ຂ່າວສານ

ບຸກທະລຸໃນດ້ານຈິນຕະນາການຍຸດທະສາດ ແລະ ພຶດຕິກຳ, ກຳລັງຫນູນເພື່ອໃຫ້ຫວຽດນາມ ພັດທະນາໝັ້ນຄົງເຂັ້ມແຂງໃນອະນາຄົດ

ວັນທີ 10 ເມສາ ປີ 2013, ກົມການເມືອງ ໄດ້ປະກາດໃຊ້ມະຕິເລກທີ 22 ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ, ເປັນຂີດໝາຍໃຫມ່ ໃນວິວັດທະນາການ ຫວຽດນາມເຊື່ອມຕົວ ຮ່ວມເດີນທາງພ້ອມກັບບັນດາປະເທດໃນໂລກ. ວິວັດທະນາການເຊື່ອມໂຍງ ຂອງຫວຽດນາມ ໃນ 10 ປີຜ່ານມາ ສະແດງໃຫ້ເຫັນວ່າ ມະຕິ ແມ່ນ “ເຂັມຊີ້ທິດ” ປະກອບສ່ວນປ່ຽນແປງໂສມຫນ້າຂອງປະເທດຊາດ, ນຳຫວຽດນາມ ໃຫ້ພັດທະນາກະໂດດຂັ້ນ, ໝັ້ນຄົງເຂັ້ມແຂງໃນອະນາຄົດ.
ພາບປະກອບ: dangcongsan.vn

ມະຕິເລກທີ 22 ຂອງສູນກາງ ໄດ້ຢັ້ງຢືນ ແຜນນະໂຍບາຍເຊື່ອມໂຍງຮອບດ້ານ, ບາດກ້າວພັດທະນາໃຫມ່ ແລະ ແມ່ນການກຳນົດທິດຍຸດທະສາດໃຫຍ່ຂອງ ຫວຽດນາມ. ມະຕິໄດ້ເນັ້ນຫນັກຢ່າງແຮງວ່າ ຕ້ອງເສີມຂະຫຍາຍກຳລັງແຮງພາຍໃນ ແຕ່ພ້ອມທັງຕ້ອງຍາດແຍ່ງເງື່ອນໄຂສະດວກ ແລະ ແຫລ່ງກຳລັງຈາກພາຍນອກຢ່າງສຸດຂີດ ເພື່ອຮັບໃຊ້ການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ມະຕິ ຍັງຍົກໃຫ້ເຫັນຄວາມສຳຄັນຂອງເລື່ອງ ຫວຽດນາມ ເປັນເຈົ້າການ, ຕັ້ງຫນ້າເຊື່ອມໂຍງເຂົ້າກັບສາກົນ ພິເສດ ແມ່ນເຂົ້າຮ່ວມການສ້າງບັນດາຫລັກການ, ມາດຖານໃນການພົວພັນກັບສາກົນ. ເນື້ອໃນຍຸດທະສາດເຊື່ອມໂຍງ ແມ່ນເປົ້າໝາຍປົກປັກຮັກສາຜົນປະໂຫຍດຂອງຊາດໃຫ້ດີສຸດ ໄປຄຽງຄູ່ກັບການຮ່ວມມືສາກົນ ແລະຮັກສາສະພາບແວດລ້ອມຢ່າງສະດວກໃຫ້ແກ່ສັນຕິພາບ, ການພັດທະນາ, ສົມທົບ ກຳລັງແຮງຂອງຊາດກັບກຳລັງແຮງຂອງຍຸກສະໄຫມ ເພື່ອເສີມຂະຫຍາຍຖານະບົດບາດແຫ່ງຊາດ.

ສ້າງປະຖົມປັດໄຈໃຫ້ແກ່ທົດສະຫວັດແຫ່ງການພັດທະນາຂອງ ຫວຽດນາມ

ຕາມມະຕິເລກທີ 22 ຂອງສູນກາງແລ້ວ, ຫລັກການໃນວິວັດທະນາການເຊື່ອມໂຍງ ຂອງຫວຽດນາມ ເຂົ້າປະຊາຄົມໂລກ ແມ່ນຕ້ອງຖືຜົນປະໂຫຍດຂອງຊາດເປັນແຖວຫນ້າ, ໄປຄຽງຄູ່ກັບການອີງໃສ່ພື້ນຖານບັນດາຫລັກການຂອງກົດໝາຍສາກົນ, ກົດບັດ ສະຫະປະຊາຊາດ, ການຮ່ວມມືຢ່າງສະເຫມີພາບ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ. ມະຕິ ກໍຊີ້ແຈ້ງວ່າ ໃນການເຊື່ອມໂຍງເຂົ້າກັບສາກົນ ທັງມີຄວາມສະດວກ ແລະ ບໍ່ສະດວກ, ຫນ້າທີ່ແມ່ນ ຊອກຫາວິທີຄວບຄຸມສິ່ງບໍ່ສະດວກ ພ້ອມທັງຕ້ອງຍາດແຍ່ງເງື່ອນໄຂສະດວກຢ່າງສຸດຂີດໃຫ້ແກ່ການພັດທະນາ ແລະ ປົກປັກຮັກສາປະເທດຊາດ. ມະຕິ ກໍ່ວາງອອກບັນດາມາດຕະການສົມທົບຜັນຂະຫຍາຍຢ່າງລະອຽດກ່ຽວກັບວິວັດທະນາການເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ.

ໃນໄລຍະ 10 ປີແຫ່ງການຜັນຂະຫຍາຍມະຕິ, ພ້ອມກັບການປ່ຽນແປງໃຫມ່ຂອງປະເທດຊາດ, ການເຊື່ອມໂຍງເຂົ້າກັບສາກົນ ໄດ້ສ້າງໃຫ້ ຫວຽດນາມ ມີ ທ່າພັດທະນາໃຫມ່, ສູງກວ່າຫລາຍ ແລະ ຮອບດ້ານໃນຫລາຍດ້ານເມື່ອທຽບໃສ່ໄລຍະກ່ອນນັ້ນ. ກ່ຽວກັບດ້ານເສດຖະກິດ, GDP ຂອງຫວຽດນາມ ໃນປີ 2013 ແມ່ນ 212 ຕື້ USD ແຕ່ຫລັງຈາກນັ້ນ 10 ປີ ໄດ້ເພີ່ມຂຶ້ນທົບ 2 ເທົ່າ, ມາຮອດປະຈຸບັນ ແມ່ນລື່ນກາຍ 400 ຕື້ USD. ຂົງເຂດການຄ້າຂອງຫວຽດນາມ ປະຈຸບັນ ບັນລຸລະດັບກວ່າ 730 ຕື້ USD.

ກ່ຽວກັບດ້ານການເມືອງ, ຫວຽດນາມ ສືບຕໍ່ປັບປຸງ ແລະຮັກສາສະພາບແວດລ້ອມສາກົນຢ່າງສະດວກໃຫ້ແກ່ສັນຕິພາບ, ການຮ່ວມມື, ພັດທະນາ, ຈາກນັ້ນ ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການປະຕິບັດຍຸດທະສາດສ້າງສາ ແລະ ປົກປັກຮັກສາປະເທດຊາດໃຫ້ເປັນຢ່າງດີ. ກ່ຽວກັບການພົວພັນຕ່າງປະເທດ, ບົດບາດ, ທີ່ຕັ້ງຂອງ ຫວຽດນາມ ໄດ້ຮັບການຕີລາຄາສູງຈາກພາກພື້ນ ແລະ  ໂລກ. ຫວຽດນາມ ກໍ່ເພີ່ມທະວີການພົວພັນກັບບັນດາປະເທດ, ອົງການຈັດຕັ້ງສາກົນ, ພາກພື້ນ ເປັນຕົ້ນແມ່ນບັນດາປະເທດບ້ານໃກ້ເຮືອນຄຽງ, ພາກພື້ນ, ບັນດາປະເທດໃຫຍ່ ແລະຄູ່ຮ່ວມມືຫລັກແຫລ່ງ ແລະ ກັບ ອາຊຽນ, ເວທີປາໄສເສດຖະກິດ ອາຊີ -ປາຊີຟີກ (APEC), ສະຫະປະຊາຊາດ.

ມາຮອດປັດຈຸບັນ, ຫວຽດນາມ ສ້າງຄູ່ຮ່ວມມືຍຸດທະສາດ ຫຼື ຮອບດ້ານ ກັບ 30 ປະເທດ. ຫວຽດນາມ ກໍ່ໄດ້ເຂົ້າຮ່ວມບັນດາລະບົບສະໜອງ, ມຸນຄ່າທົ່ວໂລກ ຢ່າງເລິກເຊິ່ງກວ້າງຂວາງ ລວມມີບັນດາສັນຍາການຄ້າເສລີ (FTA) ລຸ້ນໃໝ່, ມີຄຸນນະພາບສູງ ຄື ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂາມປາຊີຟິກ (CPTPP), ສັນຍາການຄ້າເສລີ ຫວຽດນາມ ສະຫະພາບ ເອີລົບ (EVFTA), ສັນຍາຄູ່ຮ່ວມມືຍຸດທະສາດຮອບດ້ານໃນພາກພື້ນ (RCEP)… ສິ່ງນີ້ໄດ້ປະກອບສ່ວນສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາ ແລະ ຄວາມໝັ້ນຄົງຂອງປະເທດຊາດ, ສ້າງຂອບເຂດການພົວພັນ ແລະ ການຮ່ວມມືມິດຕະພາບ, ສະຖຽນລະພາບແບບຍາວນານ ແລະ ມີປະສິດທິຜົນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດກັບບັນດາປະເທດ, ອົງການຈັດຕັ້ງສາກົນ, ພາກພື້ນ, ຈາກນັ້ນຮັບໃຊ້ການພັດທະນາ, ປົກປັກຮັກສາປະເທດຊາດ. ການເຊື່ອມໂຍງເຂົ້າກັບສາກົນກໍ່ຊ່ວຍໃຫ້ ຫວຽດນາມ ເພີ່ມທະວີ ແລະ ເສີມຂະຫຍາຍບົດບາດສາກົນກ່ວາອີກ, ເປັນຕົ້ນແມ່ນບັນດາກົນໄກຫຼາຍຝ່າຍທົ່ວໂລກ ແລະ ພາກພື້ນ. ສິ່ງນີ້ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເມື່ອ ຫວຽດນາມດຳລົງຕຳແໜ່ງເປັນປະທານອາຊຽນ 2020, ກຳມະການບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ຄັ້ງທີ 2 (ອາຍຸການ 2020 - 2021), ປະທານ APEC 2017 ແລະ ສະມາຊິກສະພາສິດທິມະນຸດ ສປຊ ໄລຍະ 2023 – 2025.

ກຳລັງໜູນເພື່ອໃຫ້ ຫວຽດນາມ ພັດທະນາຢ່າງໝັ້ນຄົງເຂັ້ມແຂງ ໃນອະນາຄົດ

ການຜັນຂະຫຍາຍມະຕິເລກທີ 22 ໃນຕະຫຼອດໄລຍະ 10 ປີຜ່ານມາ, ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມເປັນເຈົ້າການ, ຕັ້ງໜ້າໃນການເສີມຂະຫຍາຍຖານະບົດບາດ, ທີ່ຕັ້ງ, ພ້ອມທັງປະກອບສ່ວນເຂົ້າໃນການສ້າງບັນດາມາດຖານການພົວພັນກັບສາກົນ. ຫວຽດນາມ ມີບາດກ້າວພັດທະນາທີ່ໃຫຍ່ຫຼວງທີ່ສຸດໃນການເຂົ້າຮ່ວມບັນດາການເຄື່ອນໄຫວລວມຂອງສາກົນ, ຫຼາຍຝ່າຍ, ຈາກສັນຕິພາບ, ພັດທະນາ ຕະຫຼອດຮອດບັນດາບັນຫາຄືການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມເມື່ອມີບັນດາຄຳໝັ້ນສັນຍາຢ່າງແຮງທີ່ກ່ຽວຂ້ອງເຖິງການປ່ອຍອາຍພິດ. ບົດບາດເປັນປະທານອາຊຽນ, ກຳມະການບໍ່ຖາວອນຂອງ ສະພາຄວາມໝັ້ນຄົງ ສປຊ, ການເຂົ້າຮ່ວມກຳລັງຮັກສາສັນຕິພາບ ຫຼື ປະທານ APEC ເມື່ອ ຫວຽດນາມ ຮັບບົດບາດໜ້າທີ່ລ້ວນແຕ່ໄດ້ຮັບການຕີລາຄາສູງ. ບັນດາ ຜົນກະທົບຈາກມະຕິເລກທີ 22 ແລະ ທ່າພັດທະນາຂອງ 10 ປີຜ່ານມາ ແນ່ນອນວ່າຈະສ້າງກຳລັງໜູນໃໝ່ໃຫ້ແກ່ການເຊື່ອມໂຍງ ແລະ ການຕ່າງປະເທດຫວຽດນາມ ໃນໄລຍະພັດທະນາຈະມາເຖິງ, ຕາມເນື້ອໃນຈິດໃຈຂອງ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແມ່ນການຕ່າງປະເທດນຳໜ້າໃນການຊອກຫາແຫຼ່ງກຳລັງໃຫ້ແກ່ການພັດທະນາປະເທດຊາດ, ສ້າງການພົວພັນມິດຕະພາບໃນພາກພື້ນ ແລະ ສາກົນ ເພື່ອມີສະພາບແວດລ້ອມແຫ່ງຄວາມສະດວກໃຫ້ແກ່ສັນຕິພາບ, ການພັດທະນາ, ຍົກສູງຖານະບົດບາດແຫ່ງຊາດບົນເວທີສາກົນ.

 


top