ຄົ້ນພົບ

ບຸນ ຈ໋າມຸ່ນ ຂອງ ເຜົ່າໄທດຳ

ງານ​ບຸນ ຈ໋າມຸ່ນ ແມ່ນ​ໜຶ່ງ​ ໃນ​ບັນ​ດາ​ງານ​ບຸນ​ ພື້ນເມືອງ ແລະ ວັດ​ທະ​ນະ​ທຳ ຄວາມເຊື່ອຖື ​ທີ່​ສຳ​ຄັນ​ທີ່​ສຸດ​ ຂອງ ​​ເຜົ່າ​ໄທ​ດຳ ​ຢູ່​ຕາ​ແສງ ອຽນຖັ໋ງ (ເມືອງ ລາງແຈ໋ງ, ແຂວງ ແທງຮ໋ວາ) ໄດ້ຈັດຂຶ້ນ ທ່າມກາງ ບັນຍາກາດເບີກບານມ່ວນຊື່ນ ກັບບັນດາ ກິດຈະກຳ ການເຄື່ອນ ໄຫວ ຂອງ ຊຸມຊົນຢ່າງຟົດຟື້ນ. ​ສຳລັບບັນດາໝໍເຢົາ, ນີ້ແມ່ນໂອ ກາດເພື່ອ​ສະຫຼຸບ 3ປີ​ ທຳອາຊີບ​ເກັບ​ກ່ຽວຢາ, ປິ່ນປົວ​ພະຍາດ ​ແລະ ຊ່ວຍ​ຊີວິດຜູ້ຄົນ.

ງານ​ບຸນ ຈ໋າມຸ່ນ ແມ່ນ​ໜຶ່ງ​ ໃນ​ບັນ​ດາ​ງານ​ບຸນ​ ພື້ນເມືອງ ແລະ ວັດ​ທະ​ນະ​ທຳ ຄວາມເຊື່ອຖື ​ທີ່​ສຳ​ຄັນ​ທີ່​ສຸດ​ ຂອງ ​​ເຜົ່າ​ໄທ​ດຳ ​ຢູ່​ຕາ​ແສງ ອຽນຖັ໋ງ (ເມືອງ ລາງແຈ໋ງ, ແຂວງ ແທງຮ໋ວາ) ໄດ້ຈັດຂຶ້ນ ທ່າມກາງ ບັນຍາກາດເບີກບານມ່ວນຊື່ນ ກັບບັນດາ ກິດຈະກຳ ການເຄື່ອນ ໄຫວ ຂອງ ຊຸມຊົນຢ່າງຟົດຟື້ນ. ​ສຳລັບບັນດາໝໍເຢົາ, ນີ້ແມ່ນໂອ ກາດເພື່ອ​ສະຫຼຸບ 3ປີ​ ທຳອາຊີບ​ເກັບ​ກ່ຽວຢາ, ປິ່ນປົວ​ພະຍາດ ​ແລະ ຊ່ວຍ​ຊີວິດຜູ້ຄົນ.

ໝໍເຢົາ ຈະທໍາພິທີ ເຊື້ອເຊີນ ປໍ່ແຖນ ມາເຂົ້າຮ່ວມ​ງານ​ບຸນ. ພາບ: ຫວຽດເກື່ອງ/VNP

ຕາມ​ເລື່ອງເລົ່າສືບທອດກັນມາ​ ຂອງ​ ຊາວ​ເຜົ່າ​ໄທ​ດຳ ​ຢູ່​ ອຽນ​ຖັ໋ງ​ ​ໃນ​ເມື່ອ​ກ່ອນ ເຊື່ອກັນວ່າ ຄົນ​ໃນໂລກມະນຸດ (ເອີ້ນວ່າເມືອງລຸ່ມ) ເກີດລະ​ພະຍາດຕິດຕໍ່, ບໍ່​ມີ​ຢາ​ປິ່ນປົວ. ບັນ​ພະ​ບຸ​ລຸດຂອງ​ຊາວ ເຜົ່າ​ໄທ​ດຳ ຈິ່ງ​ໄດ້​ສົ່ງ​ຄົນ​ ຂຶ້ນສູ່​ເມືອງຟ້າ ​ເພື່ອຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ ປໍ່ແຖນ (ປໍ່ແຖນ -ຜູູ້້ຄຸ້ມຄອງ ເມືອງຟ້າ ຕາມວັດທະນະທຳ ທາງໃຈ ຂອງ ຊາວ ເຜົ່າໄທ). ປໍ່ແຖນ ​ຕົກລົງ​ໃຫ້​ເປີດ​ປະຕູ​ເມືອງຟ້າ ແລະ ປ່ອຍ​ເສັ້ນ​ໄໝ ​ລົງ​ມາໂລກມະນຸດ ເພື່ອເປັນການພາທາງໃຫ້​ທະຫານ​ລົງ​ຊ່ວຍ​ມະນຸດ ​ກຳຈັດ​ຜີ​ຮ້າຍ, ປິ່ນປົວ​ພະຍາດ ​ຊ່ວຍ​ເຫຼືອ​ປະຊາຊົນ. ປະຊາຊົນ​ ໄດ້ຖືກກອບກູ້ເອົາຊີວິດ. ບັນ​ພະ​ບຸ​ລຸດ​ຊາວ​ເຜົ່າໄທ​ດຳ​ ໄດ້​ສົ່ງ​ຜູ້​ທີ່ມີ ຄວາມ​ສາ​ມາດ ຄ່ອຍທາວ​ຕາມ​ເສັ້ນ​ໄໝຂຶ້ນ​ໄປ​ເມືອງ​ຟ້າ ​ເພື່ອ​ສະ​ແດງ​ຄວາມ​ຂອບໃຈ ແລະ ຮຽນ​ຮູ້​ຄວາມ​ລັບ​ຂອງ​ການ​ປິ່ນ​ປົວພະຍາດ. ຕາມ​ຄຳ​ໝັ້ນ​ສັນຍາ​ກັບ ປໍ່ແຖນ, ພາຍຫຼັງ ມໍມຸ່ນ ແຕ່ລະຄົນ (ຜູ້​​ຮຽນ​ຮູ້​ຄວາມ​ລັບ​ໃນ​ການ​ປິ່ນປົວພະຍາດ) ​ໄດ້​ເຮັດ​ອາຊີບ​ເປັນ​ເວລາ 3 5 ປີຂຶ້ນໄປ, ​ເຂົາ​ເຈົ້າ​ຕ້ອງທຳພິທີ ຈ໋າມຸ່ນ ເພື່ອສະແດງ ຄວາມຂອບໃຈ ປໍ່ແຖນ ທັງເພື່ອ​ປະຕິບັດການແກ້ ຊວຍ​ ສໍາ​ລັບ​ການປະກອບອາຊີບ ຂອງ​ເຂົາ​ເຈົ້າ​ ​ແລະ ​ນັບ​ແຕ່​ນັ້ນ​ມາ, ງານ​ບຸນ ຈ໋າມຸ່ນ ​ໄດ້​ຖືກ​ຈັດ​ຂຶ້ນ​ເປັນປະຈຳ ​​ໃນ​ເດືອນ 9 ແລະ ເດືອນ10 (ຕາມ​ຈັນທະ​ປະຕິທິນ) ໂດຍ​ປະຊາຊົນ ​ຢູ່​ທີ່​ນີ້.


ກ່ອນ​ວັນ​ບຸນ, ໝໍເຢົາ ​ຈະ​ປະກາດໃຫ້ຄົນ​ເຈັບແຕ່ລະຄົນ ​ທີ່ເຄີຍ​ໄດ້​ຮັບ​ການ​ປິ່ນປົວ​ ​ກະກຽມ​ເຄື່ອງ​ບູຊາ ​ເພື່ອ​ປະກອບສ່ວນ ​ເຂົ້າ​ໃນງານ​ບຸນ​​ ທີ່ໄດ້​ຈັດ​ຂຶ້ນ​ຢູ່​ເຮືອນ​ຂອງ​ໝໍເຢົາ. ຊາວເຜົ່າ ​ໄທ ​ຕັ້ງ​ຕົ້ນ​ຝ້າຍ ຕົ້ນ ໜຶ່ງ (​ພາສາ​ໄທ ເອີ້ນວ່າ ບອກໄມ້) ຢູ່​ກາງ​ເດີ່ນ. ເທິງ​ຕົ້ນ​ຝ້າຍແຂວນ ຮູບ​ດອກ​ໄມ້ນາໆ ຊະນິດ, ນົກ, ປາ​, ກົບ, ຊ້າງ, ມ້າ… ຊຶ່ງເປັນ​ສັນ​ຍາ​ລັກ​ໃຫ້​ແກ່​ທຸກ​ສິ່ງທຸກຢ່າງ. ບອກໄມ້​ ແມ່ນ​ຈຸດ​ໃຈ​ກາງ ​ຂອງ​ງານ​ບຸນ ຈ໋າມຸ່ນ, ທຸກ​ກິດ​ຈະ​ກຳ​ ຂອງ​ ງານ​ບຸນ ຕ່າງໄດ້​ດຳ​ເນີນ​ໄປ​ ອ້ອມ ​ເຂດ​ນີ້. ໝໍເຢົາ​ ຍັງວາງ​ເຫຼົ້າ​ 2 ໄຫ, ໄຫ ​ໜຶ່ງ​ເພື່ອເຊີນ ປໍ່ແຖນ ແລະ ​ອີກ​ໄຫ​ໜຶ່ງ​ເພື່ອ​ເຊີນ​ແຂກທີ່ມາ​ເຂົ້າ​ຮ່ວມ​ງານ​ບຸນ. ພາຖາດ​ໄຫວ້ບູຊາ​ຫຼັກ ​ເອີ້ນ​ວ່າ​ ປານໂທນ​ ເພື່ອ​ນຳ​ໄປ​ຖວາຍ​ ປໍ່ແຖນ ແລະ ​ດວງ​ວິນ​ຍານ​ ຂອງ​ ມໍມຸ່ນ ຮຸ່ນກ່ອນໆ. ບັນດາພາຖາດສຳຮອງທີ່ຍັງເຫຼືອ ແມ່ນເພື່ອຕ້ອນຮັບ ຄະນະທະຫານ ຈາກເມືອງຟ້າ ລົງສູ່ ໂລກມະ ນຸດ ເຂົ້າຮ່ວມງານບຸນ ຈ໋າມຸ່ນ. 


ເລີ່​ມຕົ້ນພິທີ ໝໍເຢົາ ຈະທໍາພິທີເຊື້ອເຊີນ ປໍ່ແຖນ ແລະ ດວງ​ວິນ​ຍານ​ຂອງ ບັນດາໝໍເຢົາ​ ຜູ້​ທີ່ລ່ວງລັບໄປແລ້ວ ​ມາເຂົ້າຮ່ວມ​ງານ​ບຸນ​ ແລະ ​ຂໍ​ອະນຸຍາດ ​ເປີດ​ງານ​ບຸນ​ ຈ໋າມຸ່ນ. ຈາກນັ້ນ, ໝໍເຢົາ ຈະທໍາ ພິທີໄຫວ້ບູຊາ ແລ້ວແຈກຢາຍ ເຄື່ອງໂຊກລາບ, ຢາປິ່ນປົວພະຍາດ ໃຫ້ແກ່ ຊາວບ້ານ. ຈາກນັ້ນ ໝໍເຢົາ ​ຈະ​ບົນບານສານກ່າວ ​ຂໍ​ໃຫ້ເທວະດາ ຟ້າແຖນ ດົນບັນດານ ໃຫ້​ດິນ​ຟ້າ​ອາ​ກາດ​ເອື້ອ​ອໍາ​ນວຍ, ຂໍໃຫ້ເຂົ້າເຕັມເລົ້າ, ປະຊາຊົນ ຢູ່ດີມີ​ສຸ​ຂະ​ພາບແຂງແຮງ. ພາຍຫຼັງ​ໄດ້​ເປັນ​ສັກຂີ​ພິຍານ​ ຂອງ ​ເທວະ​ດາຟ້າແຖນ​ແລ້ວ, ພິທີ​ດັ່ງ ກ່າວ​​ກໍ່ໄດ້ສິ້ນ​ສຸດ​ລົງ ​ແລະ ຊາວບ້ານ​ ຈະຮ່ວມກັນ​ມ່ວນ​ຊື່ນ​ໃນ​ງານ​ບຸນ ທ່າມກາງສຽງ​ກອງ ​ສຽງ​ຄ້ອງ ທີ່ຄຶກຄື້ນ, ທຸກ​ຄົນ​​ຈັບ​ມືກັນ​​ເຕັ້ນ​ລຳ. ​ເຂົາ​ເຈົ້າ​ຈະ​ເຕັ້ນ​ລຳ ​ພ້ອມ​ກັບ ​ຜ້າພັນຄໍ, ເຕັ້ນສາກ, ຮ່ວມກັນ ຫຼິ້ນ ບັນດາການລະ​ຫຼິ້ນ​ພື້ນ​ເມືອງ ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຢູ່​ອ້ອມ​ຕົ້ນ​ຝ້າຍ ​ທ່າມກາງສຽງ​ເພງ​ພື້ນ​ເມືອງ ຊຶ່ງສ້າງ​ບັນຍາກາດ​ຟົດ​ຟື້ນ​ມ່ວນ​ຊື່ນ. 

ປະຕິບັດໂດຍ: ຫວຽດເກື່ອງ - ແປໂດຍ: ບິກລຽນ


top