ຂ່າວສານ

ບິ່ງດິ້ງ ຮັບພົນລະເມືອງ 343 ຄົນ ຈາກ ຍີ່ປຸ່ນ ກັບເມືອປະເທດເພື່ອຫຼົບຫຼີກໂລກລະບາດໂຄວິດ - 19

      ສະຖານທີ່ແຍກຕົວ 2 ແຫ່ງ ຂອງ ກອງພັນໃຫຍ່ທະຫານລາບ 739, ກອງບັນຊາການທະຫານແຂວງ ບິ່ງດິ້ງ ໄດ້ຮັບພົນລະເມືອງ 343 ຄົນ ຈາກ ຍີ່ປຸ່ນ ກັບຄືນເມືອປະເທດເພື່ອຫຼົບຫຼີກໂລກລະບາດໂຄວິດ - 19. 
ການວັດແທກອຸນຫະພູມຮ່າງກາຍ ກ່ອນເຂົ້າສະຖານທີ່ແຍກຕົວ
      ວັນທີ 18 ມີນາ, ສະຖານທີ່ແຍກຕົວ 2 ແຫ່ງ ຂອງ ກອງພັນໃຫຍ່ທະຫານລາບ 739, ກອງບັນຊາການທະຫານແຂວງ ບິ່ງດິ້ງ ໄດ້ຮັບພົນລະເມືອງ 343 ຄົນ ຈາກ ຍີ່ປຸ່ນ ກັບຄືນເມືອປະເທດເພື່ອຫຼົບຫຼີກໂລກລະບາດໂຄວິດ - 19. ພາຍຫຼັງກັບມາຮອດສະໜາມບິນ, ຈຳນວນພົນລະເມືອງດັ່ງກ່າວ ໄດ້ຮັບການແນະນຳໃຫ້ແຈ້ງອາການສຸຂະພາບ, ວັດແທກອຸນຫະພູມຮ່າງກາຍ ແລ້ວສົ່ງໄປຍັງສະຖານທີ່ແຍກຕົວ. ພ້ອມກັນນັ້ນ, ແຈກຢາຍຜ້າອັດປາກ - ດັງ, ນ້ຳຢາຂ້າເຊື້ອ, ເຄື່ອງໃຊ້ສອຍ, ແນະນຳວິທີປ້ອງກັນ, ຕ້ານໂລກລະບາດໂຄວິດ - 19; ຈັດບ່ອນກິນ, ບ່ອນຢູ່ໃຫ້ເປັນທີ່ຮຽບຮ້ອຍ. ເວລາປະຕິບັດການແຍກຕົວແມ່ນ 14 ວັນ. 
(ແຫຼ່ງຄັດຈາກ VOV)

top