ຂ່າວສານ

ບຸນຊ່ວງເຮືອປະເພນີໃຫຍ່ສຸດຢູ່ ກຳປູເຈຍ ຖືກຈັດຂຶ້ນຢ່າງຄຶກຄື້ນມ່ວນຊື່ນ

      ວັນທີ 10 ພະຈິກ, ຢູ່ແມ່ນ້ຳຂອງ, ໃນບໍລິເວນໜ້າພະລາດຊະວັງຢູ່ນະຄອນຫລວງ ພະນົມເປັນ, ໄດ້ໄຂບຸນຊ່ວງເຮືອປະເພນີ Bon Om Touk 2019. ນີ້ແມ່ນໜຶ່ງໃນບັນດາງານບຸນປະເພນີໃຫຍ່ສຸດຢູ່ ກຳປູເຈຍ.

ບຸນຊ່ວງເຮືອປະເພນີໃຫຍ່ສຸດຢູ່ ກຳປູເຈຍ ຖືກຈັດຂຶ້ນຢ່າງຄຶກຄື້ນມ່ວນຊື່ນ
      ເຂົ້າຮ່ວມພິທີເປີດມີກະສັດແຫ່ງລາຊະອານາຈັກ ກຳປູເຈຍ Norodom Sihamoni, ທ່ານ Samdech Heng Samrin ປະທານສະພາແຫ່ງຊາດລາຊະອານາຈັກ ກຳປູເຈຍ, ທ່ານ Samdech Hun Sen ນາຍົກລັດຖະມົນຕີລາຊະອານາຈັກ ກຳປູເຈຍ, ບັນດາແຂກຖືກເຊີນທັງສາກົນ ພ້ອມດ້ວຍປະຊາຊົນພາຍໃນປະເທດ ແລະ ແຂກທ່ອງທ່ຽວສາກົນນັບຫລາຍພັນຄົນ.
        ບຸນຊ່ວງເຮືອປີນີ້ຈະດຳເນີນໃນລະຫວ່າງວັນທີ 10 – 12 ພະຈິກ. ບຸນຊ່ວງເຮືອໄດ້ດຳເນີນໃນກາງເວັນ, ສ່ວນໃນເວລາກາງຄືນ, ເຮືອຈະໄດ້ຮັບການປະດັບປະດາດ້ວຍໄຟແສງສີຍິບຍັບປ່ອຍໃຫ້ໄຫຼໄປຕາມສາຍນ້ຳພ້ອມດ້ວຍການສະແດງຍິງບັ້ງໄຟດອກ. ບຸນຊ່ວງເຮືອປີນີ້ ມີການເຂົ້າຮ່ວມຂອງເຮືອແຂ່ງເກືອບ 300 ລຳ ພ້ອມດ້ວຍສີພາຍທີ່ມາຈາກທົ່ວທຸກເຂດພາກທ້ອງຖິ່ນໃນທົ່ວປະເທດກ່ວາ 19.000 ຄົນ.
 (ແຫຼ່ງຄັດຈາກ VOV)


top