ຕາມຂໍ້ມູນຈາກບໍລິສັດບໍລິຫານລະບົບໄຟຟ້າ ແລະ ຕະຫຼາດໄຟຟ້າແຫ່ງຊາດ (NSMO), ພາຍຫຼັງ 1 ຊົ່ວໂມງມອດໄຟຕອບສະໜອງບັ້ນເຄື່ອນໄຫວ ໂມງໜ່ວຍໂລກປີ 2026 (ແຕ່ 20 ໂມງ 30 ນາທີ ຫາ 21 ໂມງ 30 ນາທີຂອງວັນທີ 28 ມີນາ 2026), ທົ່ວປະເທດປະຢັດໄຟຟ້າໄດ້ 463.000 kWh.
ຖະໜົນຢູ່ແຂວງ ຕວຽນກວາງ ມອດໄຟຕອບສະໜອງບັ້ນເຄື່ອນໄຫວ ໂມງໜ່ວຍໂລກ ປີ 2026 (ພາບປະກອບ: qdnd.vn)
ໝາກຜົນດັ່ງກ່າວ ຈະສືບຕໍ່ຢັ້ງຢືນປະສິດທິຜົນແຜ່ກະຈາຍຂອງບັ້ນເຄື່ອນໄຫວ ໂມງໜ່ວຍໂລກ ຫວຽດນາມ, ບໍ່ພຽງແຕ່ຢຸດຢູ່ເຫດການທີ່ມີລັກສະນະເປັນສັນຍາລັກເທົ່ານັ້ນ ຫາກຍັງມີການຫັນປ່ຽນສະຕິຄວາມຮັບຮູ້ກາຍເປັນການກະທຳລະອຽດໃນໝູ່ມະຫາຊົນເທື່ອລະກ້າວອີກດ້ວຍ. ຜ່ານການຜັນຂະຫຍາຍມາຫຼາຍປີ, ບັ້ນເຄື່ອນໄຫວດັ່ງກ່າວໄດ້ປະກອບສ່ວນສ້າງຄວາມຊິນເຄີຍໃນການນຳໃຊ້ພະລັງງານຢ່າງປະຢັດ ແລະ ມີປະສິດທິຜົນ; ພ້ອມດຽວກັນນັ້ນ ຍົກສູງສະຕິຄວາມຮັບຮູ້ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ບັ້ນເຄື່ອນໄຫວ ໂມງໜ່ວຍໂລກ ແມ່ນເຫດການປະຈຳປີທີ່ມີຂອບຂະໜາດທົ່ວໂລກ, ໂດຍໄດ້ລິເລີ່ມແຕ່ປີ 2007, ໄລ່ຮອດປັດຈຸບັນ ໄດ້ດຶງດູດການເຂົ້າຮ່ວມຂອງເກືອບ 200 ປະເທດ ແລະ ເຂດແຄວ້ນ. ປີ 2026 ສ້າງຂີດໝາຍປີທີ 18 ທີ່ ຫວຽດນາມ ເຂົ້າຮ່ວມຕອບສະໜອງບັ້ນເຄື່ອນໄຫວດັ່ງກ່າວ.