ຫວ່າງມໍ່ໆ ນີ້, ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ, ປະທານຄະນະກຳມະການແຫ່ງຊາດ ກ່ຽວກັບການຫັນເປັນ ດິີຈິີຕອນ ໄດ້ສະເໜີ 4 ຂໍ້ບຸລິມະສິດການຫັນປ່ຽນດີຈີຕອນ ຄື: ພັດທະນາພື້ນຖານຂໍ້ມູນ; ສົ່ງເສີມບໍລິການ ສາທາລະນະ ຕາມຮູບແບບທາງໄກ; ພັດທະນາພື້ນຖານໂຄງລ່າງ, ພື້ນ ຖານດີຈີຕອນ ແລະ ຮັບປະກັນຄວາມປອດໄພ ທາງ ຄອມພີວເຕີ ແລະ ຄວາມປອດໄພ ຂອງ ຂໍ້ມູນ. ພ້ອມດຽວກັນ ຕ້ອງຍົກສູງຄວາມຮູ້ ກ່ຽວກັບການຫັນເປັນ ດີຈີຕອນ; ສຸມໃສ່ການປະຕິບັດວຽກງານຈຸດສຸມ, ສຳຄັນ.
ຫວ່າງມໍ່ໆ ນີ້, ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ, ປະທານຄະນະກຳມະການແຫ່ງຊາດ ກ່ຽວກັບການຫັນເປັນ ດິີຈິີຕອນ ໄດ້ສະເໜີ 4 ຂໍ້ບຸລິມະສິດການຫັນປ່ຽນດີຈີຕອນ ຄື: ພັດທະນາພື້ນຖານຂໍ້ມູນ; ສົ່ງເສີມບໍລິການ ສາທາລະນະ ຕາມຮູບແບບທາງໄກ; ພັດທະນາພື້ນຖານໂຄງລ່າງ, ພື້ນ ຖານດີຈີຕອນ ແລະ ຮັບປະກັນຄວາມປອດໄພ ທາງ ຄອມພີວເຕີ ແລະ ຄວາມປອດໄພ ຂອງ ຂໍ້ມູນ. ພ້ອມດຽວກັນ ຕ້ອງຍົກສູງຄວາມຮູ້ ກ່ຽວກັບການຫັນເປັນ ດີຈີຕອນ; ສຸມໃສ່ການປະຕິບັດວຽກງານຈຸດສຸມ, ສຳຄັນ.
ໃນໄລຍະທີ່ຜ່ານມາ, ວຽກງານຫັນເປັນ ດີຈີຕອນ ແຫ່ງຊາດ ແລະ ຜັນຂະຫຍາຍໂຄງການພັດທະນາ ການນໍາໃຊ້ຂໍ້ມູນກ່ຽວກັບປະຊາກອນ, ລະບຸ ຮູບປະພັນ ແລະ ຢັ້ງຢືນຄວາມຖືກຕ້ອງທາງ ເອເລັກໂຕຣນິກ ຮັບໃຊ້ ການຫັນເປັນ ດີຈີຕອນ ແຫ່ງຊາດ ໄລຍະ 2022 - 2025, ວິໄສທັດເຖິງປີ 2030 (ໂຄງການ 06) ຂອງ ລັດຖະບານ ໄດ້ຮັບໝາກຜົນດີພໍສົມຄວນ. ຄວາມຮັບຮູ້ ແລະ ການກະທຳ ກ່ຽວກັບ ການຫັນເປັນ ດີຈີຕອນ ແຫ່ງຊາດ ສືບຕໍ່ມີການປ່ຽນແປງຢ່າງແຂງແຮງ, ໄດ້ມີການແຜ່ລາມຢູ່ໃນທຸກຂັ້ນ, ຂະແໜງການ ແລະ ທ້ອງຖິ່ນ. ວຽກງານເຮັດໃຫ້ສົມບູນ ກົດບັນຍັດ, ກົນໄກ ແລະ ນະໂຍບາຍ ສ້າງຂອບເຂດ ແລະ ເງື່ອນໄຂທີ່ສະດວກໃຫ້ແກ່ການຫັນເປັນ ດີຈີຕອນ ແຫ່ງຊາດເວົ້າລວມ, ເວົ້າສະເພາະແມ່ນໂຄງການ 06 ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ.
ເພື່ອປະຕິບັດໂຄງການພັດທະນາ ການນໍາໃຊ້ຂໍ້ມູນ ກ່ຽວກັບປະຊາກອນ, ລະບຸ ຮູບປະພັນ ແລະ ຢັ້ງຢືນຄວາມຖືກຕ້ອງທາງ ເອເລັກໂຕຣນິກ ຮັບໃຊ້ ການຫັນເປັນ ດີຈີຕອນ ແຫ່ງຊາດ ໄລຍະ 2022 - 2025, ວິໄສທັດເຖິງປີ 2030 (ໂຄງການ 06), ຂະແໜງສາທາລະນະສຸກແຂວງ ບັກຢາງ ກຳລັງຊຸກຍູ້ການນຳໃຊ້ບັດປະຈຳຕົວພົນລະເມືອງ ຕິດຊິບ ເອເລັກໂຕຣນິກ ໃນເວລາເຮັດລະບຽບການ ກວດ ແລະ ປິ່ນປົວພະຍາດ ດ້ວຍປະກັນໄພ ສາທາລະນະສຸກ. ມາຮອດປະຈຸບັນ, ທົ່ວແຂວງມີພື້ນຖານກວດ ແລະ ປິ່ນປົວພະຍາດ ປະກັນໄພ ສາທາລະນະສຸກ 252 ແຫ່ງ ໄດ້ໃຊ້ ບັດປະຈຳຕົວພົນລະເມືອງ ແທນ ບັດປະກັນໄພ ສາທາລະນະສຸກ, ບັນລຸ 100%. ພາບ: ດົ່ງຖຸ໋ຍ/VNA
ເສດຖະກິດ ດີຈີຕອນ, ໂຄງສ້າງພື້ນຖານ ດີຈີຕອນ, ພື້ນຖານ ດີຈີຕອນສືບຕໍ່ໄດ້ຮັບການພັດທະນາ. ບັນດາພື້ນຖານຂໍ້ມູນແຫ່ງຊາດ, ສະເພາະຂະແໜງການ ໄດ້ຊຸກຍູ້ຜັນຂະຫຍາຍ ກໍ່ສ້າງ, ເຊື່ອມຕໍ່ ແລະ ແບ່ງປັນ. ບໍລິການ ສາທາລະນະ ຕາມຮູບແບບທາງໄກ ໄດ້ຊຸກຍູ້ຢ່າງແຂງແຮງ. ວຽກງານຮັບປະກັນຄວາມສະຫງົບປອດໄພ ລະບົບຂໍ້ມູນ ແລະ ຄວາມປອດໄພຂອງ ລະບົບຂໍ້ມູນ, ພື້ນຖານຂໍ້ມູນ, ການປ້ອງກັນຂໍ້ມູນສ່ວນບຸກຄົນ ໄດ້ຮັບຄວາມເອົາໃຈໃສ່ ແລະ ຖືສຳຄັນ. ແຫຼ່ງກຳລັງແຮງ ສໍາລັບການຫັນເປັນ ດີຈີຕອນ ໄດ້ຮັບການລົງທຶນ. ການບໍລິການສາທາລະນະ ຖືກສ້າງຂຶ້ນ, ຮັບໃຊ້ປະຊາຊົນ, ວິສາຫະກິດ ແລະ ການຄຸ້ມຄອງແຫ່ງລັດ. ການຫັນເປັນດີຈີຕອນ ປະກອບສ່ວນຊຸກຍູ້ການເຕີບໂຕທາງເສດຖະກິດ, ຊຸກຍູ້ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຂອງ ປະເທດຊາດ.
ຕາມທ່ານນາຍົກລັດຖະມົນຕີ, ເພື່ອປະຕິບັດ 4 ບຸລິມະສິດ ທີ່ກ່າວມາຂ້າງເທິງ, ຕ້ອງລະດົມແຫຼ່ງກຳລັງ, ການເຂົ້າຮ່ວມ ຂອງ ທັງລະບົບການເມືອງ, ປະຊາຊົນ, ວິສາຫະກິດ ໃນການຈັດຕັ້ງປະຕິບັດ ຢ່າງມີແບບມີແຜນ, ໜັກແໜ້ນ, ໄຫວພິບ ແລະ ຂ້ຽວຂາດ. ໃນນັ້ນສຸມໃສ່ໃນການຊີ້ນຳ, ນຳພາ; ລົງທຶນແຫຼ່ງກຳລັງທັງດ້ານການເງິນ ແລະ ຊັບພະຍາກອນມະນຸດ ເພ່ືອຫັນເປັນດີຈີຕອນ; ສຸມໃສ່ສ້າງກົດບັນຍັດ ເພື່ອແກ້ໄຂ “ຂອດຈໍາກັດ”, ບຸກທະລຸ ເພື່ອການພັດທະນາ; ບັນດາພື້ນຖານດີຈີຕອນ ຕ້ອງມີຄວາມອຸດົມສົມບູນ, ຮອບດ້ານ ແລະ ສະດວກ; ພື້ນຖານຂໍ້ມູນຕ້ອງຮັບ ປະກັນຄວາມ “ຖືກຕ້ອງ, ພຽງພໍ, ສະອາດ, ຄົງຕົວ”.
“ເສດຖະກິດ ດີຈີຕອນ ຕ້ອງເປັນແຮງກະຕຸ້ນ ຂອງ ພື້ນຖານເສດຖະກິດ; ສັງຄົມ ດີຈີຕອນ ຕ້ອງເປັນໜຶ່ງໃນພື້ນຖານ ຂອງ ສັງຄົມພວກເຮົາ; ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງວ່າ “ວັດທະນະທຳ ດີຈີຕອນ ຕ້ອງແມ່ນພາກສ່ວນໜ່ຶງ ຂອງພື້ນຖານ ວັດທະນະທຳ ຫວຽດນາມ ທີ່ກ້າວໜ້າ ເຕັມໄປດ້ວຍສີສັນລັກສະນະຊາດ”.
ກະຊວງຖະແຫຼງຂ່າວ ແລະ ສື່ສານ ໄດ້ອະນຸມັດຜ່ານ ໂຄງການຊຸກຍູ້ການພັດທະນາ ແລະ ນຳໃຊ້ 35 ພື້ນຖານ ດີຈີຕອນ ແຫ່ງຊາດ ເພື່ອຫັນເປັນ ດີຈີຕອນ, ພັດທະນາ ລັດຖະບານ ດີຈີຕອນ, ເສດຖະກິດ ດີຈີຕອນ, ສັງຄົມ ດີຈີຕອນ ແລະ ປັບປຸງເປັນໄລຍະ ແລະ ປະກາດໃຊ້ ແຕ່ລະປີ. ປັດຈຸບັນ, ມີ 7 ພື້ນຖານຂໍ້ມູນແຫ່ງຊາດ (ປະຊາກອນ; ລົງທະບຽນວິສາຫະກິດ; ປະກັນໄພ; ສຳມະໂນຄົວ ເອເລັກໂຕຣນິກ ແຫ່ງຊາດ; ທີ່ດິນແຫ່ງຊາດ; ການເງິນ; ພະນັກງານ, ລັດຖະກອນ) ໄດ້ບູລິມະສິດ ຜັນຂະຫຍາຍ, ເຊື່ອມຕໍ່ ແລະ ແບ່ງປັນ ເພື່ອຮັບໃຊ້ການຈັດຕັ້ງປະຕິບັດ ການບໍລິການ ຂັ້ນພື້ນຖານ, ຈຳເປັນໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ.
ກະຊວງຖະແຫຼງຂ່າວ ແລະ ສື່ສານ ໃຫ້ຮູ້ວ່າ ຄວາມປອດໄພດ້ານຂໍ້ມູນຂ່າວສານ ອິນເຕີເນັດ, ຄວາມປອດໄພ ອິນເຕີເນັດ, ຊັບພະຍາກອນມະນຸດ ດີຈີຕອນ, ທັກສະ ດີຈີຕອນ, ພົນລະເມືອງ ດີຈີຕອນ, ວິສາຫະກິດ ດີຈີຕອນ, ຊຳລະ ດີຈີຕອນ... ລ້ວນແຕ່ມີບາດກ້າວພັດທະນາຢ່າງກ້າວກະໂດດ. ນອກຈາກນັ້ນ, ດ້ວຍການ ໝູນໃຊ້ ລະຫັດຮູບປະພັນ ເອເລັກໂຕຣນິກ ພົນລະເມືອງ (VNeID), ປະຊາຊົນ ສາມາດສ້າງຂໍ້ມູນດ້ວຍຕົນເອງ ແລະ ສົ່ງໄປຍັງ ບັນດາກະຊວງສະເພາະ ຂະແໜງການ ເພື່ອການຢັ້ງຢືນ ໂດຍບໍ່ຕ້ອງລົງທຶນຫຼາຍ ໃຫ້ບັນດາກະຊວງ ໃນການຫັນເປັນ ດີຈີຕອນ.
ການຫັນເປັນ ດີຈີຕອນ ແມ່ນທ່າອ່ຽງ ທີ່ຈຳເປັນຢ່າງເດັດຂາດ ກຳລັງ ປະຕິບັດ ໃນທົ່ວໂລກ ແລະ ຫວຽດນາມ ບໍ່ສາມາດຢືນຢູ່ຂ້າງນອກ. ການຫັນເປັນດີຈີຕອນ ເປັນວຽກໃໝ່, ຍາກ ແລະ ສະດຸ້ງໄວ, ຮຽກຮ້ອງຕ້ອງມີແຫຼ່ງກຳລັງແຮງ, ເວລາ ແລະ ເງື່ອນໄຂ ທີ່ຈໍາເປັນ ອື່ນໆ. ການຫັນເປັນດີຈີຕອນ ໄດ້ຮັບການກຳນົດ ຢູ່ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງ ພັກວ່າ ເປັນໜຶ່ງໃນບັນດາໜ້າທີ່ຈຸດສຸມ. ລັດຖະບານ ໄດ້ສ້າງ, ຜັນຂະຫຍາຍໂຄງການ 06 ເພື່ອ ຫັນເປັນຕົວຈິງໜ້າທີ່ວ່າດ້ວຍຫັນເປັນດີຈີຕອນ ເປັນເທື່ອລະກ້າວ.
ບົດ: VNP - ພາບ: VNA - ແປໂດຍ: ບິກລຽນ