ບຸນເຕັດປີມະເສັງ 2025, ຢູ່ບັນດາສະຖານທີ່ກໍ່ສ້າງໂຄງການຈຸດສຸມແຫ່ງຊາດ, ບັນຍາກາດດຳເນີນການກໍ່ສ້າງຍັງຟົດຟື້ນ, ຮີບເຮັ່ງ.
ຢູ່ແຂວງ ດົ່ງນາຍ, ໃນຊຸມມື້ບຸນເຕັດປີມະເສັງ, ບັນຍາກາດອອກແຮງງານຢູ່ບັນດາສະຖານທີ່ກໍ່ສ້າງຍັງດຳເນີນໄປຢ່າງຟົດຟື້ນ (ພາບ: daibieunhandan.vn)
ຢູ່ແຂວງ ດົ່ງນາຍ, ໃນຊຸມມື້ບຸນເຕັດປີມະເສັງ, ບັນຍາກາດອອກແຮງງານຢູ່ບັນດາສະຖານທີ່ກໍ່ສ້າງໃຫຍ່ໂຄງການທ່າອາກາດສະຍານສາກົນ ລອງແທັ່ງ (ສະໜາມບິນ ລອງແທັ່ງ), ຍັງດຳເນີນໄປຢ່າງຟົດຟື້ນຄືປົກກະຕິ. ຕາມການຊີ້ນຳຂອງນາຍົກລັດຖະມົນຕີ, ສະໜາມບິນ ລອງແທັ່ງ ໄລຍະ 1 ຈະໄດ້ຮັບການກໍ່ສ້າງສຳເລັດໂດຍພື້ນຖານໃນທ້າຍປີ 2025. ເພື່ອປຸກລະດົມຈິດໃຈຂອງກຳມະກອນ, ຜູ້ອອກແຮງງານ, ທ່ານ ຫງວຽນດຶດທ້ວນ, ຮອງຜູ້ອຳນວຍການບໍລິຫານບໍລິສັດກໍ່ສ້າງ Hancorp, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າປຸກລະດົມຂະບວນການກໍ່ສ້າງໃນຕະຫຼອດບຸນເຕັດ ແລະ ມອບຂອງຂວັນລະດົມກຳລັງໃຈໃຫ້ແກ່ອ້າຍນ້ອງປະຈຳການ, ຊື້ຕົ້ນຄາຍ, ຕົ້ນໝາກແປ້ນ, ຕົ້ນເໝີຍ. ມື້ເລີ່ມລົງມືກໍ່ສ້າງຍາມຕົ້ນປີໃໝ່, ພວກຂ້າພະເຈົ້າກໍ່ໄປມອບອັງເປົາ, ສົ່ງຄຳອວຍພອນໂຊກໝານຍາມຕົ້ນປີໃໝ່ອ້າຍນ້ອງ”.
ຢູ່ສະຖານທີ່ກໍ່ສ້າງກິດຈະກຳເໜືອ - ໃຕ້ ຕອນໄປຜ່ານແຂວງ ກວາງບິ່ງ, ບັນດາຫົວໜ່ວຍກໍ່ສ້າງກໍ່ໄດ້ດຳເນີນໄປເປັນປົກກະຕິ, ຮັບປະກັນໃຫ້ໂຄງການກໍ່ສ້າງສຳເລັດກົງກັບວັນທີ 30 ເມສາ, ຕາມເນື້ອໃນຈິດໃຈການຊີ້ນຳຂອງລັດຖະບານ.
ຢູ່ບັນດາສະຖານທີ່ກໍ່ສ້າງເສັ້ນທາງຄວາມໄວສູງຢູ່ທາງທິດຕາເວັນຕົກພາກໃຕ້, ມີກຳມະກອນນັບພັນຄົນກໍ່ເຮັດວຽກເປັນປົກກະຕິ, ມຸ່ງໄປເຖິງການກໍ່ສ້າງສຳເລັດເສັ້ນທາງຄວາມໄວສູງມີລວງຍາວ 600 ກມ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໃນທ້າຍປີ 2025.