພັນ, ບໍ່ສູ້ຢັນ ແລະ ບໍ່ແນໃສ່ປະເທດທີ 3 ຈະນຳມາເຊິ່ງຄວາມສະຖຽນລະພາບ ແລະ ສຽງເວົ້າທີ່ເໝາະສົມໃຫ້ແກ່ພາກພື້ນ.