ບຸນປີໃໝ່ລາວ ພສ 2569 ຢູ່ “ແດນຊ້າງ” ບຸນໂດນ, ແຂວງ ດັກລັກ

ເພື່ອແນໃສ່ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອພິເສດ ຫວຽດນາມ - ລາວ ແລະ ອະນຸລັກຮັກສາວັດທະນະທຳທີ່ເປັນເອກະລັກຂອງຊຸມຊົນຊາວ ຫວຽດນາມ ເຊື້ອສາຍລາວ, ໃນລະຫວ່າງວັນທີ 11 - 12 ເມສາ 2026, ຢູ່ສູນທ່ອງທ່ຽວຂົວອູ່ ບຸນໂດນ (ບ້ານຈີ໋, ຕາແສງ ບວນໂດນ, ແຂວງ ດັກລັກ), ບໍລິສັດຈຳກັດ ຊຶ່ງເປັນສະມາຊິກໜຶ່ງ ສົ່ງອອກ-ນຳເຂົ້າ 2/9 ດັກລັກ (Simexco DakLak - ຂຶ້ນກັບຄະນະພັກແຂວງ) ໄດ້ສົມທົບກັບ ຄະນະກຳມະການປະຊາຊົນຕາແສງ ບວນໂດນ ຈັດງານບຸນປີໃໝ່ ລາວ ພສ 2569 ປີ 2026 - ເຊິ່ງແມ່ນບຸນປີໃໝ່ປະເພນີ ໃຫ້ແກ່ຊາວ ລາວ ທີ່ພວມດຳລົງຊີວິດຢູ່ເຂດຕາແສງດັ່ງກ່າວ.


top