ຂ່າວສານ

ບິ່ງ​ເຟືອກ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ສູນ​ພະ​ລັງ​ງານ​ໃຫຍ່​ຂອງ​ຫວຽດ​ນາມ

ສະຫຼຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງບັນດາຜົນງານສຳຄັນຂອງແຂວງບິ່ງເຟືອກ, ດ້ວຍວີທີການເຮັດວຽກໃໝ່ຫຼາຍຢ່າງໃນການປະຕິບັດຜັນຂະຫຍາຍມະຕິຂອງພັກ ປະກອບສ່ວນພ້ອມກັບທົ່ວປະເທດປະຕິບັດສຳເລັດຫຼາຍເປົ້າໝາຍພັດທະນາເສດຖະກິດ ສັງຄົມ ໃນປີ 2020 ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກໃນທົ່ວປະເທດ.
ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກເປັນປະທານການເຮັດວຽກກັບການນຳຫຼັກແຫຼ່ງແຂວງບິ່ງເຟືອກ

ຕອນເຊົ້າວັນທີ 14 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກກັບການນຳຫຼັກແຫຼ່ງແຂວງບິ່ງເຟືອກກ່ຽວກັບສະພາບການພັດທະນາເສດຖະກິດ ສັງຄົມ ໃນປີ 2020 ແລະ ຜັນຂະຫຍາຍແຜນການໃນປີ 2021 ຂອງທ້ອງຖິ່ນ.

ສະຫຼຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງບັນດາຜົນງານສຳຄັນຂອງແຂວງບິ່ງເຟືອກ, ດ້ວຍວີທີການເຮັດວຽກໃໝ່ຫຼາຍຢ່າງໃນການປະຕິບັດຜັນຂະຫຍາຍມະຕິຂອງພັກ ປະກອບສ່ວນພ້ອມກັບທົ່ວປະເທດປະຕິບັດສຳເລັດຫຼາຍເປົ້າໝາຍພັດທະນາເສດຖະກິດ ສັງຄົມ ໃນປີ 2020 ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກໃນທົ່ວປະເທດ.

ທ່ານນາຍົກລັດຖະມົນຕີສະເໜີວ່າ ໃນໄລຍະຈະມາເຖິງທາງແຂວງຕ້ອງມຸ່ງໄປສູ່ການສ້າງຕັ້ງພື້ນຖານກະສິກຳອົງຄະທາດ, ຮັບປະກັນຂັ້ນຕອນປຸງແຕ່ງບໍລິໂພກ, ສ້າງມູນຄ່າເພີ່ມໃຫຍ່, ສືບຕໍ່ເສີມຂະຫຍາຍບົດບາດແມ່ນສູນພະລັງງານໃຫຍ່ຂອງທົ່ວປະເທດ, ສ້າງບາດກ້າວບຸກທະລຸໃນການຮ່ວມສຳພັນລະຫວ່າງຂະແໜງ, ເພື່ອຮັກສາບົດບາດ ໃນແລວເສດຖະກິດໃໝ່ໃຫ້ຫຼາຍກ່ວາອີກ. ທາງແຂວງກໍ່ຕ້ອງສຸມໃສ່ລະດົມທຸກແຫຼ່ງກຳລັງໃນສັງຄົມຢ່າງສຸດຂີດເພື່ອປະຕິບັດໂຄງການຈຸດສຸມ, ພ້ອມກັນນັ້ນແມ່ນມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ແກ້ໄຂບັນຫາແຮງງານທີ່ມີຄຸນນະພາບສູງ ເພື່ອນຳມາເຊິ່ງຜົນປະໂຫຍດຈາກບັນດາໝາກຜົນໃນການພັດທະນາເສດຖະກິດ ສັງຄົມມາໃຫ້ປະຊາຊົນ.

(ແຫຼ່ງຄັດຈາກ VOV)


top