ປະກອບຄຳເຫັນໃສ່ກົດໝາຍວ່າດ້ວຍການປັບປຸງເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການລົງທຶນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ຍົກໃຫ້ເຫັນ 4 ບັນຫາໃຫຍ່, ໃນນັ້ນມີທ່າອ່ຽງໂຍະຍານ ເງື່ອນໄຂເຂົ້າເຖິງຕະຫຼາດສຳລັບບັນດານັກລົງທຶນ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ກ່າວຄຳເຫັນທີ່ການປຶກສາຫາລື (ພາບ: VNA
ໂດຍສືບຕໍກອງປະຊຸມຄັ້ງທີ 2, ສະພາແຫ່ງຊາດຊຸດທີ XVI, ຕອນເຊົ້າວັນທີ 24ຕຸລາ, ສະພາແຫ່ງຊາດໄດ້ປຶກສາຫາລືເປັນກຸ່ມຕໍ່ 3 ຮ່າງກົດໝາຍ: ກົດໝາຍວ່າດ້ວຍຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມທາງທະເລ ແລະ ໝູ່ເກາະ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີບບາງມາດຕາຂອງກົດໝາຍວ່າດ້ວຍສິ່ງແວດລ້ອມ; ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການລົງທຶນ.
ປະກອບຄຳເຫັນໃສ່ກົດໝາຍວ່າດ້ວຍການປັບປຸງເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການລົງທຶນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ຍົກໃຫ້ເຫັນ 4 ບັນຫາໃຫຍ່, ໃນນັ້ນມີທ່າອ່ຽງໂຍະຍານ ເງື່ອນໄຂເຂົ້າເຖິງຕະຫຼາດສຳລັບບັນດານັກລົງທຶນ. ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າການໂຍະຍານນີ້ໂດຍສະພາແຫ່ງຊາດຕັດສິນ ເພື່ອຮັບປະກັນລັກສະນະຖືກຕ້ອງຕາມກົດໝາຍ, ເປັນເອກະພາບ ຂອງລະບົບກົດໝາຍ ແລະ ສອດຄ່ອງກັບບັນດາຄຳໝັ້ນສັນຍາສາກົນ, ພ້ອມທັງຕິດພັນ ບັນດາບຸລິມະສິດກັບຄຳໝັ້ນສັນຍາ ແລະ ໝາກຜົນຂອງການປະຕິບັດ.