ຂ່າວສານ

ບາງ​ປະ​ເທດ​ໃນ​ໂລກ ສືບ​ຕໍ່​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເພີ່ມ​ຂຶ້ນ​ສູງ

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ນັບແຕ່ຕອນເຊົ້າວັນທີ 07 ເມສາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດກວ່າ 495 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 6,1 ລ້ານຄົນ.

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ນັບແຕ່ຕອນເຊົ້າວັນທີ 07 ເມສາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດກວ່າ 495 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 6,1 ລ້ານຄົນ.

    ພາບປະກອບ: TTXVN

ວັນທີ 06 ເມສາ, ຈີນ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ກວ່າ 20.000 ຄົນ. ນີ້ແມ່ນຕົວເລກສູງສຸດນັບແຕ່ກ່ອນມາຮອດປັດຈຸບັນ, ຊ້ຳບໍ່ໜຳຍັງສູງກວ່າຈຳນວນຜູ້ຕິດເຊື້ອໃນໄລຍະພະຍາດລະບາດແຮງທີ່ສຸດໃນຄັ້ງທຳອິດຢູ່ນະຄອນ ອູ່ຫັນ ກ່ອນນີ້ 2 ປີ. ເຖິງຢ່າງໃດກໍຕາມ, ຜູ້ຕິດເຊື້ອເກືອບທັງໝົດແມ່ນບໍ່ສະແດງອາການ. ຊຽງໄຮ່ (ຈີນ) ແມ່ນນະຄອນທີ່ກວມເອົາເຖິງ 80% ຈຳນວນຜູ້ຕິດເຊື້ອໃໝ່ຢູ່ປະເທດນີ້.

        ສ່ວນຢູ່ ສ.ເກົາຫຼີ, ຈຳນວນຜູ້ຕິດເຊື້ອໃໝ່ຍັງຢູ່ລະດັບ 200.000 ຄົນຕໍ່ວັນ ໃນສະພາບທີ່ເຊື້ອໄວຣັດກາຍພັນ Omicron  ມີສັນຍານແຜ່ລາມຊ້າລົງ. ໃນຂະນະນັ້ນ, ມີຫຼາຍລັດຢູ່ ອົດສະຕາລີ ພວມປະເຊີນໜ້າກັບຈຳນວນຜູ້ຕິດເຊື້ອໃໝ່ ເພີ່ມຂຶ້ນສູງ. ໂຮງຮຽນບາງແຫ່ງກໍຕ້ອງປິດປະຕູ ຫຼື ຫຼຸດຈຳນວນພະນັກງານໄປເຮັດວຽກລົງ.

ສ່ວນຢູ່ຫວຽດນາມ ນັບແຕ່ເວລາ 16 ໂມງຂອງວັນທີ 6 ເມສາ ຫາເວລາ 16 ໂມງຂອງວັນທີ 7 ເມສາ, ຫວຽດນາມ ມີຜູ້ຕິດເຊື້ອໃໝ່ຕື່ມອີກ 45.886 ຄົນ, ດັ່ງນັ້ນມາຮອດປັດຈຸບັນຫວຽດນາມມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດ 10.070.692 ຄົນ, ໃນນັ້ນມີ 8.395.066  ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

(ແຫຼ່ງຄັດຈາກ VOV)


top