ຄົ້ນພົບ

ບຸນເຂົ້າໃໝ່ ຂອງ ຊາວເຜົົ່າ ເກີຮໍ

ເປັນຊຸມຊົນ​ ທີ່​ດຳລົງ​ຊີວິດ ​ມາ​ແຕ່​ດົນ​ນານ ​ຢູ່​ເຂດພາກໃຕ້ ໄຕງວຽນ, ຊາວ​ເຜົ່າ ເກີຮໍ ຍາມ​ໃດ​ກໍມີຄວາມພາກ​ພູມ​ໃຈ​ ກ່ຽວກັບ ຮີດຄອງ ປະ ເພນີ ວັດທະນະທຳ​ ທີ່​ອຸດົມສົມບູນ, ຫຼາກຫຼາຍ ແລະ ເຕັມໄປດ້ວຍສີສັນ ຂອງ ຊົນເຜົ່າຕົນ. ຄວາມອຸດົມສົມບູນ, ຫຼາກຫຼາຍນັ້ນ ໄດ້​ສະ​ແດງ​ໃຫ້​ເຫັນ​ ຜ່ານ​ທຸກ​ດ້ານ​ ຂອງຊີວິດ

ບຸນ ໂຍ ລີ ບົງ (ບຸນ​ເຂົ້າ​ໃໝ່) ຢູ່​ເມືອງ ຢີລີງ (ແຂວງ ເລີມດົ່ງ)ແມ່ນ​ໜຶ່ງ​ໃນ​ບັນ​ດາ​ງານ​ບຸນ​ໃຫຍ່ ແລະ ເປັນ​ເອ​ກະ​ລັກສະເພາະ ຂອງ​ຊາວເຜົ່າ ເກີຮໍ ເຊີເຣ. ເມື່ອມໍ່ໆ​ ມາ​ນີ້, ຊາວ​ເຜົ່າ ເກີຮໍ ​ໄດ້​ຟື້ນຄືນໃໝ່ຄວາມເປັນເອກະລັກ ​ທີ່​ສຸດ ​ຂອງ​ ງານບຸນເຂົ້າໃໝ່ ຢູ່​ໝູ່​ບ້ານ​ວັດທະນະທຳ-ທ່ອງ​ທ່ຽວ​ບັນດາ​ເຜົ່າ ຫວຽດນາມ ຢູ່ ຮ່າ​ໂນ້ຍ.

  ຜູ້​ອາຍຸສູງ​ ຂອງ​ ບ້ານ ແລະ​ ບັນດາໝໍເຢົາກະກຽມຈັດພິທີບູຊາ ໃນງານບຸນ.    
  ເລືອດ​ໄກ່​ ຈະ​ຖືກ​ທາ​ໃສ່​ຕົ້ນ​ທຸງຫາງ, ໃສ່ໜ້າ​ຄ້ອງ ແລະ ​ໜ້າ​ຜາກ​ຂອງ​ ຜູ້​ເຂົ້າ​ຮ່ວມ.  
.
  ຜູ້​ອາຍຸສູງ ​ໃນ​ບ້ານ​ ເປົ່າ​ສະໄນ ​ແລະ ​ສົ່ງ​ສັນຍານ ​ໃນ​ເວລາ ເລີ່ມຕົ້ນ​ບຸນ​ເຂົ້າ​ໃໝ່. 

   ຊາວ​ເຜົ່າ ເກີຮໍ ຢືນ​ອ້ອມ​ຕົ້ນ​ທຸງຫາງ ເພື່ອເຮັດ​ພິທີ​ກຳ ​ໃນ​ບຸນ​ເຂົ້າໃໝ່.  

ພາຍຫຼັງໜຶ່ງປີ ​ທີ່ເຮັດວຽກຢ່າງລຳບາກ ກັບໄຮ່ນາ, ​ເມື່ອເກັບກ່ຽວເຂົ້າຂຶ້ນເຕັມເລົ້າແລ້ວ, ຊາວ​ເຜົ່າ​ ເກີຮໍ ​ຈະ​ຈັດ​ບຸນ​ເຂົ້າ​ໃໝ່ ​ເພື່ອ​ສະແດງຄວາມຮູ້ບຸນຄຸນ ຕໍ່​ເທວະ​ດາ ຟ້າແຖນ ທີ່ໄດ້ໂປດປານໃຫ້ ຝົນຟ້າຕົກ ຖືກຕ້ອງຕາມລະດູການ, ຮວງເຂົ້າດົກໜາ.  ກ່ອນອື່ນ ຊາວບ້ານ​ ຈະກະກຽມ​ເຄື່ອງ​ບູຊາ​ ໃຫ້​ພິທີ​ຢ່າງ​ລະມັດລະວັງທີ່ສຸດ. ປົກກະຕິແລ້ວ ເຄື່ອງສັງຄະທານ ປະກອບມີເຫຼົ້າໄຫ, ເຂົ້າ, ປາແຫ້ງ, ເກືອ, ເຂົ້າໜຽວ ແລະ ໝາກໄມ້. ​ໃນ​ພິທີ​ບູຊາເສັ່ນໄຫວ້ ຂອງ​ຊາວ​ເຜົ່າ ​ເກີ​ຮໍ ຍາມ​ໃດ​ກໍ່​ມີ​ການຖະຫວາຍສັດ ເພື່ອ​ບູຊາ​ ເທວະດາຟ້າແຖນ. ​ປີ​ໃດທີ່​ຜົນ​ເກັບ​ກ່ຽວໄດ້​ຮັບຜົນດີ​, ໃນ​ງານ​ບຸນ​ໃຫຍ່​ ເຂົາ​ເຈົ້າ​ຈະຖະຫວາຍ​ຄວາຍ, ​ນ້ອຍ ກວ່າ​ຈະ​ແມ່ນແບ້ ຫຼື ​ໄກ່.

  ຜູ້​ອາຍຸສູງ​ ຂອງ​ ບ້ານ​ ເຊີນເຫຼົ້າ​, ໃສ່​ປອກແຂນທອງ ​ໃຫ້​ແຂກທ່ີຖືກເຊີນ ແລະ​ ຊາວ​ບ້ານ.  
  ວົງຄ້ອງ ບັນເລງເພງ “​ຕ້ອນຮັບ​ແຂກ” ​ໃນພິທີຈັດ​ບຸນ​ເຂົ້າ​ໃໝ່. 
ບັນດາຍິງສາວ ເກີຮໍ ຟ້ອນອ້ອມຕົ້ນທຸງຫາງ. 

ໃນ​ມື້​ບຸນ​, ​ເມື່ອ​ຊາວ​ບ້ານ​ມາ​ເຕົ້າ​ໂຮມ​ຢູ່​ອ້ອມ​ຕົ້ນທຸງຫາງ ຢ່າງຄົບໜ້າຄົບຕາແລ້ວ, ຜູ້​ອາຍຸສູງໃນ​ບ້ານ ​ຈະ​ເປົ່າສະໄນ 3 ​ຮວດ ​ແລະ ຂໍເທວະດາ ຟ້າແຖນ ແລະ ສິ່ງສັກສິດ ໃຫ້ຊາວບ້ານເປີດງານບຸນ ດ້ວຍໃຈໃສສັດທາ. ຈາກນັ້ນ, ຜູ້​ອາຍຸສູງ ໃນ​ບ້ານ ​ຈະ​ທໍາ​ພິທີ​ກຳ​ ທີ່​ສັກສິດ​ທີ່​ສຸດ - ພິທີ​ຖະຫວາຍສັດ ​ຂໍ​ນຳ ວົງຄ້ອງລົງມາ. ຂອງທ່ີນໍາມາຖະຫວາຍ ແມ່ນໄກ່ຜູ້ໂຕໜຶ່ງ, ທຳອິດ, ຜູ້ອາຍຸສູງ ໃນບ້ານ ໃຊ້ເລືອດໄກ່ ທາໃສ່ຕົ້ນທຸງຫາງ, ໃສ່ໜ້າຄ້ອງ, ແລ້ວທາ ໃສ່ ໜ້າຜາກ ຂອງສະມາຊິກ ເຂົ້າຮ່ວມ ເພື່ອຂໍຄວາມໂຊກດີ, ສຸຂະພາບແຂງແຮງ ແລະ ຮ້ອງຂໍໃຫ້ລະດູ ປີໜ້າຟ້າຝົນເອື້ອອຳນວຍ, ຜົນຜະລິດໄດ້ຮັບຜົນດີ. ​ເມື່ອ ​ວົງ​ຄ້ອງ​ ຖືກນຳລົງມາ, ໜ່ວຍຟ້ອນ ຈະ​ຟ້ອນ​ອ້ອມ​ຕົ້ນທຸງຫາງ ​ໃນ​ຂະ​ນະ​​ຊາວ​ບ້ານ​ ຕີຄ້ອງ ຮ້ອງ​ເພງ ບົດ Gung Me, Gung Ma (ເພງ​ຍິນດີຕ້ອນຮັບແຂກ).  ຕໍ່​ໄປ​ແມ່ນ​ພິທີ​ເປີດ​ໄຫ, ຜູ້​ອາຍຸສູງ​ຂອງ​ບ້ານ​ ຈະ​ຖອກ​ເຫຼົ້າໃສ່ຈອກ ເອົາຂຶ້ນບູຊາເທວະດາ ຟ້າແຖນ ແລ້ວເຊີນ​ເຫຼົ້າ​, ​ໃສ່​ປອກແຂນເຮັດຈາກໝາກ​ປັດ, ປອກແຂນທອງ​​ ໃຫ້​ແກ່​ແຂກຖືກເຊີນ ​ແລະ​ ຜູ້​ເຂົ້າ​ຮ່ວມ. ​ໃນການ​ເປີດ-​ປິດ ​ພິທີ​ຄັ້ງ​ນີ້, ​ໜ່ວຍ​ຄ້ອງ​ ໄດ້​ຟ້ອນ​ລຳ​ທຳ​ເພງ ​ຕ້ອນຮັບ​ແຂກ ​ຢ່າງ​ບໍ່​ຢຸດ​ແລ້ວ​ຍ່າງ​ອ້ອມ​ຕົ້ນທຸງຫາງ ​ພ້ອມ​ກັບ​ໜ່ວຍ​ຟ້ອນ ​ໃນ​ເນື້ອ​ເພງ ​ທີ່​ມ່ວນ​ຊື່ນ​ ຂອງ​ ບົດ​ ຍູ ເຕີ ເນີມ (ດື່ມເຫຼົ້າໄຫ).

ຕາມ​ປົກ​ກະ​ຕິ, ​ເມື່ອເລີ່ມຕົ້ນ​ ງານບຸນ ​ວົງຄ້ອງ ຈະ​ປະສານສຽງ ເພື່ອຕ້ອນຮັບແຂກ, ຮ້ອງ​ຂໍ​ນ້ຳ​ຝົນ ​ແລະ ອື່ນໆ, ຈາກ​ນັ້ນ​ທຸກ​ຄົນ​ກໍ​ຈະ​ດື່ມ​ເຫຼົ້າ​ໄຫ ແລະ ຟ້ອນ​ລຳ​ທຳ​ເພງ​ພື້ນ​ເມືອງ. ຄວາມມ່ວນຊື່ນ ໄດ້ດຳເນີນໄປ ພ້ອມກັບດື່ມເຫຼົ້າໄຫ, ສຽງຄ້ອງ ຍິ່ງດັງສະໜັ່ນຟົດຟື້ນ, ສຽງເພງ ຍິ່ງຫວານຊື່ນ ເຮັດໃຫ້ທຸກຄົນ ຍິ່ງມີຄວາມຮູ້ມ່ວນຊື່ນ ຕື່ນເຕັ້ນ ເມື່ອຄິດເຖິງລະດູການ ເກັບກ່ຽວ ໄດ້ຮັບຜົນດີ ໃນປີໃໝ່ ທ່ີຈະມາເຖິງ. 


top