ຂ່າວສານ

ບຸນວັນ​​ເພງ​ເດືອນ​ຈຽງ ຢູ່​ໂຮ້ຍ​ອານ ໄດ້​ຮັບ​ຮອງ​ເອົາ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ແຫ່ງ​ຊາດ

ບຸນວັນເພງເດືອນຈຽງ ແມ່ນໜຶ່ງໃນບັນດາງານບຸນທີ່ສຳຄັນມີມາແຕ່ດົນນານ ຢູ່ໂຮ້ຍອານ. ມີມູນຄ່າທີ່ເປັນເອກະລັກສະເພາະຂອງ ງານບຸນ ຢູ່ໂຮ້ຍອານ ແມ່ນໝາກຜົນຂອງວິວັດການປະສົມປະສານລະຫວ່າງບັນດາພື້ນຖານວັດທະນະທຳ ຫວຽດນາມ, ຍີ່ປຸ່ນ, ຈີນ.
  ພາບປະກອບ: ດັກແທງ  

ຕອນເຊົ້າວັນທີ 5 ກຸມພາ, ຢູ່ນະຄອນ ໂຮ້ຍອານ, ແຂວງກ໋ວາງນາມ, ກະຊວງວັດທະນະທຳ - ກິລາ ແລະ ການທ່ອງທ່ຽວ ໄດ້ມອບຂໍ້ຕົກລົງຮັບຮອງເອົາ ບຸນວັນເພງເດືອນຈຽງ ຢູ່ນະຄອນ ໂຮ້ຍອາຍ, ແຂວງ ກ໋ວາງນາມ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸແຫ່ງຊາດ.

ບຸນວັນເພງເດືອນຈຽງ ແມ່ນໜຶ່ງໃນບັນດາງານບຸນທີ່ສຳຄັນມີມາແຕ່ດົນນານ ຢູ່ໂຮ້ຍອານ. ມີມູນຄ່າທີ່ເປັນເອກະລັກສະເພາະຂອງ ງານບຸນ ຢູ່ໂຮ້ຍອານ ແມ່ນໝາກຜົນຂອງວິວັດການປະສົມປະສານລະຫວ່າງບັນດາພື້ນຖານວັດທະນະທຳ ຫວຽດນາມ, ຍີ່ປຸ່ນ, ຈີນ.

ນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນຢູ່ ເມືອງເກົ່າໂຮ້ຍອານ ສະແດງຄວາມເຄົາລົບນັບຖືຕໍ່ ພະພຸດທະຮູບ, ເທວະດາ, ບັນພະບຸລຸດ… ພາວະນາຂໍຄວາມຢູ່ເຢັນເປັນສຸກ. ວັນບຸນ ແມ່ນໜຶ່ງໃນບັນດາງານບຸນທີ່ເປັນມູນເຊື້ອໃຫຍ່ທີ່ສຸດຍາມຕົ້ນລະດູບານໃໝ່ ໂດຍປະຊາຄົມປະຊາຊົນເມືອງເກົ່າໂຮ້ຍອານຮັກສາໄດ້.

 


top