ວັດທະນະທຳ

ບຸນປີໃໝ່ Chol Chnam Thmay ຂອງ ຊາວເຜ່ົາຂະແມ

ເປັນ​ເວລາ​ຫຼາຍ​ປີ​ຜ່ານມາ, ​ການເຄື່ອນໄຫວຕ່າງໆ ໃນ​ໂອກາດ ບຸນປີ​ໃໝ່​ Chol Chnam Thmay ​ຂອງ​ຊາວ​ເຜົ່າ​ ຂະແມ ​ໄດ້ມີ ຄວາມ​ຕິດ​ພັນ​ກັບ ຄວາມກະຕັນຍູ​ ຮູ້ບຸນຄຸນ ຕໍ່​ບັນພະບຸລຸດ ​ແລະ ການ​ເຕົ້າ​ໂຮມກັນ ໃນ​ຄອບຄົວ. ວັດຕ່າງໆ​​ ຂອງຊາວເຜົ່າ ຂະ​ແມ​ ຢູ່​ໃກ້​ໝູ່

ສອງສາມມື້ ກ່ອນບຸນປີໃໝ່ Chol Chnam Thmay (ບຸນປີໃໝ່ ຂອງ ຊາວຂະແມ ຢູ່ພາກໃຕ້ ຫວຽດນາມ), ໄປຍັງໝູ່ບ້ານ ຂອງ ຊາວເຜົ່າ ຂະແມ ຈະເຫັນບັນຍາກາດ ການກະກຽມ ບຸນປີໃໝ່ ຂອງ ປະຊາຊົນ ຢູ່ທີ່ນີ້ໄດ້ຢ່າງງ່າຍດາຍ. ຄອບຄົວ​ຕ່າງໆ​ໄດ້​ເລີ່​ມ ທຳ​ຄວາມ​ສະ​ອາດ​ ເຮືອນ​ຊານ ​ແລະ ຈັດແຈງກະກຽມ​ແທ່ນບູຊາ​ບັນພະບຸລຸດ ​ແລະ ​ແທ່ນ​ບູຊາ​ພະພຸດທະ​ເຈົ້າ​ ເພື່ອ​ຕ້ອນຮັບ​ປີ​ໃໝ່. ນີ້ກໍແມ່ນຊ່ວງເວລາ ທີ່ບັນດາຄອບຄົວ ໄປຍັງວັດ ເພື່ອ ທຳຄວາມ ສະອາດ, ທາສີຄືນໃໝ່ ທາດບັນຈຸ ອັດຖິ ຂອງ ຄົນໃນຄອບຄົວ ທີ່ເສຍຊີວິດ, ພ້ອມດຽວກັນ ກໍຊ່ວຍ ພະສົງ ທຳຄວາມສະອາດ ແລະ ສ້ອມແປງສິ່ງຂອງຕ່າງໆ ພາຍໃນວັດ. ສຳລັບ​ຊາວ​ເຜົ່າ ຂະ​ແມ, ບັນດາ​ການ​ເຄື່ອນ​ໄຫວ​ມ່ວນ​ຊື່ນ ​ແລະ ພິທີ​ທາງ​ສາສະໜາ ​ສ່ວນ​ຫຼາຍ​ ແມ່ນຈັດ​ຂຶ້ນ​ຢູ່​ວັດ. ວັດ ​ເປັນບ່ອນ​ສັກສິດ​ທີ່​ສຸດ​ໃນ​ຊີວິດ​ທາງ​ດ້ານ​ຈິດໃຈ ຂອງ ຊາວ​​ເຜົ່າ ຂະ​ແມ, ​ເປັນ​ບ່ອນ​ຜູກ​ພັນ ຄວາມຮູ້ສຶກທາງໃຈ​ ຂອງຊຸມຊົນ, ​ເປັນ​ສະຖານ​ທີ່ມີຄວາມ​ຕິດ​ພັນ​ກັບ​ຊາວເຜົ່າ​ຂະ​ແມ​ ເກືອບ​ທຸກ​ຄົນ ​ນັບ​ແຕ່​ເກີດ, ໃຫຍ່ ​ຈົນເຖິງວັນ​ເສຍຊີວິດ.


ພິທີສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ Chol Chnam Thmay ​ຂອງ​ ຊາວ​ເຜົ່າ ຂະ​ແມ.  

ພິທີການໜຶ່ງໃນ​ມື້​ບຸນ​ Chol Chnam Thmay ຂອງ​ ຊາວ​ເຜົ່າ ຂະ​ແມ.

ພິທີຕັກບາດ.
ພິທີ​ສວດມົນ ​ໃນ​ໂອກາດ​ບຸນປີ​ໃໝ່​ Chol Chnam Thmay ​ຂອງ​ ຊາວ​ເຜົ່າ ຂະ​ແມ.  

ບຸນປີໃໝ່ Chol Chnam Thmay ໄດ້ຈັດຂຶ້ນ ໃນວັນທີ 14, 15 ແລະ 16 ເມສາ ຂອງ ທຸກໆ ປີ (ຖ້າເປັນປີສອງຫົນ ຈະເພີ່ມ ວັນທີ 13 ເມສາ). ໃນ​ໄລ​ຍະ​ບຸນ​ປີໃໝ່, ຊາວ​ເຜົ່າ ຂະ​ແມ​ ມາ​ວັດ​ເພື່ອ​ ຂໍ​ພອນໃຫ້​ທຸກ​ຄົນ​ໃນ​ຄອບ​ຄົວ​ ມີ​ຄວາມ​ສຸກ​, ລະດູການ ປູກຝັງ ໄດ້ຮັບຜົນດີໃນ​ປີ​ໃໝ່ ແລະ ຍັງ​ເປັນ​ໂອ​ກາດ​ເພື່ອ​ສະ​ແດງ​ຄວາມ​ເຄົາ​ລົບ ​ນັບ​ຖື​ຕໍ່ປູ່ຍ່າຕາຍາຍ ແລະ ພໍ່​ແມ່.

ສອງສາມມື້ ກ່ອນບຸນປີໃໝ່ Chol Chnam Thmay (ບຸນປີໃໝ່ ຂອງ ຊາວຂະແມ ຢູ່ພາກໃຕ້ ຫວຽດນາມ), ໄປຍັງໝູ່ບ້ານ ຂອງ ຊາວເຜົ່າ ຂະແມ ຈະເຫັນບັນຍາກາດ ການກະກຽມ ບຸນປີໃໝ່ ຂອງ ປະຊາຊົນ ຢູ່ທີ່ນີ້ໄດ້ຢ່າງງ່າຍດາຍ. ຄອບຄົວ​ຕ່າງໆ​ໄດ້​ເລີ່​ມ ທຳ​ຄວາມ​ສະ​ອາດ​ ເຮືອນ​ຊານ ​ແລະ ຈັດແຈງກະກຽມ​ແທ່ນບູຊາ​ບັນພະບຸລຸດ ​ແລະ ​ແທ່ນ​ບູຊາ​ພະພຸດທະ​ເຈົ້າ​ ເພື່ອ​ຕ້ອນຮັບ​ປີ​ໃໝ່. ນີ້ກໍແມ່ນຊ່ວງເວລາ ທີ່ບັນດາຄອບຄົວ ໄປຍັງວັດ ເພື່ອ ທຳຄວາມ ສະອາດ, ທາສີຄືນໃໝ່ ທາດບັນຈຸ ອັດຖິ ຂອງ ຄົນໃນຄອບຄົວ ທີ່ເສຍຊີວິດ, ພ້ອມດຽວກັນ ກໍຊ່ວຍ ພະສົງ ທຳຄວາມສະອາດ ແລະ ສ້ອມແປງສິ່ງຂອງຕ່າງໆ ພາຍໃນວັດ. ສຳລັບ​ຊາວ​ເຜົ່າ ຂະ​ແມ, ບັນດາ​ການ​ເຄື່ອນ​ໄຫວ​ມ່ວນ​ຊື່ນ ​ແລະ ພິທີ​ທາງ​ສາສະໜາ ​ສ່ວນ​ຫຼາຍ​ ແມ່ນຈັດ​ຂຶ້ນ​ຢູ່​ວັດ. ວັດ ​ເປັນບ່ອນ​ສັກສິດ​ທີ່​ສຸດ​ໃນ​ຊີວິດ​ທາງ​ດ້ານ​ຈິດໃຈ ຂອງ ຊາວ​​ເຜົ່າ ຂະ​ແມ, ​ເປັນ​ບ່ອນ​ຜູກ​ພັນ ຄວາມຮູ້ສຶກທາງໃຈ​ ຂອງຊຸມຊົນ, ​ເປັນ​ສະຖານ​ທີ່ມີຄວາມ​ຕິດ​ພັນ​ກັບ​ຊາວເຜົ່າ​ຂະ​ແມ​ ເກືອບ​ທຸກ​ຄົນ ​ນັບ​ແຕ່​ເກີດ, ໃຫຍ່ ​ຈົນເຖິງວັນ​ເສຍຊີວິດ.

 
ມີຫຼາຍພິທີກໍາ ທີ່ເປັນເອກະລັກ ແລະ ເຂັ້ມຂຸ້ນໄປດ້ວຍ ຄວາມ ເຫຼື້ອມໃສສັດທາ ຕໍ່ພຸດທະສາສະໜາ ຂອງປະຊາຄົມ ເຜົ່າ ຂະແມ ໃນ​ໂອກາດ​ບຸນ​ປີໃໝ່ Chol Chnam Thmay ເຊັ່ນ: ​ພິທີ​ສະ​ເຫຼີ​ມ ສະຫຼອງ​ປີ​ໃໝ່, ພິທີຕັກບາດ​ ຕົ້ນ​ປີ​ເພື່ອຂໍຄວາມຢູ່ເຢັນເປັນສຸກ, ພິທີເທສະໜາ ຫຼັກພະທຳ ຄຳສັ່ງສອນຂອງ ພະພຸດທະເຈົ້າ, ພິທີ ໃຫ້ພອນ, ພິທີຫົດ ພະພຸດທະຮູບ... ເພື່ອ​ສະ​ແດງ​ໃຫ້​ເຫັນນໍ້າໃຈ ມຸ່ງສູ່ ​ພະະ​ພຸດ​ທະ​ເຈົ້າ​ ​ຂອງ​ຊາວເຜົ່າ ​ຂະແມ ກໍຄື ພະ​ສົງ​​ໃຫ້​ພອນ ເຖິງ​ປະຊາຊົນ ໃນ​ໂອ​ກາດ​ປີ​ໃໝ່​. ນອກຈາກນັ້ນ, ໃນໂອກາດນີ້, ຊາວເຜົ່າຂະແມ ຍັງມີຮີດຄອງປະເພນີ ສ້າງ “ຫຼຸມຝັງສົບດິນຊາຍ”, “ຫຼຸມຝັງສົບເຂົ້າ” ທີ່ມີລັກສະນະສັນຍາລັກ ໃນບໍລິເວນ ວັດ ໃນມື້ ຂຶ້ນປີໃໝ່ ເພື່ອໃຫ້ຜູ້ຄົນ ໄດ້ມາສັກກະລະບູຊາ, ຂໍພອນ ໃນຄວາມຮັກ ແລະ ຄວາມສະຫງົບສຸກ ອີກດ້ວຍ. 

ປະຊາຊົນ​ ຫໍ່​ ເຂົ້າໜົມ ໃນ​ມື້​ບຸນ​ Chol Chnam Thmay ຂອງ​ ຊາວ​ເຜົ່າ ຂະ​ແມ.

ພິທີຫົດ ພະພຸດທະຮູບ ​ໃນ​ມື້ປີ​ໃໝ່​ Chol Chnam Thmay ​ເພື່ອ​ອະທິຖານແຕ່​​ສິ່ງ​ທີ່​ດີໆ.

ຖົມ ຫຼຸມຝັງສົບດິນຊາຍ ໂດຍເຊື່ອວ່າ ຈະກໍາຈັດ ສິ່ງບໍ່ດີໃນ ປີເກົ່າ ແລະ ມີແຕ່ສິ່ງດີໆ ໃນປີໃໝ່. 

ພິທີ​ສວດມົນ ​ໃນ​ໂອກາດ​ບຸນປີ​ໃໝ່​ Chol Chnam Thmay ​ຂອງ​ ຊາວ​ເຜົ່າ ຂະ​ແມ.  

ພໍ່ແມ່ພີ່ນ້ອງຊາວ​ເຜົ່າ​ຂະ​ແມ ​ມັກ​ເຕົ້າ​ໂຮມ​ກັນ​ຢູ່​ວັດ​ ໃນໂອ ກາດ​ບຸນ​ປີໃໝ່. 

ຢູ່​ແຂວງ ຊ໋ອກຈັງ ມີ​ວັດ ​ຂອງ ​ຊາວ​ເຜົ່າ ຂະແມ ຫຼາຍ​ແຫ່ງ ທ່ີມີຊື່ສຽງ​ຄື: ວັດ​ເຈຍ, ວັດ ແຈ໋ນກ໊ຽວ, ວັດ ເຄີແລງ, ວັດ ຊອມຣອງ, ວັດ ໂບ໋ນມັດ ແລະ ​ອື່ນໆ... ​ໃນ​ໂອກາດ​ບຸນປີ​ໃໝ່​ ​ຂອງ​ ຊາວ​ເຜົ່າ ຂະ​ແມ ຈະຍິ່ງ ຄັບຄາໜາແໜ້ນ, ຄຶກ​ຄື້ນ, ​ດຶງ​ດູດ​ຊາວ​ເຜົ່າ ຂະ​ແມ ​ພ້ອມ​ທັງ​ນັກ​ທ່ອງ​ທ່ຽວ​ ທັງ​ຢູ່​ໃກ້ ​ແລະ ​ໄກ​ ມາທຳພິທີບູຊາ ພະພຸດທະເຈົ້າ ແລະ ຢ້ຽມຊົມວັດ. 

ໃນ​ໂອກາດ​ບຸນ​ປີ​ໃໝ່ Chol Chnam Thmay ຈະຈັດ​ການ​ເຄື່ອນໄຫວມ່ວນຊື່ນ, ບັນ​ເທີງ, ການຊື້​ຂາຍ, ການ​ເຮັດ​ອາຫານ​ການ​ກິນ​ຢູ່​ໃນ​ຂອບເຂດບໍລິເວນ​ວັດ. ໃນ​ຕອນ​ຄ່ຳ ກໍມີການສະແດງ ສິລະປະ ຂອງ ບັນດາຊົນເຜົ່າ. ບັນດາວາດຟ້ອນ ແລະ ຂັບລຳ ພື້ນເມືອງ ຂອງ ຊົນເຜົ່າ ຂະແມ ເຊັ່ນ: ການເຕັ້ນ ໂຣບຳ ດ້ວຍ ຊຸດອາພອນພິເສດ ແລະ ໜ້າກາກ ທີ່ເປັນເອກະລັກ ສະເພາະ ແລະ ການຮ້ອງເພງ ຢູ່ເກ, ປະເພດການຮ້ອງເພງ ແລະ ຟ້ອນເທິງເວທີຂອງຊາວເຜົ່າ ຂະແມ, ໄດ້ບັນດານັກສະແດງ ຂອງ ທ້ອງຖິ່ນ ທຳການສະແດງ ທີ່ເປັນເອກະລັກ ຊຶ່ງສ້າງຄວາມ ປະທັບໃຈ ໃຫ້ຜູ້ຊົມ.