ບຸນປະເພນີ ທາງວັດທະນະທໍາ ຂອງ ຊາວເຜົ່າ ໄທ ຢູ່ ເມືອງລາດ (ແຂວງ ແທງຮ໋ວາ) ມັກຈະຕິດພັນ ກັບຈັງຫວະຊີວິດ ການຜະລິດ ກະສິກໍາ. ໃນນັ້ນ, ບຸນເຂົ້າໃໝ່ ແມ່ນໜຶ່ງໃນບັນດາບຸນ ທີ່ມີ ເອກະລັກ, ອຸດົມສົມບູນ ໄປດ້ວຍສີສັນວັດທະນະທໍາ ແລະ ຄວາມເຊື່ອຖືທາງໃຈ. ງານບຸນດັ່ງກ່າວ ຖືກຈັດຂຶ້ນ ໃນລະດູ ເກັບກ່ຽວ, ເປັນໂອກາດໃຫ້ຊາວເຜົ່າ ໄທ ສະແດງຄວາມຂອບໃຈ ຕໍ່ທໍາມະຊາດ ແລະ ລະນຶກ, ສະແດງ ຄວາມຮູ້ບຸນຄຸນ ຕໍ່ບັນພະບູລຸດ.
ບຸນປະເພນີ ທາງວັດທະນະທໍາ ຂອງ ຊາວເຜົ່າ ໄທ ຢູ່ ເມືອງລາດ (ແຂວງ ແທງຮ໋ວາ) ມັກຈະຕິດພັນ ກັບຈັງຫວະຊີວິດ ການຜະລິດ ກະສິກໍາ. ໃນນັ້ນ, ບຸນເຂົ້າໃໝ່ ແມ່ນໜຶ່ງໃນບັນດາບຸນ ທີ່ມີ ເອກະລັກ, ອຸດົມສົມບູນ ໄປດ້ວຍສີສັນວັດທະນະທໍາ ແລະ ຄວາມເຊື່ອຖືທາງໃຈ. ງານບຸນດັ່ງກ່າວ ຖືກຈັດຂຶ້ນ ໃນລະດູ ເກັບກ່ຽວ, ເປັນໂອກາດໃຫ້ຊາວເຜົ່າ ໄທ ສະແດງຄວາມຂອບໃຈ ຕໍ່ທໍາມະຊາດ ແລະ ລະນຶກ, ສະແດງ ຄວາມຮູ້ບຸນຄຸນ ຕໍ່ບັນພະບູລຸດ.
ຊາວເຜົ່າ ໄທ ຄັດເລືອກເຄື່ອງສັງຄະທານ ທີ່ແຊບທີ່ສຸດ ເພື່ອນໍາໄປຖວາຍ ຟ້າດິນ, ບັນພະບູລຸດ.
ສໍາລັບຊາວເຜົ່າ ໄທ, ບຸນເຂົ້າໃໝ່ ແມ່ນໂອກາດ ເພື່ອສະແດງ ຄວາມຮູ້ບຸນຄຸນ ຕໍ່ທໍາມະຊາດ ທີ່ໄດ້ນໍາເອົາຜົນລະປູກ ທ່ີອຸດົມ ສົມບູນມາໃຫ້. ໂດຍສະເພາະ, ແທນທີ່ຈະຈັດພິທີ ເຮັດບຸນ ປະຈໍາປີ ໃຫ້ແກ່ຜູ້ທີ່ລ່ວງລັບໄປແລ້ວ, ນີ້ແມ່ນຊ່ວງເວລາ ທີ່ສໍາຄັນທີ່ສຸດ ເພື່ອລະນຶກເຖິງບັນພະບູລຸດ. ທ່າມກາງບັນຍາກາດອັນສັກສິດ, ພວກເຂົາເຈົ້າໄດ້ເຊື້ອເຊີນ ບັນພະບູລຸດ ມາເຂົ້າຮ່ວມບຸນເຂົ້າໃໝ່, ສ້າງສາຍໃຍ ແຫ່ງຄວາມຜູກພັນ ອັນເລິກເຊິ່ງ ລະຫວ່າງອະດີດ ແລະ ປັດຈຸບັນ. ນີ້ຍັງເປັນໂອກາດ ໃຫ້ຜູ້ຄົນ ພາຍໃນໝູ່ບ້ານ ໄດ້ມາ ເຕົ້າໂຮມກັນ, ແບ່ງປັນຄວາມ ສຸກ ທຸກ ໃນການອອກແຮງງານ, ຮັດແໜ້ນຄວາມສາມັກຄີ ແລະ ສຶກສາອົບຮົມ ລູກຫຼານ ກ່ຽວກັບ ຄຸນຄ່າມູນເຊື້ອ ກໍຄືຄວາມຮູ້ບຸນຄຸນ ຕໍ່ບັນພະບູລຸດ ແລະ ທໍາມະຊາດ.
ບຸນເຂົ້າໃໝ່ ມັກຈະຈັດຂຶ້ນ ໃນຊ່ວງເວລາ ທີ່ຕົ້ນເຂົ້າສຸກເຫຼືອງ ເຕັມ ໄຮ່ນາ (ປະມານເດືອນ 9 ຫຼື ເດືອນ 10 ຂອງ ທຸກໆປີ). ສ່ວນເວລາ ທີ່ແນ່ນອນນັ້ນ ຈະຖືກໝໍເຢົາ ຄັດເລືອກຢ່າງລະມັດລະວັງ, ຫຼີກລ່ຽງ ກົງກັບ ວັນຄະລໍາ ຂອງ ແຕ່ລະຄອບຄົວ. ກ່ອນວັນບຸນ, ທຸກຄົນໃນ ຄອບຄົວ ຈະພ້ອມກັນ ກະກຽມບັນດາຮວງເຂົ້າ ທີ່ສວຍງາມທີ່ສຸດ ແລະ ເຄື່ອງສັງຄະທານ ແຊບທີ່ສຸດ ເພື່ອນໍາໄປບູຊາບັນພະບູລຸດ. ລາຍການອາຫານ ແຕ່ລະເຍື່ອງ ໄດ້ຮັບການປຸງແຕ່ງຢ່າງພິຖີພິຖັນ, ສະແດງຄວາມເຄົາລົບນັບຖື ແລະ ໃຈໃສສັດທາ. ບັນຍາກາດ ພາຍໃນເຮືອນເຕັມໄປດ້ວຍສຽງຫົວ, ຕັ້ງແຕ່ຜູ້ເຖົ້າ ຜູ້ແກ່ ໄປຈົນເຖິງ ເດັກນ້ອຍ ລ້ວນແຕ່ເຂົ້າຮ່ວມວັນບຸນ ດ້ວຍຄວາມ ເບີກບານມ່ວນຊື່ນ.
ໝໍເຢົາ ປະຕິບັດ ທາງທໍາພິທີກໍາ.
ເມື່ອພິທີ ສິ້ນສຸດລົງ, ທຸກຄົນຈະພ້ອມກັນປຸ້ມລຸມ ອ້ອມພາເຂົ້າໃໝ່, ແບ່ງປັນຄວາມສຸກ, ຄວາມມ່ວນຊື່ນ ແລະ ເລົ່າສູ່ກັນຟັງ ເລື່ອງລາວ ຕ່າງໆ ທີ່ໜ້າຈົດຈໍາ ກ່ຽວກັບປູ່ຍ່າຕາຍາຍ, ກ່ຽວກັບລະດູການ ທີ່ຜ່ານມາ. ປູ່ຍ່າຕາຍາຍ, ພໍ່ແມ່ ໄດ້ຖືໂອກາດນີ້ ສັ່ງສອນໃຫ້ ລູກຫຼານ ກ່ຽວກັບບົດຮຽນອັນລ້ໍາຄ່າ ທາງດ້ານຄຸນສົມບັດ, ຄວາມຮູ້ ບຸນຄຸນ ແລະ ຄຸນຄ່າຂອງການອອກແຮງງານ. ຄາບເຂົ້າທໍາອິດ ຂອງລະດູການໄດ້ຈັດຂຶ້ນທ່າມກາງບັນຍາກາດທີ່ອົບອຸ່ນ, ເປັນ ຊ່ວງເວລາ ໃຫ້ທຸກຄົນໄດ້ຜ່ອນຄາຍອາລົມ ທ່າມກາງຄວາມສຸກ ຂອງ ການຢູ່ຮ່ວມກັນ.
ໃນມື້ວັນບຸນ, ບົດບາດ ຂອງ ໝໍເຢົາ ແມ່ນມີຄວາມສໍາຄັນຢ່າງຍິ່ງ. ໝໍເຢົາ ເປັນຕົວແທນ ໃຫ້ແກ່ຄອບຄົວທັງໝົດ, ປະຕິບັດພິທີ ເຊື່ອມຕໍ່ ລະຫວ່າງຊຸມຊົນ, ເທວະດາ ແລະ ບັນພະບູລຸດ. ໃນຄໍາ ອະຖິຖານອັນສັກສິດ, ໝໍເຢົາ ໄດ້ກ່າວຄໍາຂອບໃຈ ຕໍ່ທໍາມະຊາດ, ໂດຍຂໍໃຫ້ດິນຟ້າອາກາດເອື້ອອຳນວຍ, ລູກຫຼານມີສຸຂະພາບ ແຂງແຮງ, ຄອບຄົວມີຄວາມຢູ່ເຢັນເປັນສຸກ. ຫຼັງຈາກນັ້ນ, ໝໍເຢົາ ຈະປະຕິບັດ ພິທີຊິດນໍ້າມົນ ເພື່ອອວຍພອນ ໃຫ້ແກ່ສະມາຊິກໃນ ຄອບຄົວ, ເປັນສັນຍາລັກແຫ່ງການ ຊໍາລະສະສາງ ແລະ ຂໍໃຫ້ ມີການເລີ່ມຕົ້ນທີ່ດີ.
ທຸກຄົນພ້ອມກັນເຂົ້າຮ່ວມຈັງຫວະ ຟ້ອນ ແຊ່ວ ໃນວັນບຸນ.
ພາຍຫຼັງພິທີ ອັນສັກສິດ ທີ່ດໍາເນີນໂດຍໝໍເຢົາ ໄດ້ສິ້ນສຸດລົງ, ບັນຍາກາດ ໄດ້ປ່ຽນໄປສູ່ງານທີ່ຟົດຟື້ນ ແລະ ເຕັມໄປດ້ວຍສີສັນ. ນີ້ແມ່ນຊ່ວງເວລາ ຊາວເຜົ່າ ໄທ ສະແດງຄວາມເບີກບານມ່ວນຊື່ນ ໃນງານບຸນ ໂດຍການຟ້ອນລໍາ, ຮ້ອງເພງພື້ນເມືອງ. ບັນດາ ຊາຍໜຸ່ມຍິງສາວ ໃນຊຸດປະຈໍາຊາດ ອັນສວຍງາມ ພ້ອມກັນ ເຂົ້າຮ່ວມໃນການຟ້ອນແຊ່ວ, ເຕັ້ນຊາບ. ສຽງແຄນ, ສຽງກອງ ດັງຟົດສະໜັ່ນທົ່ວບ້ານ, ສ້າງເປັນບັນຍາກາດ ທີ່ເຕັມໄປດ້ວຍສຽງ ສີສັນ. ທຸກຄົນ, ຕັ້ງແຕ່ຜູ້ເຖົ້າຜູ້ແກ່ ຈົນເຖິງເດັກນ້ອຍ, ຕ່າງກໍຫຼົງໄຫຼ ໃນຈັງຫວະຟ້ອນລໍາ, ທຳນອງເພງ, ສຽງຫົວ ແຜ່ກະຈາຍ ໄປທົ່ວ ໝູ່ບ້ານ.
ທຸກຄົນເຂົ້າຮ່ວມການຫຼິ້ນພື້ນເມືອງ ໃນບຸນກິນເຂົ້າໃໝ່.
ບຸນເຂົ້າໃໝ່ ບໍ່ພຽງແຕ່ເປັນພິທີທາງຈິດວິນຍານເທົ່ານັ້ນ, ແຕ່ຍັງ ເປັນສັນຍາລັກແຫ່ງຄວາມສາມັກຄີ ແລະ ຄວາມຮັກແພງ ໃນ ວົງຄະນາຍາດ ຊາວເຜົ່າ ໄທ. ສໍາລັບພວກເຂົາແລ້ວ, ບໍ່ວ່າຈະຢູ່ໄກ ປານໃດກໍ່ຕາມ, ລູກຫຼານ ກໍ່ພະຍາຍາມ ກັບຄືນມາ ເຕົ້າໂຮມກັນ ໃນວັນບຸນອັນສັກສິດນີ້ ເພາະວ່າ ນີ້ແມ່ນໂອກາດ ໃຫ້ແຕ່ລະຄົນ ໄດ້ເຕືອນຕົນເອງ ໃຫ້ຫວນຄືນເຖິງກົກເຄົ້າເຫງົ້າກໍ, ກ່ຽວກັບຄຸນຄ່າ ອັນສູງສົ່ງທີ່ໄດ້ສືບທອດກັນມາຈາກຮຸ່ນສູ່ຮຸ່ນ.
- ບົດ ແລະ ພາບໂດຍ: ຫວຽດເກື່ອງ - ແປໂດຍ: ບິກລຽນ