ຂ່າວສານ

ບາງປະເທດໃນໂລກຕົກລົງຜ່ອນຜັນບັນດາມາດຕະການປ້ອງກັນໂລກລະບາດໂຄວິດ 19

      ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຜູ້ຕິດເຊື້ອພະຍາດໂຄວິດ 19 ເກືອບ 77 ລ້ານຄົນ ແລະ ມີຜູ້ເສຍຊີວິດກ່ວາ 917.000 ຄົນ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.
ສັກວັກຊິນກັນໂຄວິດຢູ່ ໂຕກຽວ-ຍີ່ປຸ່ນ (ພາບ: AFP/TTXVN)
      ຕາມເວັບໄຊ worldometers.infoແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 3 ກຸມພາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນຍືນກວດພົບຜູ້ຕິດເຊື້ອພະຍາດໂຄວິດ 19 ໃໝ່ກ່ວາ 3 ລ້ານຄົນ, ໄດ້ຍົກຈຳນວນຜູ້ຕິດເຊື້ອພະຍາດໂຄວິດ 19 ທັງໝົດຂຶ້ນກ່ວາ 385 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກ່ວາ 5.7 ລ້ານຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຜູ້ຕິດເຊື້ອພະຍາດໂຄວິດ 19 ເກືອບ 77 ລ້ານຄົນ ແລະ ມີຜູ້ເສຍຊີວິດກ່ວາ 917.000 ຄົນ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.
      ຢູ່ເອີລົບ, ເຖິງວ່າໂລກລະບາດຍັງມີຄວາມສັບສົນກໍ່ຕາມ ແຕ່ບາງປະເທດກໍ່ໄດ້ຕົກລົງຜ່ອນຜັນບັນດາມາດຕະການປ້ອງກັນໂລກລະບາດ. ຫວ່າງແລ້ວນີ້, ຝະລັ່ງ ໄດ້ຕົກລົງຜ່ອນຜັນບັນດາມາດຕະການປ້ອງກັນໂລກລະບາດ, ໃນນັ້ນ ມີເລື່ອງໃຊ້ຜ້າອັດປາກຢູ່ເຂດສາທາລະນະ. ຢູ່ສະວິດ, ວົງການເຈົ້າໜ້າທີ່ປະເທດນີ້ ໄດ້ປະກາດວ່າ ຈະຕົກລົງຜ່ອນຜັນບັນດາມາດຕະການຄວບຄຸມໂລກລະບາດ ແລະ ຈະຊັ່ງຊາທຸກຂໍ້ຈຳກັດໃນກາງເດືອນກຸມພານີ້. ສ່ວນນາຍົກລັດຖະມົນຕີ ອີຕາລີ Mario Draghi ໄດ້ໃຫ້ຄຳໝັ້ນໝາຍວ່າຈະຍູ້ແຮງການເປີດປະຕູຄືນໃໝ່.
      ຢູ່ອາເມລິກາ, ກຳລັງທະຫານບົກປະເທດນີ້ປະກາດວ່າ ຈະປົດນາຍທະຫານທີ່ປະຕິເສດການສັກວັກຊິນກັນໂຄວິດ 19 ແລະ ຢືນຢັນວ່າ ລັດຖະດຳລັດດັ່ງກ່າວມີບົດບາດສຳຄັນ ເພື່ອແນໃສ່ຮັກສາກຳລັງກຽມພ້ອມສູ້ຮົບ. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ໄດ້ປະກາດຂັ້ນຕອນການເປີດປະຕູເຂດຊາຍແດນແຫ່ງຊາດຄືນໃໝ່ຕາມ 5 ໄລຍະ.
(ແຫຼ່ງຄັດຈາກ VOV)

top