ຊົນເຜົ່າ ຢາລາຍ ແມ່ນກຸ່ມຊົນເຜົ່າສ່ວນນ້ອຍ ທີ່ອາໄສ ຢູ່ເຂດ ພາກກາງຕອນໃຕ້ ຂອງ ຫວຽດນາມ (ສ່ວນໃຫຍ່ແມ່ນຢູ່ເຂດ ພູດອຍ ຂອງ ສອງແຂວງ ແຄ໋ງຮ່ວາ ແລະ ນິງຖ້ວນ) ເຂົາເຈົ້າມີ ສົມບັດ ອັນລໍ້າຄ່າດ້ານຄວາມຮູ້ພື້ນເມືອງ ທີ່ອຸດົມສົມບູນ ເຊັ່ນ: ລຳເລື່ອງ, ນິທານພື້ນເມືອງ, ລຳພື້ນເມືອງ, ຮີດຄອງປະເພນີ ແລະ ງານບຸນຕ່າງໆ ທີ່ເຕັມໄປດ້ວຍສີສັນ ວັດທະນະທຳ ທີ່ໂດດເດັ່ນ. ໃນນັ້ນ, ບຸນເຂົ້າໃໝ່ (ກິນເຂົ້າໃໝ່) ແມ່ນໜຶ່ງ ໃນງານບຸນ ທີ່ສໍາຄັນທີ່ສຸດ, ສະແດງເຖິງຄວາມກະຕັນຍູ ຂອງຊົນເຜົ່າ ຢາລາຍ ຕໍ່ທໍາມະຊາດ, ເທວະດາຟ້າແຖນ ແລະ ບັນພະບຸລຸດ. ໂດຍສະເພາະ, ໃນປີ 2023, ງານບຸນນີ້ ໄດ້ຮັບການຮັບຮອງ ເປັນມໍລະດົກ ວັດທະນະທໍາ ທີ່ເປັນນາມມະທຳ ຂອງຊາດ.
ຊົນເຜົ່າ ຢາລາຍ ແມ່ນກຸ່ມຊົນເຜົ່າສ່ວນນ້ອຍ ທີ່ອາໄສ ຢູ່ເຂດ ພາກກາງຕອນໃຕ້ ຂອງ ຫວຽດນາມ (ສ່ວນໃຫຍ່ແມ່ນຢູ່ເຂດ ພູດອຍ ຂອງ ສອງແຂວງ ແຄ໋ງຮ່ວາ ແລະ ນິງຖ້ວນ) ເຂົາເຈົ້າມີ ສົມບັດ ອັນລໍ້າຄ່າດ້ານຄວາມຮູ້ພື້ນເມືອງ ທີ່ອຸດົມສົມບູນ ເຊັ່ນ: ລຳເລື່ອງ, ນິທານພື້ນເມືອງ, ລຳພື້ນເມືອງ, ຮີດຄອງປະເພນີ ແລະ ງານບຸນຕ່າງໆ ທີ່ເຕັມໄປດ້ວຍສີສັນ ວັດທະນະທຳ ທີ່ໂດດເດັ່ນ. ໃນນັ້ນ, ບຸນເຂົ້າໃໝ່ (ກິນເຂົ້າໃໝ່) ແມ່ນໜຶ່ງ ໃນງານບຸນ ທີ່ສໍາຄັນທີ່ສຸດ, ສະແດງເຖິງຄວາມກະຕັນຍູ ຂອງຊົນເຜົ່າ ຢາລາຍ ຕໍ່ທໍາມະຊາດ, ເທວະດາຟ້າແຖນ ແລະ ບັນພະບຸລຸດ. ໂດຍສະເພາະ, ໃນປີ 2023, ງານບຸນນີ້ ໄດ້ຮັບການຮັບຮອງ ເປັນມໍລະດົກ ວັດທະນະທໍາ ທີ່ເປັນນາມມະທຳ ຂອງຊາດ.
ບຸນເຂົ້າໃໝ່ ແມ່ນໜຶ່ງໃນງານບຸນໃຫຍ່, ສໍາຄັນ ແລະ ເກົ່າແກ່ທີ່ສຸດ ຂອງຊົນເຜົ່າ ຢາລາຍ ຢູ່ແຂວງ ນິງຖ້ວນ.
ຕາມປົກກະຕິ, ບຸນເຂົ້າໃໝ່ ຈະຈັດຂຶ້ນ ເມື່ອລະດູການ ເກັບກ່ຽວ ໄດ້ສິ້ນສຸດລົງ (ປະມານເດືອນ ມີນາ ຫຼື ເດືອນ ເມສາ ຂອງ ທຸກໆ ປີ). ຕາມຄວາມເຊື່ອ ຂອງ ເຜົ່າ ຢາລາຍ ກໍຄື ຫຼັງຈາກເກັບກ່ຽວ ເຂົ້າ ແລະ ສາລີແລ້ວ, ພວກເຂົາເຈົ້າບໍ່ສາມາດກິນໄດ້ທັນທີ, ຈະຕ້ອງຈັດພິທີ ເພື່ອຂອບໃຈຟ້າດິນ, ເທວະດາຟ້າແຖນ ແລະ ບັນພະບຸລຸດ ທີ່ໄດ້ປະທານ ໃຫ້ລະດູການປູກຝັງ ໄດ້ຮັບຜົນດີ. ນີ້ຍັງເປັນໂອກາດ ໃຫ້ທຸກຄົນ ມາເຕົ້າໂຮມກັນ, ແບ່ງປັນ ຄວາມມ່ວນຊື່ນ ແລະ ເພີດເພີນກັບ ຜົນສໍາເລັດ ຂອງ ການອອກແຮງງານ ຫຼັງຈາກໜຶ່ງປີ ທີ່ເຮັດວຽກຢ່າງລຳບາກ.
ກ່ອນມື້ຈັດງານບຸນ, ຊົນເຜົ່າ ຢາລາຍ ຈະປັກຕົ້ນທຸງຫາງ ແລະ ກະກຽມເຄື່ອງບູຊາ ຢ່າງພິຖີພິຖັນ. ຕົ້ນທຸງຫາງ ໄດ້ຮັບການ ປະດັບປະດາ ຢ່າງສວຍງາມ ເພາະພວກເຂົາເຊື່ອວ່າ ນີ້ແມ່ນ ບ່ອນທີ່ເທວະດາອາໄສຢູ່. ເຄື່ອງບູຊາ ລວມມີ ເຂົ້າທີ່ໜຶ້ງໃໝ່ ຈາກປະເພດເຂົ້າສານທີ່ແຊບທີ່ສຸດ, ຊີ້ນໝູ, ຊີ້ນໄກ່, ເຫຼົ້າໄຫ, ໄຂ່ໄກ່... ໂດຍສະເພາະ, ແທນທີ່ຈະຖວາຍໄກ່ຜູ້ ຄືກັບ ຊົນເຜົ່າ ອື່ນໆ, ຊົນເຜົ່າ ຢາລາຍ ເລືອກໄກ່ແມ່ ແລະ ໃນຖາດບູຊາ ບໍ່ສາມາດຂາດແປວໄຟ ທີ່ສັກສິດ, ເຊິ່ງເປັນສັນຍາລັກ ຂອງ ການເຊື່ອມຕໍ່ກັບບັນພະບຸລຸດ.
ບຸນເຂົ້າໃໝ່ ຈະຖືກຈັດຂຶ້ນ ປະມານເດືອນ ມີນາ, ເດືອນ ເມສາ ຂອງທຸກໆ ປີ, ເຊິ່ງເປັນເວລາ ທີ່ຫາກໍ່ເກັບກ່ຽວ ລະດູການ ສໍາເລັດ.
ຕາມປົກກະຕິ, ງານບຸນ ຈະດໍາເນີນໄປເປັນເວລາ 2-3 ມື້ ດ້ວຍ ກິດຈະກໍາ ທີ່ສໍາຄັນຫຼາຍຢ່າງ. ທໍາອິດແມ່ນພິທີບູຊາ ເພື່ອເຊີນ ເທວະດາ ແລະ ວິນຍານ ຂອງບັນພະບຸລຸດ ມາຮ່ວມມ່ວນຊື່ນ ກັບລູກຫຼານ. ຈາກນັ້ນ ແມ່ນພິທີຂອບໃຈ ແລະ ພິທີ ຂໍໃຫ້ມີ ສຸຂະພາບແຂງແຮງ, ໂຊກດີ, ຄວາມຈະເລີນຮຸ່ງເຮືອງ ສໍາລັບ ທຸກຄົນ. ພິທີບູຊາໄດ້ຈັດຂຶ້ນໃຕ້ຕົ້ນທຸງຫາງ, ໂດຍໝໍເຢົາ ເປັນຜູ້ ດໍາເນີນການ. ໝໍເຢົາເປັນຕົວແທນ ໃຫ້ຊາວບ້ານ ອ່ານບົດສວດ ແລະ ດໍາເນີນພິທີຂໍພອນຕ່າງໆ. ຊົນເຜົ່າ ຢາລາຍ ຖືອຳນາດ ການປົກຄອງສືບຕາມ ເຊື້ອແມ່, ດັ່ງນັ້ນແມ່ຍິງ ມີບົດບາດ ສໍາຄັນ ໃນຄອບຄົວ ແລະ ຊຸມຊົນ. ໃນບຸນເຂົ້າໃໝ່, ພວກເຂົາເຈົ້າ ແມ່ນ ຜູ້ທີ່ໄດ້ຮັບການ ເຮັດພິທີກ່ອນ ແລະ ເປັນຜູ້ທໍາອິດ ທີ່ໄດ້ຮັບ ຜົນສໍາເລັດ ຂອງລະດູການເກັບກ່ຽວ. ສິ່ງນີ້ສະແດງເຖິງບົດບາດ ແລະ ຖານະພິເສດຂອງແມ່ຍິງ ໃນວັດທະນະທໍາ ຂອງຊົນເຜົ່າ ຢາລາຍ.
ຫຼັງຈາກພິທີບູຊາສິ້ນສຸດລົງ, ທຸກຄົນຕ່າງກໍ່ພ້ອມກັນກິນດື່ມ, ມ່ວນຊື່ນ ແລະ ເຕັ້ນລໍາ ຮ່ວມກັນ.
ຫຼັງຈາກພິທີບູຊາສິ້ນສຸດລົງ, ທຸກຄົນກໍ່ພ້ອມກັນກິນດື່ມ, ມ່ວນຊື່ນ ແລະ ເຕັ້ນລໍາຮ່ວມກັນ.
ຫຼັງຈາກພິທີໄຫວ້ບູຊາ ທີ່ເຄັ່ງຂຶມ ແມ່ນການມ່ວນຊື່ນ ທີ່ໄດ້ ຮັບການ ດຳເນີນໄປ ທ່າມກາງບັນຍາກາດທີ່ຄຶກຄື້ນ ດ້ວຍ ກິດຈະກໍາ ມ່ວນຊື່ນ, ຮ້ອງເພງ ແລະ ເຕັ້ນລໍາ ຮ່ວມກັນ. ທຸກຄົນ ພ້ອມກັນດື່ມເຫຼົ້າໄຫ, ຮ້ອງເພງ ແລະ ເຕັ້ນລໍາ ຕາມສຽງ ດົນຕີ ພື້ນເມືອງ ຊາຣາແກນ, ກອງໃຫຍ່ ແລະ ມ໊າລາ (ເຄື່ອງດົນຕີ ທີ່ຖືວ່າ ເປັນຈິດວິນຍານຂອງຊາວເຜົ່າ ຢາລາຍ). ສຽງຫົວ ຢ່າງມ່ວນຊື່ນ, ເຫຼົ້າໄຫ ທີ່ມີລົດຊາດສະເພາະ ໄດ້ເຮັດໃຫ້ ບັນຍາກາດ ຂອງ ງານບຸນ ມີຄວາມຄຶກຄື້ນຍິ່ງຂຶ້ນ.
ພິທີສະຫຼອງບຸນເຂົ້າໃໝ່ ແມ່ນໂອກາດໃຫ້ຊົນເຜົ່າ ຢາລາຍ ສະແດງ ຄວາມກະຕັນຍູຮູ້ຄຸນ ຕໍ່ເທວະດາຟ້າແຖນ ແລະ ບັນພະບຸລຸດ, ພ້ອມທັງສ້າງຄວາມສາມັກຄີ ໃນຊຸມຊົນດ້ວຍກັນ. ໃນພື້ນທີ່ ທີ່ເຕັມໄປດ້ວຍສຽງເພງ, ເຫຼົ້າໄຫ ແລະ ວາດຟ້ອນ ພື້ນເມືອງ ທີ່ຄຶກຄື້ນລື່ນເລີງ, ງານບຸນໄດ້ກາຍເປັນສັນຍາລັກ ຂອງຊີວິດ ວັດທະນະທໍາ ທີ່ຕິດພັນກັບທໍາມະຊາດ, ມຸ່ງສູ່ ກົກເຄົ້າເຫງົ້າກໍ. ໄດ້ຮັບການຮັບຮອງເປັນມໍລະດົກ ວັດທະນະທໍາ ທີ່ເປັນ ນາມມະທຳ ຂອງ ຊາດ, ງານບຸນດັ່ງ ກ່າວ ໄດ້ ປະກອບສ່ວນ ເຂົ້າໃນການຮັກສາ ສີສັນຊົນເຜົ່າ ຢາລາຍ ແລະ ເພີ່ມຄວາມ ອຸດົມສົມບູນ ໃຫ້ແກ່ວັດທະນະທໍາ ຫວຽດນາມ.
- ບົດ ແລະ ພາບໂດຍ0: ຫວຽດເກື່ອງ - ແປໂດຍ: ບິກລຽນ