ຂ່າວສານ

ບັ້ນເຄື່ອນໄຫວ 10.000 ວຽກເຮັດງານທໍາເພື່ອວົງຄະນະຍາດ - ຕ້ານການວ່າງງານໃນໄລຍະເກີດໂລກລະບາດ” ໄດ້ດຶງດູດວິສາຫະກິດກວ່າ 960 ແຫ່ງເຂົ້າຮ່ວມ

      ນັບແຕ່ວັນທີ 10 – 30 ເມສາ 2020, ຄະນະຊາວໜຸ່ມນະຄອນຮ່າໂນ້ຍ, ສະມາຄົມນັກສຶກສາ - ສະຫະພັນຊາວໜຸ່ມຫວຽດນາມຂອງນະຄອນ ໄດ້ສົມທົບກັບບັນດາຄູ່ຮ່ວມມືຈັດຕັ້ງຜັນຂະຫຍາຍ ບັ້ນເຄື່ອນໄຫວ10.000 ວຽກເຮັດງານທໍາເພື່ອວົງຄະນະຍາດ - ຕ້ານການວ່າງງານໃນໄລຍະເກີດໂລກລະບາດ”.

ທ່ານເລຂາຄະນະຊາວໜຸ່ມນະຄອນຮ່າໂນ້ຍ ຫງວຽນງອກຫວຽດ ມອບຂອງຂວັນໃຫ້ແກ່ນັກສຶກສາຢູ່ຫໍພັກ ເມ໊ຈີ່
      ໄລ່ຮອດຈຸດເວລາປັດຈຸບັນ, ບັ້ນເຄື່ອນໄຫວດັ່ງກ່າວ ໄດ້ດຶງດູດວິສາຫະກິດກວ່າ 960 ແຫ່ງເຂົ້າຮ່ວມ ເພື່ອສ້າງວຽກເຮັດງານທໍາໃຫ້ແກ່ຊາວຜູ້ອອກແຮງງານ. ຜູ້ສະໝັກກວ່າ 10 ພັນຄົນສາມາດຊອກໄດ້ວຽກເຮັດງານທໍາ ແລະ ກວ່າ 17 ພັນຄົນ ກໍາລັງລໍຖ້າການສໍາພາດ, ຊອກວຽກ. ພ້ອມກັນນັ້ນ, ບັ້ນເຄື່ອນໄຫວດັ່ງກ່າວ ໄດ້ເປັນປະຖົມປັດໄຈເພື່ອແຜ່ຂະຫຍາຍເຖິງຫຼາຍບໍລິສັດຮັບສະໝັກພະນັກງານໃນທົ່ວປະເທດເຂົ້າເຮັດວຽກ.
        ສໍາລັບໄລຍະທີ 2 ເຊິ່ງຈະດໍາເນີນພາຍຫຼັງໄລຍະປະຕິບັດການແຍກຫ່າງໃນສັງຄົມ ນັບແຕ່ວັນທີ 4 – 31 ພຶດສະພາ 2020, ຄະນະຊາວໜຸ່ມນະຄອນຮ່າໂນ້ຍ ຈະສົມທົບກັບ ເວັບໄຊ Canavi - ເຊິ່ງເປັນເວັບໄຊຊອກຫາວຽກເຮັດງານທໍາ ຈັດຕັ້ງບັນດາກອງປະຊຸມສໍາມະນາຢູ່ທີ່ມະຫາວິທະຍາໄລໃຫຍ່ຫຼາຍແຫ່ງໃນບໍລິເວນຮ່າໂນ້ຍ.
 (ແຫຼ່ງຄັດຈາກ VOV)


top